ກອງພັນ 425 ເປີດອົບຮົມ-ຫັດແອບ ປະຈຳປີ 2026
ເວລາອອກຂ່າວ: 2026-03-12 09:06:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ: ![]()
ພິທີ ເປີດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກທົ່ວກອງພັນ 425 ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳແສງ ແກ້ວດວງດີ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນ, ພະແນກການ, ຄະນະຮັບຜິດຊອບ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ມີສຸກ ໂພທິຍານ ຜູ້ຮັບຜິດຊອບວຽກງານອົບຮົມ ກອງພັນ 425 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2026 ຂອງກອງພັນ 425, ໂດຍປະຕິບັດຕາມຄຳສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບ ປະຈຳປີ ເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດທາງ ດ້ານສິລະປະຍຸດ-ຍຸດທະວິທີຕີພິເສດ, ລະບຽບແບບແຜນ, ເຝີກຝົນກຳລັງແຮງກາຍ ໃຫ້ນາຍ ແລະ ພົນ
ທະຫານ ຢູ່ອົງການ, ກົມກອງຕີພິເສດທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃຫ້ມີຍຸດທະສາດແຫຼມຄົມ, ມີລະບຽບວິໄນເຂັ້ມງວດ ແລະ ມີກຳລັງແຮງກາຍ
ພຽງພໍ, ຮັບປະກັນໃນການກຽມພ້ອມສູ້ຮົບ, ປະຕິບັດສູ້ຮົບ ແລະ ແກ້ໄຂກໍລະນີໄດ້ທັນເວລາ, ການອົບຮົມຫັດແອບແມ່ນເນັ້ນໃສ່ຄຸນນະພາບ, ຍົກສູງຄວາມຮູ້, ຄວາມສາມາດ ຂອງຜູ້ບັນຊາແຕ່ລະຂັ້ນຮູ້ນຳພາ ບັນຊາກົມກອງຫັດແອບ, ປັບປຸງລະບຽບແບບແຜນ ແລະ ເຝີກຝົນກຳລັງແຮງກາຍ ໃຫ້ມີທ່ວງທ່າບາດກ້າວອັນໃໝ່, ເພື່ອເປັນການກະຕຸກຊຸກຍູ້ ໃຫ້ນາຍ ແລະ ພົນທະຫານ ໃນທົ່ວກົມກອງ ໄດ້ທົບທວນຄືນບົດຮຽນເກົ່າ ແລະ ຮຽນຮູ້ບົດຮຽນໃໝ່ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ນາຍ ແລະ ພົນທະຫານ ມີຄວາມບຸກບືນຫ້າວຫັນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຂໍ້ກຳນົດກົດລະບຽບ ຂອງກົມກອງວາງອອກໃຫ້ເຂັ້ມງວດ. ເຊີ່ງການອົບຮົມຄັ້ງນີ້, ລວມມີ: ພາກການທະຫານ 50 ວັນ, ພາກການເມືອງ 15 ວັນ, ພາກພະລາທິການ 8 ວັນ, ພາກເຕັກນິກ 7 ວັນ ແລະ ອົບຮົມພາກວິຊາສະເພາະເຫຼົ່າຕີພິເສດ 100 ວັນ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















