ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດລາວ ທີ່ຈະໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ
ເວລາອອກຂ່າວ: 2026-03-06 14:32:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1118 | ຄວາມນິຍົມ: ![]()
ວັນທີ 6 ມີນາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໄມບົວ ໄຊຍະວົງ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫາຣາຊະອານາຈັກອັງກິດ ແລະ ສະຫາຍ ສອນໄຊ ວັນນະໄຊ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປະເຈຍ.
ໂອກາດນີ້ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມດີໃຈຕໍ່ທ່ານທູດ ທັງສອງສະຫາຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ ແລະ ລັດຖະບານ ໃຫ້ໄປປະຕິບັດໜ້າທີ່ອັນມີກຽດຢູ່ຕ່າງປະເທດ ແລະ ຍັງໄດ້ເນັ້ນໃຫ້ທ່ານທູດ ເອົາໃຈໃສ່ໃນການເປັນຂົວຕໍ່ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ປະເທດທີ່ທັງສອງທ່ານໄດ້ໄປປະຈຳການ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ໂດຍສະເພາະແມ່ນການຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງປະເທດມີທ່າແຮງ. ພ້ອມທັງ ໃຫ້ທິດຊີ້ນໍາໃນການຕິດຕາມ ແລະ ປະສານງານວຽກງານທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການໄປປະຕິບັດໜ້າທີ່ ຄັ້ງນີ້ ບໍ່ພຽງແຕ່ແມ່ນການເປັນຕົວແທນໃຫ້ແກ່ລັດຖະບານເທົ່ານັ້ນ, ແຕ່ຍັງແມ່ນການປົກປ້ອງຜົນປະໂຫຍດ ຂອງປະຊາຊົນລາວ ແລະ ເຊີດຊູກຽດສັກສີ ຂອງປະເທດຊາດ ໃນເວທີສາກົນ.
ໃນໂອກາດນີ້, ທ່ານທູດທັງສອງສະຫາຍ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບ ແລະ ໃຫ້ທິດຊີ້ນຳອັນເປັນປະໂຫຍດ, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ: ຈະສຸມທຸກສະຕິປັນຍາ ແລະ ຄວາມສາມາດ ເພື່ອເຄື່ອນໄຫວປະຕິບັດໜ້າທີ່ການທູດໃຫ້ມີປະສິດທິຜົນສູງສຸດ ເພື່ອຮັບໃຊ້ຊາດ ແລະ ປະຊາຊົນຢ່າງແທ້ຈິງ.
ໂດຍ: ເພັດສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















