ຄະນະບໍລິຫານງານພັກອົງການ ຫ້ອງວ່າການ ກະຊວງປ້ອງກັນປະເທດ ສະຫຼຸບວຽກງານນໍາພາຮອບດ້ານ ປະຈໍາປີ 2025
ເວລາອອກຂ່າວ: 2026-03-06 14:36:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1126 | ຄວາມນິຍົມ: ![]()
ໃນວັນທີ 6 ມີນາ 2026 ນີ້, ຄະນະບໍລິຫານງານພັກອົງການ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານນໍາພາຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການນໍາພາ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກອົງການ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ ຫ້ອງວ່າການກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸດສະດີ ອິນທະລັງສີ ຮອງເລຂາຄະນະພັກອົງການ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາຄືນການນຳພາຮອບດ້ານ ຂອງຄະນະບໍລິຫານງານພັກອົງການ ຫ້ອງວ່າການ ກະຊວງປ້ອງກັນປະເທດ ປະຈຳປີ 2025 ແລະ ທິດທາງແຜນການນຳພາ ປະຈຳປີ 2026, ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານ, ຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານນຳພາຮອບດ້ານ ໃນປີ 2025 ຜ່ານມາ ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງໃກ້ສິດຈາກຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກອົງການຫ້ອງ ວ່າການກະຊວງໄດ້ສຸມໃສ່ຊີ້ນໍາບັນດາວຽກງານຕ່າງໆຕາມພາລະບົດບາດ ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ແມ່ນໄດ້ເປັນເຈົ້າການຈັດຕັ້ງປະຕິບັດມະຕິ-ຄໍາສັ່ງຂອງກົມໃຫຍ່ເສນາທິການ ແລະ ປະຕິບັດລະບອບການກຽມພ້ອມສູ້ຮົບໃນແຕ່ລະພາວະ, ເພື່ອປ້ອງກັນທີ່ຕັ້ງສໍາຄັນຕ່າງໆ ສໍານັກງານອົງການ, ປ້ອງກັນການນໍາຂັ້ນສູງຕິດຕາມ-ສະກັດກັ້ນໄດ້ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບເປັນຢ່າງດີ, ໄດ້ຊີ້ນໍາບັນດາສະຫາຍທີ່ໄດ້ຮັບມອບໝາຍໜ້າທີ່ຊ່ວຍຄະນະນໍາກະຊວງ ເຮັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ໂຄງການຮ່ວມມືພັດທະນາກຸ່ມບ້ານ ລຽບຕາມຊາຍແດນ ລາວ-ຫວຽດນາມ ຮ່ວມກັບຄະນະຊີ້ນໍາໜ້າທີ່ເຊ (C) ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ໄດ້ເອົາໃຈໃສ່ຄົ້ນຄວ້າກວດການິຕິກຳຕ່າງໆ, ດ້ານວຽກງານຄົ້ນຄວ້າສັງລວມ ແມ່ນໄດ້ຄົ້ນຄວ້າຫັນບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ, ມະຕິຂອງກົມການເມືອງສູນກາງພັກ, ມະຕິ-ຄໍາສັ່ງ ຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ເປັນມະຕິຂອງຄະນະພັກກະຊວງປ້ອງກັນປະເທດ, ເປັນທິດທາງວຽກງານປ້ອງກັນຊາດ ແລະ ສະຫຼຸບ-ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ໄດ້ຄົ້ນຄວ້າຮ່າງບັນດາເອກະສານນິຕິກຳ ແລະ ເອກະສານຕ່າງໆ ຂອງກະຊວງປ້ອງກັນປະເທດເຊັ່ນ: ຮ່າງບັນດາຄໍາສັ່ງແນະນໍາ, ແຈ້ງການ, ບົດລາຍງານ, ບົດປາໄສ, ບົດໂອ້ລົມ, ຮ່າງບົດແຈ້ງສະພາບການ, ແຜນການເຄື່ອນໄຫວເຮັດວຽກຂອງຄະນະນໍາກະຊວງ, ບັນດາບົດປາໄສຂອງກົມການເມືອງສູນກາງພັກ, ບົດໂອ້ລົມຂອງການ ນໍາພັກ-ລັດ ໃນໂອກາດພິທີສໍາຄັນຕ່າງໆ ທີ່ກ່ຽວຂ້ອງກັບກອງທັບ, ກະກຽມບັນດາເນື້ອໃນ, ວັດຖຸ-ພາຫະນະ, ສະຖານທີ່ປະຊຸມສາມັນ ແລະ ວິສາມັນຂອງຄະນະພັກກະຊວງ, ຂອງກະຊວງ ແລະ ຫ້ອງວ່າການກະຊວງ, ຊ່ວຍຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງ, ທິດທາງແຜນການຂອງຂັ້ນເທິງ, ຕິດຕາມຄະນະປະຈຳພັກກະຊວງ ລົງເຄື່ອນໄຫວເຮັດວຽກຢູ່ກົມກອງ-ທ້ອງຖິ່ນ ພ້ອມທັງຄົ້ນຄວ້າ-ສັງລວມ-ນໍາສະເໜີ ບັນຫາຕ່າງໆ ໃຫ້ຂັ້ນເທິ່ງຊາບ ແລະ ມີທິດຊີ້ນໍາເພື່ອແກ້ໄຂໃຫ້ທັນເວລາ, ໄດ້ຈັດຕັ້ງສະຫຼຸບສັງລວມປະຈຳເດືອນ, ປະຈຳໄຕມາດ ສົ່ງໃຫ້ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກຳມະທິການສະພາແຫ່ງຊາດ ແລະ ຄະນະນໍາກະຊວງປ້ອງກັນປະເທດເປັນປະຈຳ. ນອກນີ້ ຍັງໄດ້ສຸມໃສ່ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ວຽກງານຄຸ້ມຄອງເສດຖະກິດ ແລະ ດໍາເນີນທຸລະກິດ, ວຽກງານຮັກສາສຸຂະພາບສູນກາງ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານໂຄສະນາ, ວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ວຽກງານກວດກາ, ວຽກງານປ້ອງກັນພາຍໃນ, ວຽກງານນະໂຍບາຍ, ວຽກງານປະກັນສັງຄົມ, ວຽກງານງານອົງການຈັດຕັ້ງມະຫາຊົນ, ວຽກງານຄຸ້ມຄອງກໍາລັງພົນ ເເລະ ວຽກງານຕ່າງໆ ທີ່ປິ່ນອ້ອມ ໃນຖັນເເຖວກອງທັບທີ່ຕິດພັນກັບວຽກງານຂອງຕົນ ໃຫ້ມີຄຸນນະພາບ, ບັນລຸຕາມຄາດໝາຍ ເເລະ ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິ່ງມອບໝາຍໃຫ້. ຈາກນັ້ນ, ໃນກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກົມກອງທີ່ສ້າງຜົນງານມາໄດ້ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ກຳແໜ້ນເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ-ລັດ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເສີມຂະຫາຍຫົວຄິດປະດິດສ້າງວິທະຍາສາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງຢ່າງມີຈຸດສຸມ, ຄຸ້ມຄອງບົວລະບັດວັດຖຸ-ເຕັກນິກ ໃຫ້ມີຄວາມປອດໄພ, ສຸມໃສ່ສ້າງພະລາທິການກັບທີ່, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ພະນັກງານ-ນັກຮົບມີຊີວິດການເປັນຢູ່ທີ່ດີ, ກົມກອງມີບາດກ້າວ ພັດທະນາຢ່າງຕໍ່ເນື່ອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















