ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກອງພັນ​ໃຫຍ່ 703 ປະກາດ​ມອບ​ໝາຍ​ໜ້າທີ່ ແລະ ປະດັບ​ທຽບຊັ້ນ​​ໃຫ້​ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2026-03-06 09:04:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ໃນ​ວັນ​ທີ 26 ກຸມພາ 2026 ນີ້, ກອງພັນ​ໃຫຍ່ 703 ໄດ້​ຈັດ​ພິທີ ປະກາດການມອບ​ໝາຍ​ໜ້າທີ່ ແລະ ປະດັບ​ທຽບ​ຊັ້ນ ໃຫ້​ນາຍ ແລະ ພົນທະຫານ ຢູ່​ກອງພັນ​ໃຫຍ່ 703 ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ຫົວໜ້າ​ການເ​ມື​​ອງກອງພັນ​ໃຫຍ່ 703 ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງພັນ​, ກອງຮ້ອຍ​ເອກະລາດຕະຫຼອດ​ພະນັກງານ​ນັກຮົບ ຜູ້​ ທີ່​ໄດ້​ຮັບ​ໜ້າທີ່ ແລະ ໄດ້ຮັບການເລື່ອນຊັ້ນ​ໃໜ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ພອນ ວັນນະ​ຈິດ ຫົວໜ້າ​ຂະແໜງ​ພະນັກງານ ກອງພັນ​ໃຫຍ່ 703 ໄດ້ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ມອບ​ໝາຍ​ໜ້າທີ່​ໃຫ້​ນາຍ ແລະ ພົນທະຫານ​ທົ່ວ​ກອງພັນ​ໃຫຍ່ 703, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ), ອີງ​ຕາມ​ການ​ເຫັນ​ດີ​ເອກະ​ພາບ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 703 ໃນ​ກອງ​ປະຊຸມ ກ່ຽວ​ກັບ​ການ​ມອບ ​ໝາຍ​ໜ້າທີ່​ໃຫ້​ນາຍ ແລະ ພົນທະຫານ, ດັ່ງນັ້ນ, ກອງພັນ​ໃຫຍ່ 703 ຕົກລົງ​ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ແກ້ວ​ປະເສີດ ໄຊ​ຍະ​ວົງ ໜ້າທີ່​ຮັບຜິດຊອບ ວິຊາ​ການ​ສື່ສານ ກອງຮ້ອຍ 305 ແຕ່ງຕັ້ງ​ເປັນ ຊ່ວຍ​ວຽກ​ຂະແໜງ​ນະໂຍບາຍ ພະແນກການ​ເມືອງ​ກອງພັນ​ໃຫຍ່ 703, ວາທີ ຄຳ​ແວວ ໄຊ​ຍະ​ລາດໜ້າທີ່​ຮັບຜິດຊອບ ຂັບ​ລົດ​ພະ​ແນກ​ພະ​ລາ ໄປ​ຮັບ​ໜ້າທີ່​ໃໝ່ ຂັບ​ລົດ​ ຢູ່ ກອງຮ້ອຍ 304, ສິບ​ເອກສັນຕິ​ສຸກ ຄຸນ​ວິ​ໄຊ ຂັບ​ລົດ​ພະ​ແນກ​ພະ​ລາ ໄປ​ຮັບ​ໜ້າທີ່​ໃໝ່ ຂັບ​ລົດ​​ຢູ ກອງຮ້ອຍ 304 ແລະ ສິບ​ໂທ ນາງ ມະນີ​ວອນ ຫຼວງ​ລາດໄປ​ຮັບ ​ໜ້າທີ່ໃໝ່ ຢູ່​ຂະແໜງ​ເຄຫະ ພະ​ແນກ​ພະ​ລາ ກອງພັນ​ໃຫຍ່ 703. ຈາກ​ນັ້ນ, ສະຫາຍ ພັນ​ໂທ ຈັນທະ​ພອນ ວັນນະ​ຈິດ ກໍ​ໄດ້​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການທຽບ ​ຊັ້ນ​ນາຍ​ທະຫານ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ຢູ່​ກອງພັນ​ໃຫຍ່ 703 ຄື: ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ​ໃຫ້​ນັກຮຽນ ທີ່​ຮຽນ​ຈົບ​ປະລິນຍາ​ຕີ ແລະ ຊັ້ນ​ສູງ​ຈຳນວນ 1 ສະຫາຍ ແລະ ປະດັບ​ທຽບ​ຊັ້ນ​ຮ້ອຍ​ຕີ​ໃຫ້​ນັກຮຽນ ທີ່​ຮຽນ​ຈົບ​ຊັ້ນ​ກາງ ຈຳນວນ 3 ສະຫາຍ ແລະ ໃນ​ໂອກາດ​ນີ້​ຍັງ​ໄດ້​ມອບ​ຫຼຽນ​ພິລະ​ອາຫານ​ຊັ້ນ III ແລະ ໃບ​ຍ້ອງຍໍ ໃຫ້ ນາຍ ແລະ ພົນທະຫານ​ທີ່​ຮັບ​ໃຊ້​ຊ່ວຍ​ເຫຼື່ອ​ມະນຸດສະທຳ ແລະ ບັນເທົາ​ທຸກ​ໄພພິບັດ​ຈາກ​ແຜນ​ດິ​ໄຫວ​ ຢູ ​ສສ ມຽນ​ມາ, ຊ້ອມ​ຮົບ​ລາວ - ຮັດ​ເຊຍ ( ລາ​ໂຣ​​ສ 2025 ) ແລະ ຫັດ​ແອບ​ຝຶກ​ຊ້ອມ​ກອບ​ກູ້​ໄພພິບັດ 3 ກອງທັບ ລາວ-ຫຽດ​ນາມ-ກຳປູເຈຍ ຕື່ມ​ອີກ. ໂດຍ: ນາງ ບົວ​ພັນ ເທີນ​ຜາ​ສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ