ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ເຜີຍແຜ່​ກົດໝາຍໃຫ້​ນັກຮຽນ
ເວລາອອກຂ່າວ: 2026-03-06 08:58:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ໃນ​ວັນ​ທີ 26 ກຸມພາ 2026 ນີ້ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບເລກ 2 ວຽງ​ໄຊ ໄດ້ຈັດກອງປະຊຸມເຜີຍແຜ່​ກົດໝາຍ ວ່າ​ດວ້ຍ​ການ​ຕ້ານ, ສະກັດ​ກັ້ນ ຢາ​ເສບ​ຕິດ ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ( ຢາ​ບ້າ ), ກົດໝາຍ​ວ່າ​ດ້ວຍ ພັນທະ​ປ້ອງ​ກັນ​ຊາດ ແລະ ກົດໝາຍ​ອາຍາ​ພາກ​ສະເພາະ ບາງ​ມາດຕາ​ໃຫ້​ນັກຮຽນ ກອງພັນ​ ທີ 3 (ນາຍ​ສິບ ), ໂດຍ​ການ​ເຜີຍແຜ່​ຂອງ​ສະຫາຍ ພັນ​ໂທ ຄຳ​ຜາຍ ດວງ​ພະຈັນ ຫົວໜ້າ​ພະ​ແນກ​ໄອ​ຍະ​ການ​ໂຮງຮຽນ, ມີ​ສະຫາຍ ພັນ​ຕີ ທອງ​ຈັນ ສາຍາ​ສອນ ຄະນະ​ກອງພັນ​ທີ3 ພ້ອມ​ຄະນະ ຕະຫຼອດ​ຮອດ​ອ້າຍ​ນ້ອງ ນັກຮຽນ ເຂົ້າ​ຮ່ວມ​ຮັບ​ຟັງ. ການ​ເຜີຍແຜ່​ກົດໝາຍ​ໃນ ຄັ້ງ​ນີ້ ປະກອບ​ມີ: ໝວດ ວ່າ​ດວ້ຍ​ການ​ກະທຳ​ຜິດ​ຕໍ່​ຄວາມ​ສະຫງົບ​ຂອງ​ຊາດ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງ ຄົມ, ໝວດ ວ່າ​ດວ້ຍ​ການ​ກະທຳ​ຜິດ​ຕໍ່​ຊີວິດ, ສຸຂະພາບ ແລະ ກຽດ​ສັກ​ສີ​ຂອງ​ບຸກຄົນ, ໝວດ ການ​ກະທຳ​ຜິດ​ຕໍ່​ກຳມະສິດ ແລະ ການ​ສໍ້​ລາດ​ບັງ​ຫຼວງ, ເຊິ່ງ​ປະຈຸ​ບັນ ສັງຄົມ​ເຮົາ​ຖືກ​ຮຸກ​ຮານ ຈາກ​ຢາ​ເສບ​ຕິດ ແລະ ລະບາດ​ແຮງ ບໍ່​ວ່າ​ຈະ​ຢູ່​ຊົນນະບົດ ຫຼື ຕົວ​ເມືອງ ເຮັດ​ໃຫ້​ເກີດ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ຢ່າງ​ເນື່ອງນິດ​ລຽນຕິດ, ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ພັກ ແລະ ລັດຖະບານ​ເຮົາ ໄດ້​ວາງ​ນະໂຍ ບາຍ ປະກາດ​ໃຊ້​ລະບຽບ​ກົດໝາຍ ແລະ ມະຕິ​ຄຳ​ສັ່ງ​ຫຼາຍ​ສະບັບ, ມີ​ການຈັດຕັ້ງ​ຊີ້​ນຳ-ນຳພາ ທຸກ​ພາກ​ສ່ວນ​ເອົາໃຈໃສ່​ຕ້ານ, ສະກັດ​ກັ້ນ​ຢາ​ເສບ​ຕິດ, ການ​ເຜີຍ ແຜ່​ກົດໝາຍ ແລະ ນິຕິ​ກຳ​ດັ່ງກ່າວ ແມ່ນ​ຈະ​ສືບຕໍ່​ເຜີຍແຜ່​ໃຫ້​ອ້າຍ​ນ້ອງ​ນັກຮຽນ​ຊັ້ນ​ມໍ6, ມໍ7 ໃຫ້​ສຳເລັດ​ໃນ​ຕົ້ນ​ເດືອນ ​ມິ​ນາ 2026. ທັງ​ນີ້ ກໍ່​ເພື່ອ​ສຶກ​ສາ​ອົບ ຮົມ​ໃຫ້​ບັນດາ​ອ້າຍ​ນ້ອງ​ນັກຮຽນ ເຂົ້າໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ກົດໝາຍ,ເພື່ອ​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ຕ້ານ​ສະກັດ​ກັ້ນ​ການ​ກະທຳ​ຜິດ, ເພື່ອ​ປົກ​ປ້ອງ​ຜົນ​ປະ ໂຫຍດ​ຂອງ​ລັດ, ລວມ​ໝູ່, ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ,ເຄົາລົບ, ປະຕິບັດ​ກົດໝາຍ ຂອງ ນາຍ ແລະ ພົນທະຫານ , ພ້ອມ​ທັງ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ເພື່ອ​ໃຫ້​ພະນັກງານ-ນັກຮົບ ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ