ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກອງພັນ​ໃຫຍ່ 279 ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ
ເວລາອອກຂ່າວ: 2026-03-12 09:09:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ສະຫາຍ ພັນໂທ ສີພອນ ມ້າວເມືອງໄຊ ຫົວໜ້າພະແນກ ບໍລິຫານ-ສັງລວມ ກອງພັນໃຫຍ່ 279 ​ໄດ້​ໃຫ້​ຮູ້​ວ່າ: ໃນໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະນະບັນຊາ ກອງພັນ​ໃຫຍ່ ​ໄດ້​ເອົາ​ໃຈ​ໃສ່ນໍາ ພາ-​ຊີ້​ນໍາ​ຈັດ​ຕັ້ງ​ປະຕິບັດ​ຂົງ​ເຂດ​ວຽກ​ງານ ​ປິ່ນ​ອ້ອມ​ໜ້າ​ທີ່​ການ​ເມືອງ​ຂອງ​ກົມ​ກອງ, ຖືເອົາ ການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກກະຕິ ດ້ວຍ​ການ ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາ ມະຕິ, ຄຳສັ່ງຂອງ​ຂັ້ນ​ເທິງ, ປາ ຖະກະຖາວັນປະຫວັດສາດສຳ ຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເພື່ອເຮັດໃຫ້ພະ ນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມ ຊຶມ, ມີແນວຄິດການເມືອງໜັກ ແໜ້ນ, ອຸ່ນອຽນທຸ່ນທ່ຽງ ​ແລະ ເຮັດສຳເລັດໜ້າທີ່ຕາມການ ມອບໝາຍຂອງ​ຂັ້ນ​ເທິງ, ​ໄດ້ຈັດ ຕັ້ງກຳລັງລົງກໍ່ສ້າງຮາກຖານ ການເມືອງແບບມູນເຊື້ອຢູ່ຂອບ ເຂດກົມກອງຮັບຜິດຊອບ ເຫັນ ວ່າອໍານາດການປົກຄອງ ແລະ ປະຊາຊົນໄດ້ໃຫ້ຄວາມຮ່ວມ ມືເປັນຢ່າງດີ, ຊີ້ນຳຂະແໜງ ກໍ່ສ້າງຮາກຖານ ລົງສົມທົບກັບ ຕຳຫຼວດກຸ່ມ 5 ວັງຊາຍ ເພື່ອ ສ່ອງແສງລາຍ​ງານສະພາບ ການຕ່າງໆ, ພ້ອມ​ກັນຕ້ານ ​ແລະ ສະກັດ​ກັ້ນປະກົດ​ການຫຍໍ້​ ທໍ້ໃນ​ສັງ​ຄົມ ​ເຮັດ​ໃຫ້ສະພາບ ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ, ວຽກງານກຽມພ້ອມສູ້ຮົບໄດ້ ຊີ້ນຳແຕ່ລະກົມກອງ ຈັດຕັ້ງລະ ບົບປະຈຳການກຽມພ້ອມສູ້ຮົບ ໃນແຕ່ລະພາວະ, ຢູ່ຂັ້ນກອງ ພັນໃຫຍ່ມີປະຈຳການບັນຊາ, ປະຈໍາການສູ້ຮົບ, ປະຈໍາການບໍລິ ຫານ, ປະຈໍາການວິຊາສະເພາະ ແຕ່ລະຂັ້ນຢ່າງເຂັ້ມງວດຕະຫຼອດ 24 ຊົ່ວໂມງ ນອກນັ້ນ, ກົມກອງ ຍັງ​ໄດ້ຈັດຕັ້ງກຳລັງປ້ອງກັນເວນ ຍາມຂອບເຂດກົມ​ກອງຮັບຜິດ ຊອບ ຕາມການມອບໝາຍຂອງ ຂັ້ນເທິງ ເປັນຕົ້ນແມ່ນປ້ອງກັນ ສູນອິນເຕີເນັດແຫ່ງຊາດ ແລະ ໂຄງການຕ່າງໆ, ປ້ອງກັນບັນ ດາກອງປະຊຸມ, ປ້ອງກັນສໍານັກ ງານກະຊວງປ້ອງກັນປະເທດ, ກົມໃຫຍ່ພະລາທິການກອງທັບ, ສະຫະພັນນັກຮົບເກົ່າ, ປ້ອງກັນ ບັນດາສາງ-ຄັງ, ຂະບວນລົດ ຜູ້ແທນ, ເຮືອນຮັບແຂກປ່າພ້າວ, ງານກິລາ, ງານດອງ, ບຸນປະເພ ນີ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນງານລ້ຽງ ສໍາຄັນຕ່າງໆ ສັງລວມແລ້ວ 1 ປີຜ່ານມາ ເຮັດວຽກງານປ້ອງ ກັນໄດ້ 2.251 ຄັ້ງ ຮັບປະກັນໄດ້ ຄວາມສະຫງົບປອດໄພ 100%, ອັນພົ້ນເດັ່ນກົມກອງໄດ້ນໍາພາ ກ້ອນກໍາລັງເຂົ້າຮ່ວມສວນສະ ໜາມສະເຫຼີມສະຫຼອງ​​ວັນ​ໄຊ ຊະນະ​ມະຫາ​ສົງຄາມປ້ອງກັນ ​ປິຕຸ​ພູມ ​ເໜືອ​ຟາ​ຊິດ ເຢຍລະມັນ ຄົບຮອບ 80 ປີ ຢູ່ ສ ຣັດ​ເຊຍ, ເຂົ້າ​ຮ່ວມ​ພິທີໂຮມຊຸມໃຫຍ່ສະ ເຫຼີມສະຫຼອງວັນຊາດຫວຽດ ນາມ ຄົບຮອບ 80 ປີ ທີ່​ສະໜາມ​ຫຼວງ​ບ່າ​ດິ້ງ ນະຄອນຫຼວງ​ຮ່າ​ ໂນ້ຍ ​ສສ ຫວຽດນາມ ພ້ອມນີ້, ກໍ​ໄດ້ສຸມ​ໃສ່ອົບຮົມ-ຫັດແອບ ກ້ອນກໍາລັງກຽດຕິຍົດ-ແກວົງ ເພື່ອຮັບໃຊ້ງານສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ ທັບ ໂດຍສະເພາະຮັບໃຊ້ງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ນອກ​ຈາກ​ນີ້, ຂົງ​ເຂດວຽກງານປັບປຸງກໍ່ ສ້າງພັກລະບົບການຈັດຕັ້ງພັກ ມີ 1 ຄະນະພັກກອງພັນໃຫຍ່, ມີ 10 ຄະນະພັກຮາກຖານ, ມີ 2 ໜ່ວຍພັກຮາກຖານ, ມີ 37 ໜ່ວຍພັກ, ມີສະມາຊິກພັກທັງ ໝົດ 864 ສະຫາຍ, ທຽບໃສ່ປີ ຜ່ານມາ ເພີ່ມຂຶ້ນ 42 ສະຫາຍ, ​ໄດ້ສຳເລັດການມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2024 ຈໍານວນ 31 ໜ່ວຍພັກ ແລະ ສໍາເລັດກອງ ປະຊຸມວຽກງານຈັດຕັ້ງພັກ-ພະ ນັກງານທົ່ວກອງພັນໃຫຍ່ 279, ວຽກງານພະນັກງານໄດ້ເອົາໃຈ ໃສ່ປັບປຸງກໍ່ສ້າງພະນັກງານທັງ 3 ລຸ້ນ, ໄດ້ຂຶ້ນແຜນຂໍທຶນນຳຂັ້ນເທິງ ໄປບຳລຸງ, ກໍ່ສ້າງຢູ່ພາຍໃນ ​ແລະ ຕ່າງປະເທດ, ທັງກໍ່ສ້າງກັບທີ່ ເຮັດໃຫ້ພະນັກງານ-ນັກຮົບມີ ຄວາມຮູ້ຄວາມສາມາດນັບມື້​ສູງ​ຂຶ້ນ, ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ເປັນພະນັກງານນໍາພາ-ບັນຊາ ສືບທອດປ່ຽນແທນຂອງກົມ ກອງ. ໃນໄລຍະ 1 ປີຜ່ານມາ ພະນັກງານທົ່ວກົມກອງໄດ້ຮັບ ການເລື່ອນຊັ້ນ-ເລື່ອນທຽບຊັ້ນ ຈຳນວນ 235 ສະຫາຍ, ສົ່ງ ພະນັກງານໄປກໍ່ສ້າງ-ບໍາລຸງ ພາຍໃນ ແລະ ຕ່າງປະເທດ 28 ສະຫາຍ, ວຽກງານນະໂຍບາຍ ໄດ້ຊີ້ນຳການປະຕິບັດນະໂຍ ບາຍຍ້ອງຍໍຜົນງານຕໍ່ພະນັກ ງານ-ນັກຮົບທີ່ເຮັດສຳເລັດໜ້າ ທີ່ ໃນນັ້ນ, ປະເພດບຸກຄົນໄດ້ ຮັບຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 23 ໜ່ວຍ, ໃບຍ້ອງ ຍໍກະຊວງປ້ອງກັນປະເທດ ຈຳ ນວນ 34 ໃບ ​ໃນບັ້ນຊ້ອມຮົບ ຮ່ວມ ລາວ-ຣັດເຊຍ “ລາ​ໂຣດ” ​ແລະ ຊ້ອມຮົບກອບກູ້ໄພພິບັດ (ກຳປູເຈຍ-ລາວ-ຫວຽດນາມ), ​ໄດ້​ຮັບ​ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຈຳນວນ 17 ໜ່ວຍ, ຫຼຽນກາລະນຶກ 50 ປີ ວັນສະ ຖາປະນາ ສປປ ລາວ ຈຳນວນ 1.000 ໜ່ວຍ. ວຽກງານປູກຝັງ-ລ້ຽງສັດ ກົມກອງໄດ້ເອົາໃຈໃສ່ ປູກພືດຜັກຕາມລະດູການ ເພື່ອ ສະໜອງເຂົ້າເຮືອນຄົວລວມ ໄດ້ທັງໝົດ 11.390 ກິໂລ, ເປັນເງິນ 136.708.000 ກີບ, ທຽບໃສ່ແຜນການປະຕິບັດໄດ້ 60% ພ້ອມ​ກັນ​ນີ້, ຍັງໄດ້ປູກ ຕົ້ນໄມ້ອຸດສາຫະກຳ ​ແລະ ໄມ້ ກິນໝາກຈໍານວນ​ໜຶ່ງ, ປູກເຂົ້າ ໃນເນື້ອທີ່ 2 ເຮັກຕາ, ກອງພັນ 795 ​ເກັບ​ກູ້ເຂົ້າໄດ້ 4.235 ກິ ໂລ, ​ເປັນເງິນ 38.582.500 ກີບ, ທົ່ວກອງ​ພັນ​ໃຫຍ່ ມີງົວລ້ຽງ 281 ໂຕ, ຄວາຍ 25 ໂຕ, ສັດປີກ 532 ໂຕ, ແບ້ 40 ໂຕ, ມີໜອງ ປາ 12 ໜອງ, ປ່ອຍປາ​ລ້ຽງ 28.850 ໂຕ, ລ້ຽງກົບ 13.400 ໂຕ, ສາມາດສະໜອງຊີ້ນ-ປາ ເຂົ້າເຮືອນຄົວລວມໄດ້ 2.762 ກິໂລ, ເປັນເງິນຈໍານວນ 193.300.000 ກີບ ທຽບໃສ່ ແຜນການປະຕິບັດໄດ້ 65%. ໃນ 1 ປີຜ່ານມາ ກົມກອງສາ ມາດສ້າງລາຍຮັບຈາກການປູກ ຝັງ-ລ້ຽງສັດ ແລະ ບໍລິການອື່ນໆ ໄດ້ທັງໝົດ 697.822.000 ກີບ. ຂໍ້​ມູນ​ດັ່ງກ່າວ ຖືກ​ເປີດເຜີຍ ໃນ​ໂອກາດກອງພັນ​ໃຫຍ່ 279 ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຮອບດ້ານ ປະ ຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ບຸນ​ປໍ ໄຊ​ວົງສາ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ພະແນກການ, ກົມ​ກອງ​ຮາກ​ຖານ ຕະຫຼອດ​ຮອດພະ ນັກງານ-ນັກຮົບ ເຂົ້າ​ຮ່ວມ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ