ສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ພາຍໃຕ້ຫົວຂໍ້: "ພຶ້ນຖານວິທະຍາສາດ ຕິດພັນກັບການຮຽນ-ການສອນ ໃນເງື່ອນໄຂໃໝ່"
ເວລາອອກຂ່າວ: 2026-03-06 15:09:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1112 | ຄວາມນິຍົມ: ![]()
ກອງປະຊຸມສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ (ວປກ) ພາຍໃຕ້ຫົວຂໍ້: "ພຶ້ນຖານວິທະຍາສາດ ຕິດພັນກັບການຮຽນ-ການສອນ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່" ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 05 ມີນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ ອົງການ, ກົມກອງຂຶ້ນກັບ ພ້ອມດ້ວຍ ນັກວິທະຍາກອນ ແລະ ພັກງານ-ຄູອາຈານ ເຂົ້າຮ່ວມ.
ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ, ໂດຍໄດ້ຍົມໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງຫົວຂໍ້ທີ່ວ່າ "ພຶ້ນຖານວິທະຍາສາດຕິດພັນກັບການຮຽນ-ການສອນຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່" ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພື່ອແນໃສ່ນໍາເອົາຜົນສໍາເລັດໃນການຄົ້ນຄວ້າວິທະຍາສາດ ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບການຮຽນ-ການສອນ ຢູ່ ວປກ ໃນເງື່ອນໄຂໃໝ່ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ໃນກອງປະຊຸມ ບັນດາສະຫາຍ ຜູ້ທີ່ປະກອບສ່ວນໃນການຂຽນບົດວິທະຍາສາດ ມີທັງໝົດ 22 ສະຫາຍ, ມີ 22 ຫົວຂໍ້ຍ່ອຍ. ໃນນັ້ນ ມີ 10 ສະຫາຍ ຕາງໜ້າໃຫ້ບັນດານັກວິທະຍາສາດ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີບົດວິທະຍາສາດຂອງຕົນ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຍ້ອງຍໍຊົມເຊີຍບັນດານັກວິທະຍາສາດ ທີ່ໄດ້ນໍາສະເໜີຜົນການຄົ້ນຄວ້າຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງ, ມີລັກສະນະວິທະຍາສາດ ແລະສອດຄ່ອງກັບເງື່ອນໄຂຕົວຈິງໃນສະພາບການໃໝ່. ນອກນັ້ນ ສະຫາຍ ຍັງມີບາງຄໍາເຫັນເພື່ອເປັນທິດທາງໃນການປັບປຸງເນື້ອໃນບົດວິທະຍາສາດໃຫ້ມີຄວາມສົມບູນ ແລະ ຮັບປະກັນຄຸນນະພາບ, ສະຫາຍໄດ້ເນັ້ນໜັກ ຕໍ່ຄະນະພັກ-ຄະນະອໍານວຍການ ຕ້ອງຖືສໍາຄັນວຽກງານຄົ້ນຄວ້າ ວິທະຍາສາດ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ເປັນເຈົ້າການໃຫ້ທິດຊີ້ນໍາ-ນໍາພາ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສະພາວິທະຍາສາດຂັ້ນ ວປກ ໄດ້ເຄື່ອນໄຫວຢ່າງເປັນປົກກະຕິຕໍ່ເນື່ອງ; ມອບໃຫ້ກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ເປັນໃຈກາງໃນການປະສານກັບອົງການທີ່ກ່ຽວຂ້ອງຊີ້ນໍາ ວຽກງານຄົ້ນຄວ້າວິທະຍາສາດ ແຕ່ລະຂັ້ນ, ນັກວິທະຍາສາດແຕ່ລະສະຫາຍຕ້ອງໄດ້ປັບປຸງບົດວິທະຍາສາດຂອງຕົນໃຫ້ສົມບູນ ແລະ ຮັບປະກັນຄຸນນະພາບ ເພື່ອນໍາໃຊ້ເຂົ້າໃນການປັຸງການຮຽນ-ການສອນຢູ່ ວປກ ໃຫ້ດີຂຶ້ນກວ່າເກົ່າ; ກົມອົບຮົມບ-ກໍ່ສ້າງ ສົມທົບກັບອົງການທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນສະພາບການໃໝ່; ຕ້ອງຮັບປະກັນທາງດ້ານງົບປະມານ, ພຶ້ນຖານວັດຖຸ, ຂໍ້ມູນຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງວ່ອງໄວ, ພິເສດຕ້ອງເສີມຂະຫຍາຍສະຕິປັນຍາຂອງມະຫາ ຊົນເຂົ້າໃນການຄົ້ນຄວ້າວິທະຍາສາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໂດຍ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















