ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານຊາຍແດນ ຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 116 ປີ
ເວລາອອກຂ່າວ: 2026-03-06 10:11:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1090 | ຄວາມນິຍົມ: ![]()
ໃນວັນທີ 5 ມີນາ 2026 ນີ້, ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານຊາຍແດນ ໄດ້ຈັດ ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116 ປີ ( 8 ມີນາ 1910-8 ມີນາ 2026 ) ຕິດພັນ ກັບບັ້ນສະຫຼຸບວຽກງານ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ, ແຂກຖືກເຊີນ ຕະຫຼອດຮອດ ຊະມາຊິກສະຫະພັນແມ່ຍິງ ທົ່ວກອງບັນຊາການທະຫານຊາຍແດນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ນາງ ອຳນວຍ ເສດາຮັກ ຫົວໜ້າພະແນກ ສະຫະພັນແມ່ຍິງ ກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ເພື່ອເປັນການຫວນຄືນຕົ້ນກຳເນີດ ແລະ ປະຫວັດຄວາມເປັນມາອັນຍາວນານ ຂອງວັນແມ່ຍິງສາກົນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 08 ມີນາ ປີ 1910 ທີ່ນະຄອນໂກເປນ ປະເທດແດນມາກ ຖືເປັນຂະບວນການຕໍ່ສູ້ຂອງແມ່ຍິງໃນທົ່ວໂລກ ພາຍໃຕ້ຄໍາຂວັນ "ເຂົ້າຈີ່ ແລະ ດອກກຸຫລາບ" ທີ່ທວງເອົາສິດສະເໝີພາບ ລະຫວ່າງ ຍິງ-ຊາຍ, ທວງເອົາຄ່າແຮງງານ ແລະ ໃຫ້ນາຍທຶນ ຫຼຸດຊົ່ວໂມງເຮັດວຽກ ພ້ອມທັງທວງເອົານະໂຍບາຍແມ່ຍິງ ໃນເວລາເຈັບປ່ວຍ, ຖືພາ ແລະ ເກີດລູກ, ຍ້ອນເຫັນໄດ້ຄວາມສໍາຄັນພາລະບົດບາດ, ໜ້າທີ່ຂອງແມ່ຍິງລາວ ໃນປັດຈຸບັນ ເປັນຕົ້ນ ແມ່ນບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ, ກອງປະຊຸມຕ່າງໆ ຂອງແມ່ຍິງ ໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ມີນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ. ເວົ້າສະເພາະໃນ ສປປ ລາວ ພັກປະຊາຊົນປະຕິວັດລາວ ຍາມໃດກໍໄດ້ຖືສໍາຄັນໃນການເຊີດຊູບົດບາດຂອງແມ່ຍິງ, ປະຕິບັດສິດສະເໝີພາບ ລະຫວ່າງ ເພດຍິງ ແລະ ເພດຊາຍ.
ໂອກາດດຽວກັນນີ້, ສະຫາຍ ພັນຕີ ນາງ ສາຍສະຫວັນ ຈັນທະອາສາ ຮັກສາການຮອງພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານຊາຍແດນ ກໍໄດ້ຜ່ານບົດສະຫຼຸບ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ພະແນກສະຫະພັນແມ່ຍິງ ກໍໄດ້ຊີ້ນຳຂະແໜງ ແລະ ບັນດາໜ່ວຍທີ່ຂຶ້ນກັບ ເຊິງໄດ້ຖືເອົາວຽກງານ ຂໍ້ແຂ່ງຂັນ 3 ດີສອດຫ້ອຍເຂົ້າໃນວຽກງານວິຊາສະເພາະຂອງກົມກອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງໃຫ້ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນ 7 ລະບອບ 18 ວຽກຂອງກອງທັບ, ອອກແຮງແຂ່ງຂັນ ເຂົ້າຮ່ວມທຸກຂະບວນການ ຂອງກອງບັນຊາການ ແລະ ທຸກຂົງເຂດວຽກງານ ທີ່ໄດ້ຮັບມອບໝາຍ ປະຕິບັດນະໂຍບາຍຕາມແນວທາງລວມຂອງຂັ້ນເທິງວາງອອກ ໃຫ້ແທດເໝາະກັບເງື່ອນໄຂຕົວຈິງທີ່ພົວພັນເຖິງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ຊຸກຍູ້ຕິດຕາມການເຄື່ອນໄຫວຂອງເອຶ້ອຍນ້ອງສະຫະພັນແມ່ຍິງ ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານ, ຈັດຕັ້ງນຳພາ ເອຶ້ອຍນ້ອງສະຫະພັນແມ່ຍິງ ເຂົ້າຮ່ວມທຸກຂະບວນການ ເປັນຕົ້ນແມ່ນອອກແຮງງານລວມ ເພື່ອຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງສະຫະພັນແມ່ຍິງລາວ. ທາງດ້ານວຽກງານ ກໍ່ສ້າງພະນັກງານເພດຍິງ ພະແນກສະຫະພັນແມ່ຍິງ ກໍໄດ້ຈັດຕັ້ງນຳພາຕາມແຜນພັດທະນາເພດຍິງຂອງກອງທັບ ເປັນຕົ້ນແມ່ນການກໍ່ສ້າງພະນັກງານສືບທອດປ່ຽນແທນ, ຍົກລະດັບທາງດ້ານວິຊາສະເພາະທີ່ແນ່ນອນ, ແບບແຜນວິທີເຮັດວຽກ, ການຄຸ້ມຄອງບັນຊາດ້ານເຕັກນິກ ແລະ ວິຊາການດ້ານຕ່າງໆ ດ້ວຍທຶນລັດ ແລະ ຕົນເອງ ຢູ່ພາຍໃນ ແລະ ຕ່າງປະເທດ. ປຸກລະດົມ ຜູ້ທີ່ມີເງື່ອນໄຂໃຫ້ຄ້າຂາຍ, ຕ່ຳຫູກທໍໄໝ, ປູກຝັງລ້ຽງສັດເພື່ອສ້າງລາຍຮັບ ເຜິ້ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນັ້ນໃນພິທີກໍໄດ້ຜ່ານທິດທາງແຜນການປະຈຳປີ 2026.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກໍໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະ 1 ປີ ພ້ອມທັງຮຽກຮ້ອງໃຫ້ ບັນດາສະຫາຍ ຈົ່ງສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ເອຶ້ອຍນ້ອງແມ່ຍິງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ພ້ອມກັນສືບຕໍ່ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດລາວເຮົາໄວ້ ອອກແຮງ ແຂ່ງຂັນ ສ້າງເສດຖະກິດ ເຜິ້ງຕົນເອງ ກຸ້ມຕົນເອງ ສ້າງເຂັ້ມແຂງດ້ວຍຕົນເອງຕາມ ການນຳພາຂອງ ສະຫະພັນແມ່ຍິງກອງທັບວາງອອກຢ່າງເຂັ້ມງວດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















