ຍົກສູງບົດບາດການນຳພາ-ຊີ້ນຳຂອງພັກ ເຂົ້າໃນການປັບປຸງກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ
ເວລາອອກຂ່າວ: 2026-03-11 09:08:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ: ![]()
ເນື່ອງໃນໂອກາດສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟຶ້ນກວ້າງຂວາງ. ສະຫາຍ ພັນເອກ ວຽງສະຫວັນ ດາລາແສນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 584 ຕາງໜ້າຄະນະພັກ-ຄະນະບັນຊາກອງພັນໃຫຍ່ ສະແດງຄວາມຮູ້ສຶກຂອງຕົນ ວ່າ: ພັກປະຊາຊົນປະຕິວັດລາວ ໄດ້ກຳເນີດເກີດຂຶ້ນ ຈາກພັກກອມມູນິດອິນດູຈີນ, ໂດຍແມ່ນ ປະທານ ໄກສອນ ພົມ ວິຫານ ເປັນຜູ້ນຳພາສ້າງຕັ້ງຂຶ້ນ ແລະ ໄດ້ນຳພາປະຊາຊົນລາວບັນ ດາເຜົ່າ ລຸກຂຶ້ນຕໍ່ສູ້ຕ້ານຈັກກະ ພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດຍາດໄດ້ໄຊ ຊະນະເປັນກ້າວໆມາ ແລະ ສະຖາ ປະນາ ສປປ ລາວ ຂຶ້ນຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກນັ້ນ, ພັກເຮົາກໍໄດ້ສືບຕໍ່ນຳພາປວງຊົນລາວທັງຊາດ ປະຕິບັດ 2 ໜ້າທີ່ຍຸດທະສາດຂອງ ພັກ ຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ, ຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ ຄະນະພັກກອງພັນໃຫຍ່ 584 ພາຍໃຕ້ການຊີ້ນຳໂດຍກົງ ຈາກກະຊວງປ້ອງກັນປະເທດ ນອກຈາກໄດ້ເຮັດໜ້າ ທີ່ເຄື່ອນໄຫວກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ກໍ່ສ້າງກິດຈະການປ້ອງກັນຊາດ ແລະ ອື່ນໆ ຕາມການມອບໝາຍຂອງຂັ້ນເທິງແລ້ວ, ຍາມໃດກ່ໍໄດ້ຍົກສູງພາລະບົດບາດການນຳພາ-ຊີ້ນຳຂອງພັກ ເຂົ້າໃນການປັບປຸງກໍ່ສ້າງພັກ-ພະນັກງານ ແລະ ວຽກງານ ດ້ານຕ່າງໆ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ. ປັດຈຸບັນ ກອງພັນໃຫຍ່ປະກອບມີ 6 ພະແນກການ, ມີ 5 ກອງພັນ ໃນນີ້, ມີ 2 ຄະນະພັກຮາກຖານ, ມີ 18 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 373 ສະຫາຍ ຍິງ 34 ສະຫາຍ, ສຳຮອງ 13 ສະຫາຍ, ມີສະມາຊິກພັກແຂງ ກວມເອົາ 85%. ໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນຫຼັກ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ໄດ້ນຳເອົາແນວທາງການເມືອງ, ມະຕິ, ຄຳສັ່ງ, ກົດລະບຽບຕ່າງໆ ຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ມູນເຊື້ອຂອງຊາດ, ມູນເຊື້ອຂອງກອງທັບ ແລະ ຂອງເຫຼົ່າຮົບ ມາຈັດຕັ້ງເຜີຍ ແຜ່ເຊື່ອມຊຶມ ເຊິ່ງເຫັນວ່າພະ ນັກງານ-ນັກຮົບ ພາຍໃນກົມກອງ ມີຄວາມຮັບຮູ້ສະດຸ້ງໄວ, ມີຄວາມຈົງຮັກພັກດີ, ຕໍ່ພັກ, ຕໍ່ປະເທດຊາດ, ເດັດດ່ຽວຕອບຕ້ານ ທຸກກົນອຸບາຍມ້າງເພຂອງສັດຕູ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເວົ້າລວມ, ເວົ້າສະເພາະ ສາມາດເຮັດໃຫ້ສະພາບທົ່ວກອງ ພັນໃຫຍ່ 584 ມີຄວາມສະຫງົບ 100% ແລະ ມີຄວາມເອກະພາບສູງ, ເຮັດວຽກຕາມລະບອບປະຊາທິປະໄຕ, ແບ່ງວຽກໃຫ້ ບຸກຄົນຮັບຜິດຊອບຕາມມະຕິ ນຳພາຂອງຄະນະພັກ, ມີແຜນ ການ, ມີການສະຫຼຸບລາຍງານ ໃນແຕ່ລະໄລຍະ, ມີການເຄື່ອນໄຫວປະຕິບັດລະບອບດຳເນີນຊີວິດການເມືອງພາຍໃນ, ເສຍເງິນສະຕິພັກເປັນປະຈຳ. ດ້ານວຽກງານຄຸ້ມຄອງປ້ອງກັນພັກ ແມ່ນຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກງານແຖວໜ້າ ເພື່ອເຮັດໃຫ້ພະ ນັກງານ-ສະມາຊິກພັກ ກຳແໜ້ນຂໍ້ກຳນົດ, ກົດລະບຽບຂອງພັກ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ, ຂອງສະມາຊິກພັກແຕ່ລະສະຫາຍ ຢ່າງເປັນປົກ ກະຕິ. ການກໍ່ສ້າງ ແລະ ຂະຫຍາຍ ພັກ ໄດ້ຈັດຕັ້ງປະຕິບັດຕາມບາດ ກ້າວຂັ້ນຕອນຂອງການກໍ່ສ້າງ ແລະ ຂະຫຍາຍພັກ ໂດຍສະເພາະແມ່ນ 5 ຫຼັກການ 3 ທິດນຳຂອງ ການຂະຫຍາຍພັກໃຫ້ໄດ້ທາງ ດ້ານຄຸນນະພາບ ໄປຄຽງຄູ່ກັນນີ້ ຍັງໄດ້ຊີ້ນຳອົງການຈັດຕັ້ງມະຫາ ຊົນຂອງພັກ ເປັນຕົ້ນແມ່ນ ອົງການຈັດຕັ້ງຊາວໜຸ່ມ, ສະຫະພັນແມ່ຍິງ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ເຂົາເຈົ້າໄດ້ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດສິດໜ້າທີ່ຂອງຕົນ ໃນການຈັດຕັ້ງປະຕິບັດຂະບວນການ 4 ບຸກຂອງຊາວໜຸ່ມ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີຂອງແມ່ ຍິງ. ວຽກງານອົບຮົມ-ຫັດ ແອບ ປັບປຸງກໍ່ສ້າງກຳລັງໄດ້ປະຕິບັດ ແຜນການອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິ ການ, ເຕິກນິກ, ແຜນການກຽມ ພ້ອມສູ້ຮົບ, ແຜນການປ້ອງກັນທີ່ຕັ້ງ, ແຜນການຕ້ານ ແລະ ສະກັດກັ້ນ ໄພພິບັດທຳມະຊາດ ຢ່າງເຂັ້ມງວດ.
ເນື່ອງໃນໂອກາດ ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ທີ່ຈະໝູນວຽນມາບັນຈົບຄົບຮອບ 71 ປີນີ້. ສະຫາຍ ພັນເອກ ວຽງສະຫວັນ ດາລາແສນ ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກ ງານ, ສະມາຊິກພັກ-ນັກຮົບ ທົ່ວກອງພັນໃຫຍ່ 584 ອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ເສນາທິການກອງທັບ ກໍຄື ຄະນະພັກ-ຄະນະນຳກົມຊ່າງແສງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານ ອັນມີກຽດສະຫງ່າ ຂອງບັນດາທ່ານ.
(ຈາກວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















