ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຍົກ​ສູງ​ບົດບາດ​ການ​ນຳພາ-ຊີ້​ນຳ​ຂອງ​ພັກ ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ
ເວລາອອກຂ່າວ: 2026-03-11 09:08:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ສ້າງ​ຂະ​ບວນ​ການ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິ ວັດ​ລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ມີ​ບັນຍາກາດ​ຟົດ​ຟຶ້ນກວ້າງຂວາງ. ສະຫາຍ ພັນ​ເອກ ວຽງ​ສະຫວັນ ດາລາ​ແສນ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 584 ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ ສະແດງ​ຄວາມ​ຮູ້ສຶກ​ຂອງ​ຕົນ ວ່າ: ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ກຳເນີດ​ເກີດຂຶ້ນ​ ຈາກ​ພັກ​ກອມ​ມູ​ນິດ​ອິນດູຈີນ, ໂດຍ​ແມ່ນ​ ປະທານ ໄກສອນ ພົມ ວິຫານ ເປັນ​ຜູ້ນຳ​ພາ​ສ້າງຕັ້ງຂຶ້ນ ແລະ ໄດ້​ນຳພາ​ປະຊາຊົນ​ລາວ​ບັນ ດາເຜົ່າ ລຸກຂຶ້ນ​ຕໍ່ສູ້​ຕ້ານຈັກກະ ພັດ​ລ່າ​ເມືອງ​ຂຶ້ນແບບ​ເກົ່າ ແລະ ແບບ​ໃໝ່ ຈົນ​ສາມາດ​ຍາດ​ໄດ້ໄຊ ຊະນະ​ເປັນ​ກ້າວໆ​ມາ ແລະ ສະຖາ ປະນາ ​ສປປ ລາວ ຂຶ້ນ​ຢ່າງ​ສະ ຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2 ທັນວາ 1975. ຈາກ​ນັ້ນ, ພັກ​ເຮົາ​ກໍ​ໄດ້​ສືບຕໍ່​ນຳພາ​ປວງ​ຊົນລາວທັງຊາດ ປະຕິບັດ 2 ໜ້າທີ່​ຍຸດ​ທະສາດຂອງ​ ພັກ ຄື: ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດ​ຊາດໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໄປ​ເລື້ອຍໆ. ເພື່ອ​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ດັ່ງກ່າວ, ຕະຫຼອດ​ໄລຍະ​ຜ່ານ​ມາ ກໍ​ຄືປັດຈຸບັນ ຄະນະ​ພັກ​ກອງພັນ​ໃຫຍ່ 584 ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ນອກຈາກ​ໄດ້​ເຮັດ​ໜ້າ ທີ່​ເຄື່ອນ​ໄຫວ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ພັດທະນາ​ຊົນນະບົດ​ຮອບດ້ານ, ກໍ່ສ້າງ​ກິດຈະການ​ປ້ອງ​ກັນ​ຊາດ ແລະ ອື່ນໆ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ​ແລ້ວ, ຍາມ​ໃດ​ກ່ໍ​ໄດ້​ຍົກ​ສູງ​ພາລະ​ບົດບາດ​ການ​ນຳພາ-ຊີ້​ນຳ​ຂອງ​ພັກ ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ-ພະນັກງານ ແລະ ວຽກ​ງານ​ ດ້ານ​ຕ່າງໆ ໃຫ້​ມີຄວາມໜັກ​ແໜ້ນ ເຂັ້ມແຂງ. ປັດຈຸບັນ ກອງພັນ​ໃຫຍ່​ປະກອບ​ມີ 6 ພະແນກການ, ມີ 5 ກອງພັນ ໃນ​ນີ້, ມີ 2 ຄະນະ​ພັກ​ຮາກ​ຖານ, ມີ 18 ໜ່ວຍ​ພັກ​ຂຶ້ນກັບ, ມີ​ສະມາຊິກພັກທັງໝົດ 373 ສະຫາຍ ຍິງ 34 ສະຫາຍ, ສຳຮອງ 13 ສະຫາຍ, ມີ​ສະມາຊິກ​ພັກ​ແຂງ ກວມ​ເອົາ 85%. ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ເປັນ​ຫຼັກ ສອດ​ຫ້ອຍ​ເຂົ້າ​ທຸກ​ຂົງເຂດ​ວຽກ​ງານ ເປັນຕົ້ນ​ແມ່ນ ໄດ້​ນຳ​ເອົາ​ແນວທາງ​ການເມືອງ, ມະຕິ, ຄຳ​ສັ່ງ, ກົດ​ລະບຽບ​ຕ່າງໆ ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ມູນເຊື້ອ​ຂອງ​ຊາດ, ມູນເຊື້ອ​ຂອງ​ກອງທັບ ແລະ ຂອງ​ເຫຼົ່າ​ຮົບ ມາ​ຈັດ​ຕັ້ງເຜີຍ ແຜ່​ເຊື່ອມ​ຊຶມ ເຊິ່ງ​ເຫັນ​ວ່າພະ ນັກງານ-ນັກຮົບ ​ພາຍ​ໃນ​ກົມ​ກອງ ມີ​ຄວາມ​ຮັບ​ຮູ້​ສະດຸ້ງ​ໄວ, ມີ​ຄວາມ​ຈົງ​ຮັກ​ພັກດີ, ຕໍ່​ພັກ, ຕໍ່​ປະເທດ​ຊາດ, ເດັດດ່ຽວຕອບຕ້ານ ​ທຸກ​ກົນອຸບາຍ​ມ້າງເພ​ຂອງສັດຕູ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ໃນ​ສັງຄົມ ເວົ້າ​ລວມ, ເວົ້າ​ສະເພາະ ສາມາດ​ເຮັດ​ໃຫ້​ສະພາບ​ທົ່ວກອງ ພັນ​ໃຫຍ່ 584 ມີ​ຄວາມສະຫງົບ 100% ແລະ ມີ​ຄວາມ​ເອກະ​ພາບ​ສູງ, ເຮັດ​ວຽກ​ຕາມ​ລະບອບ​ປະຊາທິປະໄຕ, ແບ່ງ​ວຽກ​ໃຫ້​ ບຸກຄົນ​ຮັບຜິດຊອບຕາມມະຕິ​ ນຳພາ​ຂອງ​ຄະນະ​ພັກ, ມີ​ແຜນ ການ, ມີ​ການ​ສະຫຼຸບລາຍ​ງານ ໃນ​ແຕ່​ລະ​ໄລຍະ, ມີ​ການເຄື່ອນໄຫວ​ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ, ເສຍ​ເງິນ​ສະຕິ​ພັກ​ເປັນ​ປະຈຳ. ດ້ານ​ວຽກ​ງານ​ຄຸ້ມ​ຄອງ​ປ້ອງ​ກັນ​ພັກ ແມ່ນ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ ເປັນ​ວຽກ​ງານ​ແຖວ​ໜ້າ ເພື່ອ​ເຮັດ​ໃຫ້​ພະ ນັກງານ-ສະມາຊິກ​ພັກ ກຳ​ແໜ້ນ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຄຸນ​ທາດ​ການເມືອງ, ຄຸນສົມບັດ, ສິນ​ທຳ​ປະຕິວັດ, ຂອງ​ສະມາຊິກ​ພັກ​ແຕ່​ລະ​ສະຫາຍ ຢ່າງ​ເປັນປົກ ກະຕິ. ການ​ກໍ່ສ້າງ ແລະ ຂະຫຍາຍ​ ພັກ ໄດ້​ຈັດ​ຕັ້ງ​ປະຕິບັດຕາມບາດ ກ້າວຂັ້ນ​ຕອນ​ຂອງ​ການ​ກໍ່ສ້າງ ແລະ ຂະຫຍາຍ​ພັກ ໂດຍ​ສະເພາະ​ແມ່ນ 5 ຫຼັກການ 3 ທິດ​ນຳ​ຂອງ​ ການ​ຂະຫຍາຍ​ພັກໃຫ້ໄດ້ທາງ ​ດ້ານ​ຄຸນ​ນະ​ພາບ ໄປ​ຄຽງ​ຄູ່​ກັນ​ນີ້ ຍັງ​ໄດ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາ ຊົນ​ຂອງ​ພັກ ເປັນຕົ້ນ​ແມ່ນ ອົງ​ການຈັດຕັ້ງ​ຊາວ​ໜຸ່ມ, ສະຫະພັນ​ແມ່ຍິງ ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ເຂົາເຈົ້າ​ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ຂອບ​ເຂດ​ສິດ​ໜ້າທີ່​ຂອງ​ຕົນ ໃນ​ການຈັດຕັ້ງປະຕິບັດຂະ​ບວນ​ການ 4 ບຸກ​ຂອງ​ຊາວ​ໜຸ່ມ ແລະ ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ​ຂອງແມ່ ຍິງ. ວຽກ​ງານອົບຮົມ-ຫັດ ​ແອບ ປັບປຸງ​ກໍ່ສ້າງກຳລັງໄດ້ປະຕິບັດ​ ແຜນການ​ອົບຮົມ-ຫັດ​ແອບການ ເມືອງ, ການ​ທະຫານ, ພະລາທິ ການ, ເຕິກ​ນິກ, ແຜນການ​ກຽມ ພ້ອມ​ສູ້​ຮົບ, ແຜນການ​ປ້ອງ​ກັນ​ທີ່​ຕັ້ງ, ແຜນການ​ຕ້ານ ແລະ ສະກັດ​ກັ້ນ ໄພພິບັດ​ທຳ​ມະ​ຊາດ ຢ່າງ​ເຂັ້ມ​ງວດ. ເນື່ອງ​ໃນ​ໂອກາດ ວັນສ້າງ ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ທີ່​ຈະ​ໝູນວຽນ​ມາ​ບັນຈົບ​ຄົບຮອບ 71 ປີ​ນີ້. ສະຫາຍ ພັນ​ເອກ ວຽງ​ສະຫວັນ ດາລາ​ແສນ ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກ ງານ, ສະມາຊິກ​ພັກ-ນັກຮົບ ທົ່ວ​ກອງພັນ​ໃຫຍ່ 584 ອວຍພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ການ​ນຳ​ພັກ-ລັດ, ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ພັກ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກໍ​ຄື ຄະນະ​ພັກ-ຄະນະ​ນຳ​ກົມ​ຊ່າງ​ແສງ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ມີ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ ອັນ​ມີ​ກຽດ​ສະຫງ່າ ຂອງ​ບັນດາ​ທ່ານ. (ຈາກ​ວິທະຍຸ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ