ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຫ້ອງການເມືອງທະຫານ​ແຂວງ​ສາລະ​ວັນ ຖື​ເອົາ​ການປະຕິບັດ ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ​ ເປັນ​ສຳຄັນ
ເວລາອອກຂ່າວ: 2026-03-05 09:55:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ສະຫາຍ ພັນ​ເອກ ວິໄລ ພິມ​ມະ​ວົງ ກຳມະການຄະນະປະ ຈຳພັກ, ຫົວໜ້າ​ຫ້ອງການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດ້ານ​ຕ່າງໆ ໃນ​ໄລຍະ​ຜ່ານ​ມາ​ ຂອງ​ຫ້ອງການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ແມ່ນ​ມີ​ຜົນສຳ ເລັດ​ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນການ​ ປະຕິບັດ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ; ເຊິ່ງ​ຄະນະພັກ-ຄະນະ​ຫ້ອງ ໄດ້​ນຳພາ-ຊີ້ນຳເຮັດວຽກ​ ງານ​ສຶກ​ສາອົບຮົມການເມືອງ-ນຳພາ​ແນວ​ຄິດ​ໃຫ້​ນາຍ ແລະ ພົນ ທະຫານ​ພາຍ​ໃນ​ຫ້ອງ​ການເມືອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ; ໃນ​ນັ້ນ, ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ຄຳ​ສັ່ງແນະນຳຂອງກົມໃຫຍ່ການ ເມືອງ​ກອງທັບ ສະບັບເລກທີ 150/​ກມທ ລົງ​ວັນ​ທີ 13/1/ 2025 ວ່າ​ດ້ວຍ​ການ​ເປີດຂະ ​ບວນການແຂ່ງຂັນ​ສ້າງຜົນ ງານ​ຂໍ່ານັບ​ຮັບ​ຕ້ອນ​ ວັນ​ສຳຄັນ​ຂອງ​ຊາດ, ຂອງພັກ, ຂອງ​ກອງທັບ ຕິດພັນກັບການແຂ່ງຂັນຮັກ ​ຊາດ ແລະ ພັດທະນາ, ເພື່ອ​ເປັນ ການສະຫຼຸບການຈັດຕັ້ງປະຕິບັດ​ຂະ​ບວນ​ການ​ຂໍ້​ແຂ່ງຂັນ​ໃນ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ປະຈຳ​ປີ 2025 ແລະ ວາງ​ຂໍ້​ແຂ່ງຂັນ​ປະຈຳ​ປີ 2026 ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ສູນ​ກາງ​ພັກ, ມະຕິ X ຂອງ​ອົງຄະ​ນະ​ພັກ​ແຂວງ​ສາລະ​ວັນ, ມະຕິ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ມະຕິ VI ຂອງອົງຄະນະ​ພັກ ກອງບັນ ຊາ​ການ​ທະຫານ​ແຂວງ​ສາລະ ວັນວາງ​ອອກ ຕິດພັນ​ກັບການປະ ຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານຂອງຄະນະ​ພັກ​ກະຊວງ​ປ້ອງ ​ກັນ​ປະເທດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ໃນ​ທົ່ວ​ກົມ​ກອງ ໂດຍຄະນະພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ຕ່າງ​ກໍໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ດ້ານ​ການເມືອງ-ແນວ​ຄິດ​ໃນ​ການ​ສຶກ​ສາ​ອົບຮົມ​ເປັນ​ປົກກະຕິ ແລະ ຕໍ່​ເນື່ອງ, ຂົງ ເຂດ​ວຽກ​ງານ​ປັບປຸງ​ກໍ່ສ້າງ​ພັກ ກໍໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ສຶກ​ສາ​ອົບຮົມ​ສະມາຊິກ​ພັກ​ໃຫ້​ມີ​ຄຸນ​ທາດ​ການເມືອງ ໜັກ​ ແໜ້ນປະຕິບັດ​ລະບອບດຳເນີນ ​ຊີວິດ​ການເມືອງ, ເສຍ​ເງິນສະຕິ​ ພັກ​ເປັນ​ປົກກະຕິ ເຮັດ​ໃຫ້​ການຈັດ ຕັ້ງ​ພັກ​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ວຽກ​ງານ​ກໍ່ສ້າງ​ພະ ນັກງານ​ແມ່ນ​ໄດ້​ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ບົນ​ພື້ນຖານ​ຕ້ອງ​ມີ​ພະນັກງານ 3 ຮຸ່ນ​ສຶບ​ທອດ​ປ່ຽນ​ແທນ​ໂດຍ​ການ​ຫັນ​ເປັນ ໜຸ່ມປະກອບ​ມີ​ເພດ, ເຜົ່າເພື່ອ​ໃຫ້​ ແທດເໝາະ​ກັບແຕ່ລະໜ້າ​ວຽກ​ໃນ​ການ​ນຳພາ-ບັນຊາທັງ​ສ້າງ​ກັບ​ທີ່ ແລະ ສົ່ງ​ໄປ​ກໍ່ສ້າງ-ບຳລຸງ​ຢູ່​ວິທະຍາຄານ​ໃນ​ກອງທັບ, ສະ​ຖາ​ບັນ​ການ​ສຶກ​ສາ​ພາກ​ລັດ, ເອ ກະ​ຊົນ​ຕາມ​ຕົວ​ເລກແບ່ງປັນຂອງ ​ຂັ້ນ​ເທິງ ແລະ ທຶນ​ຂອງ​ຕົນເອງ​ ເຫັນ​ວ່າ ​ພະນັກງານ​ເຮົາ​ມີ​ຄວາມ ​ກະ​ຕື​ລື​ລົ້ນ​ໃນ​ການ​ຊອກ​ຮູ້​ຮໍ່າ ຮຽນ​ເອົາ​ຄວາມ​ຮູ້​ມາ​ພັດທະນາ​ຕົນ​ເອງ ແລະ ​ກົມ​ກອງ ຕິດ​​​ພັນ​ກັບ​ຂະ​ບວນ​ການ​ດ້ານ​ຕ່າງໆ​ ກົມ ​ກອງ​ພວກ​ເຮົາ​ຍັງ​ໄດ້ຊີ້ນຳອົງ ​ການຈັດຕັ້ງ​ມະຫາຊົນ ແລະ ວຽກ​ງານ​ອື່ນໆ​ທີ່​ປິ່ນ​ອ້ອມ​ກໍໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ເປັນ​ກ້າວໆ ຜ່ານ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງ ຂັນ​ຕ່າງໆ ​ກົມ​ກອງ ແລະ ບຸກຄົນ​ໄດ້​ຮັບ​ການ​ຍ້ອງຍໍ​ດັ່ງນີ້: ຄະນະ​ກຳມະການ​ປົກຄອງ​ແຂວງ​ສາ ລະ​ວັນ ໄດ້​ຍ້ອງຍໍນາຍ ແລະ ພົນ ທະຫານຫ້ອງ​ການເມືອງກອງ ​ບັນຊາ​ການ​ທະຫານ​ແຂວງສາ ລະວັນ ຈຳນວນ 58 ສະຫາຍ, ຍິງ 16 ສະຫາຍ, ໄດ້​ຮັບ​ໃບ​ຍ້ອງຍໍ​ຂັ້ນ​ກອງ​ບັນຊາ​ການ ຈຳນວນ 22 ສະຫາຍ, ຍິງ 8 ສະຫາຍ. ສະຫາຍ ພັນ​ເອກ ວິໄລ ພິມ​ມະ​ວົງ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ແມ່ນ​ຈະ​ໄດ້​ເພີ່ມທະວີ​ ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະ ນັກງານ-ນັກຮົບ​ພາຍ​ໃນ​ກົມກອງ​ ຂອງ​ຕົນ​ໃຫ້​ເປັນ​ປົກກະຕິ ແລະ ຕໍ່​ເນື່ອງ ຮັກສາ​ມູນເຊື້ອອັນ​ດີ ງາມ​ຂອງ​ກອງທັບ, ສຸມ​ໃສ່​ການ ຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ​ປະຈຳ​ປີ 2026 ໃຫ້​ມີ​ບັນຍາກາດ​ຟົດຟື້ນ ເປັນ​ເຈົ້າ​ການ​ປຸກລະດົມ​ໃຫ້​ພະ​​ນັັກ​ງານ-ນັກຮົບ ​ມີ​ຄວາມ​ຫ້າວຫັນ​ເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ​ຂອງ​ກົມ​ກອງ​ຢ່າງ​ຕໍ່​ເນື່ອງ. ໂດຍ: ວັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ