ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ມອບ-ຮັບ ປື້ມ ລະຫວ່າງ ຫໍສະໝຸດກອງທັບ ກັບ ຫໍສະໝຸດແຫ່ງຊາດ
ເວລາອອກຂ່າວ: 2026-03-12 15:06:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ:



ພິທີ ມອບ-ຮັບ ປື້ມ ລະຫວ່າງ ຫໍສະໝຸດກອງທັບ ກັບ ຫໍສະໝຸດແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2026 ນີ້, ທີ່ຫໍສະໝຸດກອງທັບ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ສຳລານ ຫຼວງອາໄພ ອຳນວຍການຫໍສະໝຸດແຫ່ງຊາດ, ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ອຳນວຍການຫໍສະໝຸດກອງທັບ, ມີພະນັກງານວິຊາການ ທັງສອງຫໍສະໝຸດ ເຂົ້າຮ່ວມ. ໃນພິທີ ສະຫາຍ ສຳລານ ຫຼວງອາໄພ ໄດ້ຕາງໜ້າໃຫ້ຄະນະນຳຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ພະນັກງານ ຂອງຫໍສະໝຸດແຫ່ງຊາດ ກ່າວມອບປື້ມໃຫ້ຫໍສະໝຸດກອງທັບ ວ່າ: ມີຄວາມຮູ້ສຶກພາກພູມໃນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງປະກອບສ່ວນເຂົ້າໃນວຽກງານສົ່ງເສີມວັດທະນະທຳການອ່ານ ແລະ ຊ່ວຍສະໜັບສະໜູນພັດທະນາການສຶກສາໃນຂົງເຂດກອງທັບ ໃຫ້ມີຂໍ້ມູນທີ່ຫຼາກຫຼາຍວິຊາເພື່ອຮຽນຮູ້ ແລະ ດີຂຶ້ນເປັນກ່າວໆ. ປື້ມທີ່ນຳມາມອບໃນຄັ້ງນີ້, ປະກອບມີ ປື້ມປະຫວັດສາດ, ວິທະຍາສາດ, ກົດໝາຍ, ເສດຖະກິດ, ວາລະສານ, ວັນນະຄະດີ, ນິທານ ແລະ ອື່ນໆ ລວມທັງໝົດ 274 ຫົວ, 48 ລາຍການ, ລວມມູນຄ່າ 35.000.000 ກີບ. ປື່ມຈຳນວນດັ່ງກ່າວ ແມ່ນເປັນການປະກອບສ່ວນ ຂອງຫໍສະໝຸດແຫ່ງຊາດ ແລະ ໄດ້ມາຈາກການຂົນຂວາຍນຳພາກສ່ວນຕ່າງໆ ເພື່ອນຳມາປະກອບສ່ວນເພີ່ມເຂົ້າໃນຄັງສາງຂໍ້ມູນທາງດ້ານປັນຍາ ຂອງຫໍສະໝຸດກອງທັບ ໃຫ້ມີຂໍ້ມູນທີ່ອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍ ເພື່ອໃຫ້ນາຍ ແລະ ພົນທະຫານ ຜູ້ທີ່ມີຄວາມສົນໃຈໃນການຮຽນຮູ້, ຄົ້ນຄວ້າ ແລະ ໃຊ້ບໍລິການ ໃນການສົ່ງເສີມວັດທະນະທຳການອ່ານໃນຫໍສະໝຸດກອງທັບໃຫ້ຫຼາຍຂຶ້ນກວ່າເກົ່າ. ໂອກາດນີ້, ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ ແລະ ພະນັກງານ-ນັກຮົບ ຫໍສະໝຸດກອງທັບ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມຄະນະ ທີ່ໄດ້ນໍາເອົາປື້ມ ມາມອບໃຫ້ແກ່ຫໍສະໝຸດກອງທັບ ເຊິ່ງປື້ມຈໍານວນດັ່ງກ່າວ ແມ່ນຊັບສົມບັດອັນລໍ້າຄ່າເປັນຊັບສິນທາງປັນຍາ ທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ເປັນການປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດທະນາທໍສະໝຸດກອງທັບ ໃຫ້ມີບາດກ້າວອັນໃໝ່, ພວກເຮົາຂໍຊົມເຊີຍ ແລະ ຂໍຮັບເອົາດ້ວຍຄວາມຈິງໃຈ. ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອໄວ້ໃຫ້ລູກຫຼານຜູ້ເກີດໃໝ່ໃຫຍ່ລຸນໄດ້ຄົ້ນຄວ້າສຶກສາຮໍ່າຮຽນ. ຈາກນັ້ນ, ກໍໄດ້ຈັດຕັ້ງ ການ ມອບ-ຮັບ ຢ່າງເປັນທາງການ. ພ້ອມທັງ ມອບໃບສົມມະນາບຸນຄຸນ ໃຫ້ຫໍສະໝຸດແຫ່ງຊາດ ໂດຍການຂຶ້ນມອບຂອງ ສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ