ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກະແສຟອງການປະທ້ວງຂອງແມ່ຍິງໃນເມື່ອກ່ອນ ໄດ້ກາຍເປັນບັນທັດຖານເທົ່າເຖິງປັດຈຸບັນ
ເວລາອອກຂ່າວ: 2026-03-06 11:12:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1139 | ຄວາມນິຍົມ:



ສະຫາຍ ພັນໂທ ນາງ ຈັນວຽງ ສົມມະນີວັນ ເລຂາໜ່ວຍແມ່ຍິງ ກອງບັນນາທິການໜັງສືພີມກອງທັບ ໄດ້ໃຫ້ທັດສະນະຕໍ່ວັນແມ່ຍິງສາກົນ ຄົບຮອບ 116 ປີວ່າ: ວັນທີ 8 ມີນາ ຂອງທຸກໆປີ ເອື້ອຍນ້ອງແມ່ຍິງ ໄດ້ພາກັນສະເຫຼີມສະຫຼອງ ເຫດການທີ່ເກີດຂຶ້ນເຊິ່ງໄດ້ຕິດພັນກັບປະຫວັດສາດຂອງໂລກ ບໍ່ພຽງແຕ່ປະຊາຊົນລາວ ກໍຄື ແມ່ຍິງລາວເທົ່ານັ້ນ ຍັງໄດ້ຕິດພັນກັບຂະບວນການກົດຂີ່ຂູດຮີດຂອງພວກຈັກະພັດ, ພາຍຫຼັງປ່ຽນຈາກລະບອບສັກດີນາ ມາເປັນລະບອບນາຍທຶນ ພວກມັນຍິ່ງກົດຂີ່ຂູດຮີດແຮງງານຂອງແມ່ຍິງ ເພື່ອສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ, ພວກນາຍທຶນໃຊ້ແຮງງານແມ່ຍິງໄປເປັນກໍາມະກອນຢູ່ຕາມໂຮງຈັກ-ໂຮງງານ, ເປັນຂ້າທາດ, ເປັນນາງບໍາເລີ ໃຫ້ແກ່ພວກເຂົາ ໂດຍບໍ່ຄໍານຶງເຖິງ ຊີວິດການເປັນຢູ່ຂອງແມ່ຍິງເຫຼົ່ານັ້ນ, ຈາກເຫດການດັ່ງກ່າວ ແມ່ຍິງ ຈຶ່ງເພີ່ມຄວາມເຈັບແຄ້ນເປັນທະວີຄູນ ຕໍ່ພວກນາຍທຶນທີ່ກົດຂີ່ຂູດຮີດແຮງງານ ເຖິງຢ່າງໃດກໍຕາມ ແມ່ຍິງຈຶ່ງລຸກຮື້ຂຶ້ນຕໍ່ສູ້ ທວງເອົາສິດ ແລະ ເອກະລາດຄືນມາ ຍ້ອນແນວນັ້ນ ໃນໂຮງຈັກ-ໂຮງງານ ຂອງສະຫະລັດອາເມລິກາ ຈຶ່ງໄດ້ຢຸດການເຮັດວຽກ ເພື່ອທວງໃຫ້ນາຍທຶນ ຕ້ອງໃຊ້ຄ່າແຮງງານຢ່າງເໝາະສົມ, ແຕ່ການຕໍ່ສູ້ດັ່ງກ່າວ ກໍບໍ່ໄດ້ຮັບໄຊຊະນະ. ການຕໍ່ສູ້ໄດ້ສ່ອງແສງເຖິງກະແສຟອງຂອງຄວາມຄຽດແຄ້ນໄປທົ່ວໂລກ, ໂດຍສະເພາະ ແມ່ນແມ່ຍິງຢູ່ທະວີບອາເມຣິກາ ແລະ ທະວີບເອີຣົບ ໄດ້ທວງເອົາເວລາເຮັດວຽກ ມື້ໜຶ່ງ 8 ຊົ່ວໂມງ, ທວງເອົາການຮັບປະກັນສິດທິພື້ນຖານ ດ້ານສະຫວັດດີການສັງຄົມ, ການເບິ່ງແຍງໃນເວລາເຈັບ-ປ່ວຍ, ການອອກລູກ ແລະ ທວງເອົາສິດອື່ນໆ. ພາຍຫຼັງໄດ້ຮັບຮອງເອົາ ວັນທີ 8 ເດືອນ 3 ເປັນວັນແມ່ຍິງສາກົນ ນັບແຕ່ນັ້ນມາ ຈົນເຖິງປັດຈຸບັນ ແມ່ນຄົບຮອບ 116 ປີ, ການສະເຫຼີມສະຫຼອງແຕ່ລະປີ ເປັນການລະນຶກເຖິງ ແມ່ຍິງທີ່ໄດ້ເສຍສະຫຼະຊີວິດຕົນເອງ ເພື່ອຊາວກໍາມະກອນໃນທົ່ວໂລກ ຊເຊິ່ງບໍ່ພຽງແຕ່ເອື້ອຍນ້ອງແມ່ຍິງເທົ່ານັ້ນ ແຕ່ຍັງລວມເຖິງ ກໍາມະກອນທີ່ເປັນເພດຊາຍ ກໍໄດ້ຜົນປະໂຫຍດເຊັ່ນກັນ. ສໍາລັບ ສປປ ລາວ ກໍໄດ້ມີເຊັ່ນດຽວກັນ ພັກ, ລັດ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽກງານຂອງແມ່ຍິງ-ເດັກນ້ອຍ, ໃຫ້ສິດສະເໝີພາບ ລະຫວ່າງຍິງ-ຊາຍ ທັງໄດ້ຍົກບົດບາດ ຂອງແມ່ຍິງສູ່ລະດັບສູງ, ມີຄະນະກໍາມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ. ເມື່ອເວົ້າເຖິງສະຫະພັນແມ່ຍິງໃນກອງທັບຍາມໃດກໍ ເປັນເສນາທິການຮອບດ້ານກ່ຽວກັບການຈັດ ແລະ ຄຸ້ມຄອງຊີ້ນຳ-ນຳພາແມ່ຍິງທົ່ວກອງທັບໃຫ້ແກ່ກະຊວງປ້ອງກັນປະເທດ ຈະຕ້ອງເພີ່ມທະວີບົດບາດເປັນເຈົ້າການປະຕິບັດພາລະບົດບາດນຳພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດເຮັດສຳເລັດພາລະບົດບາດແມ່ຍິງ 3 ດີ, ເວົ້າສະເພາະຢ່າງຍິ່ງເປັນຄອບຄົວທີ່ດີຂອງກໍາລັງປ້ອງກັນຊາດທີ່ຄໍ້າປະກັນໃຫ້ຄອບຄົວທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຊາຍແດນຂອງປະເທດມີຄວາມສະຫງົບປອດໄພ. ສຳລັບໜ່ວຍແມ່ຍິງໜັງສືພິມກອງທັບຂອງພວກເຮົາ, ໂດຍພາຍໃຕ້ການຊີ້ນຳຂອງ ຫ້ອງການສະຫະພັນແມ່ຍິງກອງທັບ ກໍຄື ພະແນກສະຫະພັນແມ່ຍິງກົມໃຫຍ່ການເມືອງກອງທັບ ແລະ ການໃກ້ຊິດຕິດແທດຂອງຄະນະພັກ-ຄະນະບັນຊາ ຈຶ່ງເຮັດໃຫ້ໜ່ວຍແມ່ຍິງຂອງພວກເຮົາເຄື່ອນໄດ້ຕາມພາລະບົດບາດ ທັງປະກອບສ່ວນເຂົ້າໃນທຸກຂະບວນການທີ່ຂັ້ນເທີງຈັດຂຶ້ນຢ່າງເປັນຂະບວນການກວ້າງຂວາງ. ອີກເທື່ອໜຶ່ງ, ເນື່ອງໃນໂອກາດວັນແມ່ຍິງສາກົນ ຂ້າພະເຈົ້າໃນນາມເລຂາໜ່ວຍແມ່ຍິງ ຕາງໜ້າໃຫ້ສະມາຊິກແມ່ຍິງໜັງສືພິມທຸກສະຫາຍ ຂໍກ່າວອອວຍພອນໄຊອັນປະເສີດມາຍັງ ແມ່ຍິງລາວທຸກທົ່ວໜ້າ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບ ພະລານາໄມສົມບຸນ,ພ້ອມກັນເຮັດສຳເລັດທຸກໜ້າທີ່ ຕາມການມອບໝາຍ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ