ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກອງພົນທີ 2 ເປີດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ IIl
ເວລາອອກຂ່າວ: 2026-03-12 10:25:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 346 | ຄວາມນິຍົມ:



ໃນວັນທີ 12 ມີນາ 2026 ນີ້, ກອງພົນທີ 2 ໄດ້ເປີດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ IIl ທົ່ວອົງຄະນະພັກ ກອງພົນທີ 2, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 2, ມີສະຫາຍ ພັນເອກ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາກອງພົນ, ອະນຸກຳມະການ, ຕະຫຼອດຮອດນັກເຝິກອົບຮົມ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສາກົນໄຊ ກົມມະເມືອງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເປິດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ IIl ຢູ່ກອງພົນທີ 2, ຈາກນັ້ນ ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງກຳມະການຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຜ່ານແຜນການເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກຢູ່ກອງພົນທີ 2 ເຊິ່ງເປົ້າໝາຍທີ່ເຂົ້າຮ່ວມເຝິກອົບຮົມໃນຄັ້ງນີ້, ແມ່ນມີບັນດາເລຂາ-ຮອງເລຂາ ກຳມະການໜ່ວຍພັກໃນທົ່ວກອງພົນທີ 2 ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້, ແມ່ນເພື່ອແນໃສ່ປັບປຸງການຈັດຕັ້ງຮາກຖານພັກ ໃນທົ່ວກອງພົນທີ 2 ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ບຳລຸງຍົກລະດັບໃຫ້ຄະນະພັກ ກຳແໜ້ນທິດສະດີຫຼັກການຂອງວຽກງານພັກ, ເຮັດໃຫ້ບັນດາເລຂາ-ຮອງເລຂາ ກຳມະການຄະນະພັກ ກຳແໜ້ນໄດ້ພາລະບົດບາດ, ໜ້າທີ່ ແລະ ສິດຂອງຕົນໃຫ້ມີການປ່ຽນແປງຢ່າງຕັ້ງໜ້າໃນດ້ານຄວາມຮູ້, ຄວາມສາມາດ, ແບບແຜນວິທີເຮັດວຽກອັນໃໝ່ ພ້ອມທັງກຳແໜ້ນທິດນຳ ແລະ ຫຼັກການກໍ່ສ້າງພັກ ໝູນໃຊ້ເຂົ້າໃນການຊີ້ນຳ-ນຳພາ, ກົມກອງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີທ່ວງທ່າຂະຫຍາຍຕົວໃໝ່ຢ່າງໜັກແໜ້ນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ໄດ້ກ່າວເປີດພິທີ ພ້ອມທັງໄດ້ມີຄຳເຫັນເນັ້ນໜັກຕໍ່ບັນດາພະນັກງານເຝິກອົບຮົມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຄົ້ນຄວ້າ, ຮ່ຳຮຽນ ແລະ ກຳແໜ້ນບັນດາເນື້ອໃນເອກະສານດ້ວຍຄວາມຮັບຜິດຊອບການເມືອງສູງ ເພື່ອພ້ອມກັນບັນລຸໄດ້ຜົນສຳເລັດຕາມຄາດໝາຍ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ