ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ປີ 2025 ຜ່ານ​ມາ, ຫ້ອງການ​ບໍລິຫານ ກົມ​ໃຫຍ່​ພະລາທິການ​ກອງທັບ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-03-11 09:07:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ອີງ​ຕາມ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ຂອງ​ຫ້ອງການບໍ ລິຫານກົມໃຫຍ່ພະລາທິການ ກອງທັບ ປະຈຳ​ປີ 2025 ແລະ ທິດ​ທາງ​ແຜນການ ປີ 2026 ທີ່​ສະເໜີ​ໂດຍ​ ສະຫາຍ ພັນ​ເອກ ຕຽງ​ຄຳ ສຸວັນ​ດາ​ວົງ ຫົວໜ້າ​ຫ້ອງການ​ບໍລິຫານກົມ​ໃຫຍ່ພະລາທິການ​ກອງທັບ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດວຽກງານໃນ ​ໄລຍະ 1 ປີຜ່ານມາ, ຫ້ອງການ​ບໍລິຫານ ພວກ​ເຮົາ​ໄດ້​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ​ຕິດ​ພັນ​ແໜ້ນ​ກັບ​ໜ້າທີ່​ການເມືອງ ແລະ ຮັບປະກັນ​ໄດ້​ວຽກ​ງານ​ວິຊາ​ສະເພາະ. ໃນ​ນັ້ນໄດ້ສຸມໃສ່ຈັດຕັ້ງ​ຜັນຂະຫຍາຍ​ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ 5 ປີ ຄັ້ງ​ທີ IX, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງຄະນະ​ ພັກ​ກົມ​ໃຫຍ່​ພະລາທິການ​ກອງທັບ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກເຂົ້າ​ ສູ່​ວຽກ​ງານຕົວຈິງ​ຂອງກົມກອງ, ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດໜ້າ ທີ່​ວຽກ​ງານ​ດ້ານຕ່າງໆ ໃນ​ປີ 2025 ຜ່ານ​ມາ ມີ​ຜົນສຳເລັດ​ໃນ​ ຫຼາຍ​ດ້ານ​ດັ່ງນີ້: ວຽກ​ງານ​ຮັບປະ ກັນ​ຊີວິດ​ການ​ເປັນ​ຢູ່​ກໍ​ຄື​ວຽກ​ງານ​ຮັບປະກັນ​ໃຫ້​ແກ່​ການ​ອົບຮົມ-ຫັດ​ແອບ ແລະ ກຽມພ້ອມ​ສູ້​ຮົບ ໄດ້​ຈັດ​ຕັ້ງ​ກຳລັງ​ປະຈຳການ, ຄະ ນະ​ປະຈຳການ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ກໍ​ຄື​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ເປັນຕົ້ນ​ແມ່ນ​ພາຫະ​ເຕັກນິກ, ວັດຖຸ​ສຳຮອງ ເພື່ອ​ແຮ​ໄວ້​ເວລາ​ສຸກ​ເສີນ ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ, ຢາ​ປົວ​ພະຍາດ, ເຂົ້າ​ກິນ, ເຄື່ອງນຸ່ງ​ຫົ່ມ ແລະ ອື່ນໆ. ດ້ານ​ວຽກ​ງານ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ສະບຽງ​ອາ ຫານ ແມ່ນ​ໄດ້​ຮັບ​ເຂົ້າກິນເປັນປົກ ກະຕິ, ໄດ້​ປະກອບ​ເຄື່ອງຮັບ​ໃຊ້​ ເຮືອນຄົວ​ລວມ-ເຮືອນ​ກິນ​ເຂົ້າ ຂອງ​ອ້າຍ​ນ້ອງ​ທີ່​ປະຈຳການ​ຢູ່​ຫໍ​ພັກ​ໂສດ, ການ​ກິນ​ດື່ມ​ລວມ​ໝູ່ ໄດ້​ເອົາໃຈໃສ່​ຊີ້​ນຳ​ການ​ຕົ້ມ​ຫຸງ​ປຸງ​ແຕ່ງອາຫານ​ເຂົ້າ​ສຸກ, ແກງ​ຮ້ອນ​ຖືກ​ລັກ​ສຸ​ຂະ​ອະນາໄມ, ສຳລັບ​ເຮືອນຄົວ​ໂສດ​ໄດ້​ຈັດ​ຕັ້ງ​ການ​ກິນ​ເຂົ້າ 3 ຄາບ​ຕໍ່​ມື້, ຮັບປະກັນ​ລະບອບ​ອັດຕາ​ກິນ​ຂອງ​ອ້າຍ​ນ້ອງ​ໂສດ​ຕາມ​ຂັ້ນ​ເທີ່ງ​ກຳນົດ, ດ້ານ​ເຄື່ອງນຸ່ງ​ຫົ່ມ​ໄດ້​ຮັບ-ເບີກ​ຈ່າຍ​ຕາມ​ແຜນ​ງົບປະມານ​ຮ່ວງ​ອັດຕາ​ປະຈຳ​ປີ​ເປັນ​ປົກ​ກະ​ຕີ ແລະ ໄດ້​ເບີກ​ຈ່າຍ​ໃຫ້​ແຕ່​ລະ​ຫົວໜ່ວຍ​ກົມ​ກອງ​ບໍ່​ໄດ້​ຂາດ; ດ້ານ​ນ້ຳມັນ​ເຊື້ອ​ໄຟ​ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ການ​ຮັບ-ເບີກ​ຈ່າຍ​ນ້ຳມັນ​ເຊື້ອໄຟ​ ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ ແລະ ຮັບ ປະກັນ​ຄວາມ​ປອດໄພໄດ້ດີພໍສົມ ຄວນ; ດ້ານ​ວຽກ​ງານ​ຄຸ້ມຄອງພາ ຫະນະ-ເຕັກນິກ​ແມ່ນ​ເອົາໃຈໃສ່​ ກວດກາ​ລະບອບ​ເຕັກນິກ​ເປັນ ​ປະຈຳ ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ​ໃຫ້​ກົມ​ໃຫຍ່​ໃນ​ເວລາ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ບັນດາ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ​ໃຫ້​ມີຄວາມ​ ຮັບປະກັນ. ໃນ​ນັ້ນ ​ພວກ​ເຮົາ​ໄດ້​ມີ​ການ​ເຝິກອົບຮົມ​ດ້ານ​ກິລິຍາ​ມາລະຍາດ​ໃຫ້​ນັກຂັບ​ຂີ່ຕ້ອງສຸ ພາບ​ອ່ອນໂຍນ​ລວມທັງມີການ​ ບົວລະບັດ​ຮັກສາ​ລົດ​ທີ່​ຕົນ​ເອງ ​ຮັບຜິດຊອບ​ໃຫ້​ມີ​ຄວາມສະອາດ ​ຈົບງາມ ແລະ ຂັບ​ຂີ່​ດ້ວຍ​ຄວາມ ​ປອດ​ໄພ. ດ້ານ​ວຽກ​ງານ​ຮັບປະ ກັນ​ສຸຂະພາບ​ຂອງ​ພະນັກງານ-ນັກຮົບ ແມ່ນ​ໄດ້​ຊີ້​ນຳ​ໜ່ວຍງານ ​ເສນາ​ຮັກ​ເຄື່ອນ​ໄຫວ​ກວດ​ວັດ ແທກ​ອຸນຫະພູມ​ໃຫ້​ນາຍ ແລະ ພົນ ທະຫານ​ເປັນ​ປົກກະຕິ ແລະ ໄດ້​ ລົງ​ຕິດຕາມ​ກວດກາ​ສຸຂະພາບ​ຂອງ​ພະນັກງານ-ນັກຮົບ​ເປັນ​ປະ ຈຳ, ພ້ອມ​ນັ້ນ​ຍັງ​ໄດ້​ເບີກ-ຈ່າຍ ຢາ​ປິ່ນປົວ​ພະຍາດ​ປະຈຳ​ງວດ​ໃຫ້​ ແຕ່​ລະ​ກົມ​ກອງ​ເພື່ອ​ປ້ອງ​ກັນພະ ຍາດ​ຕາມ​ລະດູ​ການ. ສະຫາຍ ​ພັນ​ເອກ ຕຽງຄຳ ສຸວັນ​ດາ​ວົງ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ນອກຈາກ​ວຽກ​ງານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ. ຄະນະ​ຫ້ອງການ​ບໍລິຫານ ຍັງ​ໄດ້​ເອົາໃຈໃສ່​ຊີ້​ນຳ​ການ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ເຄຫະ​ສະຖານ​ທົ່ວ​ອົງການ​ກົມ​ໃຫຍ່​ພະລາທິການ​ກອງທັບ ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ ແລະ ເປັນ​ລະບຽບ​ຈົບງາມ​ໃນ​ນັ້ນ​ ແມ່ນ​ໄດ້​ຊີ້​ນຳ​ພະ​ແນກ​ກໍ່ສ້າງຕິດ ຕາມ-ກວດກາ​ໂຄງການ​ກໍ່ສ້າງ​ຕ່າງໆ​ຂອງ​ກົມ​ໃຫຍ່ ເຊັ່ນ: ໂຄງ ການ​ກໍ່ສ້າງ ແລະ ສ້ອມແປງ​ຕຶກ​ອາຄານ, ເສັ້ນທາງ​ເຂົ້າ-ອອກ, ຮ້ານ​ອາຫານ, ເດີນ​ກິລາ, ເຮືອນ​ຮັບ​ຕ້ອນ, ເຮືອນຄົວ​ລວມ, ຫໍມູນ ເຊື້ອ ແລະ ສິ່ງ​ປຸກ​ສ້າງ​ອື່ນໆ​ທີ່​ພວກ​ເຮົາ​ຮັບຜິດຊອບ, ວຽກ​ງານ​ການ​ປູກຝັງ-ລ້ຽງສັດ​ໄດ້​ສຸມ ​ໃສ່​ຕາມ​ເງື່ອນ​ໄງ​ທ່າແຮງ​ບົ່ມຊ້ອນ ​ຂອງ​ຕົນ​ບົນ​ພື້ນຖານ​ຍົກ​ສູງ​ນ້ຳ ໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍຕົນ ​ເອງ ຍູ້​ແຮງ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ