ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX
ເວລາອອກຂ່າວ: 2026-03-12 09:05:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ: ![]()
ວັນທີ 3 ມີນາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ນາງ ດວງຕາ ໄຊຍະຫົງ ກຳມະການຄະນະພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍ່ແກ້ວ, ມີສະຫາຍ ພັນໂທ ຍິນໄຊ ແພງຫຼ້າ ຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ບັນດາເລຂາ-ຮອງເລຂາໜ່ວຍຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວທະ
ຫານແຂວງບໍ່ແກ້ວ ເຂົ້າຮ່ວມ.
ສະຫາຍ ນາງ ດວງຕາ ໄຊຍະຫົງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ແລະ ບົດໂອ້ລົມ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ອະດີດກຳມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຊີ່ງກອງປະຊຸມໄດ້ເວົ້າເຖິງຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ lX ແລະ ທິດທາງການນຳພາຂອງຊາວໜຸ່ມລາວໃນໄລຍະໃໝ່ ທີ່ສະແດງເຖິງຄວາມເປັນເອກະພາບ, ຄວາມເຊື່ອໝັ້ນ, ຄວາມສາມັກຄີຂອງຊາວໜຸ່ມລາວບັນດາເຜົ່າ ໃນການສືບຕໍ່ນຳເອົາມະຕິກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມທົ່ວປະເທດ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ພ້ອມທັງ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ກົດລະບຽບຊາວໜຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ IX, ມະຕິກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວ ສະໄໝທີ I ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ ສະໄໝທີ I. ທັງນີ້, ກໍເພື່ອເຮັດໃຫ້ສະມາຊິກຊາວໜຸ່ມທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບຜົນຮັບຮອງຈາກມະຕິຂອງກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສຳເລັດເທື່ອລະກ້າວ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















