ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ໂຮງຮຽນ​ທະຫານ​ຊາຍ​ແດນ 712 ຈັດພິທີເຄົາລົບ​ທຸງຊາດ​ ປະຈຳ​ເດືອນ​ມີນາ 2026
ເວລາອອກຂ່າວ: 2026-03-06 08:54:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ວັນ​ທີ 2 ມີນາ 2026, ໂຮງ​​ຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ຈັດ​ຕັ້ງ​ ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ມີນາ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຂຽນ​ທອງ ໄຊ​ສົມບູນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ທະຫານ​ຊາຍ​ແດນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງພັນ​ນັກຮຽນ, ພະນັກ ງານ-ນັກຮົບ ແລະ ນັກຮຽນ​ທົ່ວ​ໂຮງຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຂຽນ​ທອງ ໄຊ​ສົມບູນ ໄດ້​ຜ່ານ​ບົດ​ລາຍ​ງານ ການຈັດຕັ້ງ​ປະຕິບັດ​ເຄື່ອນ​ໄຫວ​ວຽກ​ງານ​ພາຍ​ໃນ​ເດືອນ​ກຸມພາ 2026 ທີ່​ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ເດືອນ​ຕໍ່ໜ້າ, ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ ແລະ ດ້ານ​ຄົງ​ຄ້າງ ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕ່າງໆ ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້ ເອົາໃຈໃສ່​ເພີ່ມ​ທະວີ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ຍົກ​ສູງ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ​ຂອງ​ຕົນ, ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ-ກົດ​ລະບຽບ​ຂອງ​ກອງທັບ ແລະ ຂອງ​ໂຮງ ຮຽນ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ແລະ ເປັນ​ຮູບ​ປະ​ທຳ​ຕົວ​ຈິງ, ສືບຕໍ່​ປັບປຸງ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ​ໃຫ້​ມີ​ການ​ຫັນ ປ່ຽນ​ດ້ານ​ຄຸນ​ນະ​ພາບ​ຢ່າງ​ໜັກ​ແໜ້ນ, ປະຕິບັດ​ແຜນການ​ອົບ ຮົມ-ຫັດ​ແອບ​ໃຫ້​ເປັນ​ລະບົບ ຮັບ ປະກັນ​ໄດ້​ຄຸນ​ນະ​ພາບ, ສືບຕໍ່​ເຄື່ອນ​ໄຫວ​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆ ອອກແຮງ​ແຂ່ງຂັນ​ສ້າງ​ຜົນງານ​ຕ້ອນຮັບ​ວັນ​ບຸນ​ປະຫວັດສາດ​ສຳຄັນ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ, ສືບຕໍ່​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ວັນ​ຖຸ​ປະກອບ, ລະບົບ​ນ້ຳ-ລະບົບ​ໄຟ ແນໃສ່​ປະຢັດ​ມັດທະຍັດ ແລະ ນຳ​ໃຊ້​ໃຫ້​ຍາວ​ນານ. ທັງ​ນີ້ ກໍ​ເພື່ອ​ປະຕິບັດ​ຕາມ​ລະບຽບ​ການ​ເຄົາລົບ​ທຸງ​ປະຈຳ​ເດືອນ ທີ່​ຂັ້ນ​ເທິງ​ໄດ້​ກຳນົດ​ໄວ້ ໃຫ້​ມີ​ຄວາມ​ເຂັ້ມແຂງ, ປະຕິບັດ​ດ້ານ​ລະບຽບ​ວິ​ໃນ​ຕາມ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ. ໂດຍ: ພິລະ​ສອນ ວັນ​ວິ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ