ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກອງບັນຊາການທະຫານແຂວງຊຽຂວາງ ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2025
ເວລາອອກຂ່າວ: 2026-03-12 14:40:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ:



‎‎ ໃນວັນທີ 12 ມີນາ 2026 ນີ້, ກອງບັນຊາການທະຫານແຂວງຊຽຂວາງ ໄດ້ຈັດພິທີ ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2025 ແລະ ທິດທາງແຜນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ໂຮງຮຽນ, ກອງພັນ, ກອງຮ້ອຍເອກະລາດ, ບັນດາກົມກອງທົ່ວກຳລັງທະຫານທ້ອງຖິ່ນ ແລະ ພະນັກງານຫຼັກແຫຼ່ງໃນອົງການ 5 ຫ້ອງ, ກອງຮ້ອຍ 157ເຂົ້າຮ່ວມ. ‎ ໃນພິທີ ‎ສະຫາຍ ພັນໂທ ຈັນທະວອນ ພິມມະສອນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດສ້າງຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2025 ແລະ ເປີດຂະບວນການແຂ່ງຂັນ ປີ 2026, ໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍໃນ 1 ປີຜ່ານມາ ພາຍໃຕ້ຄຳຂວັນ: ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ, ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງໃຫ້ໜັກແໜ້ນ, ເຂັ້ມແຂງ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຕິດພັນກັບຄຳຂວັນ ”ຮັກຊາດ ແລະ ພັດທະນາ" ໃນ 7 ຂໍ້ແຂ່ງຂັນທີ່ກົມໃຫຍ່ການເມືອງກອງທັບໄດ້ກຳນົດ, ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ ຮັບປະກັນ 4 ຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກຕ້ອງຕາມກົດໝາຍ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ການປັບປຸງກໍ່ສ້າງກຳລັງປ້ອງກັນຊາດເປັນກຳລັງແຮງຂອງພັກ, ສາມາດຄ້ຳປະກັນໃຫ້ປະເທດຊາດ ກໍຄືແຂວງຊຽງຂວາງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ການປະຕິບັດຄຳສັ່ງແນະນຳກຽມພ້ອມສູ້ຮົບຂອງກົມໃຫຍ່ເສນາທິການກອງທັບຢ່າງເຂັ້ມງວດ, ການແກ້ໄຂສະພາບການ, ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 41 ໜ່ວຍ, ໜ່ວຍພັກປອດໃສ 32 ໜ່ວຍ, ການສ້າງກອງ 3 ປອດ: ປອດໃສ ປອດໄພ ປອດຄະດີມີ 18 ກົມກອງ, ປະເພດ I ມີ 17 ກົມກອງ, ປະເພດ II ມີ 9 ກົມກອງ, ວຽກງານປັບປຸງກໍ່ສ້າງກຳລັງ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງເຊື່ອມຊຶມວຽກງານພັກ-ວຽກງານການເມືອງ, ມະຕິ, ຄຳແນະນຳ, ຂໍ້ກຳນົດກົດລະບຽບຂອງກອງທັບ, ກຳແໜ້ນແນວທາງຂອງພັກ-ກົດໝາຍຂອງລັດ, ສຸມໃສ່ການກໍ່ສ້າງພະນັກງານນຳພາ-ບັນຊາ, ວິຊາການ - ວິຊາສະເພາະຕ່າງໆ, ຍົກສູງຄຸນນະພາບການເຝິກແອບຮ່ຳຮຽນສິລະປະຍຸດ, ຍຸດທະວິທີ, ວິຊາສະເພາະເຕັກນິກຕ່າງໆ, ການເສີມຂະຫຍາຍມູນເຊື້ຈິດໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວດກາສະພາບເຕັກນິກ, ອາວຸດຍຸດໂທປະກອນ ບົວລະບັດພັດເຊັດໃຫ້ມີຄວາມຮັບປະກັນ, ວຽກງານພົວພັນຕ່າງປະເທດ ກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກ ເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືກັບກອງທັບປະເທດເພື່ອນມິດຍຸດທະສາດ ການພົວພັນຮ່ວມມືກັບຮອບດ້ານກັບກົມກອງແຮກສ່ຽວ, ການເປີດຂະບວນການແຂງຂັນກິລາປະຈຳປີ, ເປີດຂະບວນການເເຂງຂັນກິລາຂອງອົງການຈັດຕັ້ງມະຫາຊົນ ຕ້ອນຮັບ 3 ວັນປະຫວັດສາດ, ໄດ້ຮັບການຍ້ອງຍໍປະເພດຕ່າງໆຄື: ຫຼຽນໄຊພິລະອາດຫານຊັ້ນ I ບຸກຄົນ 4 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ II ບຸກຄົນ 123 ສະຫາຍ, ໃບຍ້ອງຍໍຂັ້ນຕ່າງໆ 997 ໃບ. ‎ ຈາກນັ້ນ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ກໍໄດ້ກ່າວປິດຂະບວນການແຂ່ງຂັນຍ້ອງຍໍປະຈຳປີ 2025 ແລະ ກ່າວເປີດຂະບວນການແຂ່ງຂັນຍ້ອງຍໍປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ພ້ອມທັງຜູ້ຕາງໜ້າອົງການ, ກົມກອງ ກໍໄດ້ຂຶ້ນເຊັນ ແລະ ຈັບມືກັນຮັບຮອງເອົາຂໍ້ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈຳປີ 2026 ນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ‎ໂດຍ: ວັດທະນາ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ