ຫົວໜ້າຫ້ອງການຊາວໜຸ່ມກອງທັບ ລົງຊຸກຍູ້ວຽກງານຊາວໜຸ່ມ ຢູ່ ໂຮງຮຽນນາຍສິບເຫຼົ່າຮົບ
ເວລາອອກຂ່າວ: 2026-03-06 09:02:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ: ![]()
ໃນວັນທີ 5 ມີນາ 2026 ນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ກວດກາຂະບວນການ
ວຽກງານຊາວໜຸ່ມ ແລະ ຕິດຕາມການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ຢູ່ໂຮງຮຽນນາຍສິບເຫຼົ່າຮົບ, ໂດຍມີສະຫາຍ ພັນເອກ ພອນສະຫວັນ ສຸລິສັກ ຫົວໜ້າການເມືອງ ໂຮງຮຽນນາຍ
ສິບເຫຼົ່າຮົບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ທົ່ວໂຮງຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ແກ້ວອຸດອນ ຈັນທະວົງ ຫົວໜ້າພະແນກຊາວໜຸ່ມ ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານຊາວໜຸ່ມຢູ່ໂຮງຮຽນ ໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ບາງຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຊາວໜຸ່ມໃນຕໍ່ໜ້າ ມີຜົນສຳເລັດສູງກວ່າເກົ່າ.
ຈາກນັ້ນ, ສະຫາຍ ພັນໂທ ບຸນມີໄຊ ຄຳພະຈັນ ຫົວໜ້າພະແນກອົບຮົມ-ຈັດຕັ້ງ ຫ້ອງການຊາວໜຸ່ມກອງທັບ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ມະຕິກອງປະຊຸມຜູ້ແທນຊາວໜຸ່ມ
ທົ່ວກອງທັບ ຄັ້ງທີ IX. ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະອຳນວຍການໂຮງຮຽນ, ຄະນະນຳຊາວໜຸ່ມແຕ່ລະຂັ້ນ ຕະຫຼອດຮອດ ສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ເນື້ອໃນມະຕິດັ່ງກ່າວ ເພື່ອເປັນພື້ນຖານບ່ອນອີງ ໃນການນຳໄປສ້າງເປັນໂຄງການ, ແຜນງານ ອັນລະອຽດ ພ້ອມທັງຈັດຕັ້ງຜັນຂະຫຍາຍໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ.
ໂອກາດນີ້, ສະຫາຍ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ເນັ້ນໃຫ້ຄະນະນຳຊາວໜຸ່ມ ຕະຫຼອດຮອດ ສະມາຊິກຊາວໜຸ່ມ ເອົາໃຈໃສ່ເຮັດວຽກງານສຶກສາ
ອົບຮົມການເມືອງແນວຄິດ, ເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄື ຂອງຊາວໜຸ່ມ ໃຫ້ເຂັ້ມງວດ, ຕ້ານ ແລະ ສະກັດກັ້ນ ການຫຼີ້ນກິນຟຸມເຟືອຍ, ຫຼຸດຜ່ອນແນວຄິດເອື່ອຍອີງ, ເພີ່ມທະວີການຊອກຮູ້ຮ່ຳຮຽນສິ່ງໃໝ່ໆ, ປັັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ສ້າງຂະບວນການຊາວໜຸ່ມ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຂະບວນການປີ່ນອ້ອມຂອງກອງ
ທັບ, ເພີ່ມທະວີຄວາມສາມັກຄີໃຫ້ກວ້າງຂວາງແໜ້ນແຟ້ນ ພ້ອມກັນນີ້, ຄະນະພັກ-ຄະນະອຳນວຍການໂຮງຮຽນ ກໍຕ້ອງເອົາໃຈໃສ່ໃກ້ຊິດຕິດແທດ ອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງຊາວໜຸ່ມ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃຫ້ສົມດັ່ງຄຳຂວັນຊາວໜຸ່ມກອງທັບ ທີ່ວ່າ “ຊາວໜຸ່ມກອງທັບເດັ່ດດ່ຽວອາດຫານ, ນຳໜ້າສາມັກຄີ ແລະ ມີວິໄນປະດິດສ້າງ”. ໂອກາດນີ້, ຫ້ອງການຊາວໜຸ່ມກອງທັບ ຍັງໄດ້ມອບເຄື່ອງຈຳນວນໜຶ່ງ ລວມມູນຄ່າ 5 ລ້ານກວ່າກີບ ໃຫ້ຄະນະອຳນວຍການໂຮງຮຽນ ແລະ ພະແນກຊາວໜຸ່ມ ໂຮງຮຽນນາຍສິບເຫຼົ່າຮົບ ຕື່ມອີກ.
ໂດຍ: ເຄນຫຼ້າ ຂູນຈັນທະ + ປານຄຳ ມາກວິໄລ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















