ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຢູ່ແຂວງໄຊສົມບູນ
ເວລາອອກຂ່າວ: 2026-03-12 15:10:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 323 | ຄວາມນິຍົມ: ![]()
ໃນວັນທີ 12 ມີນາ 2026 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ, ຜູ້ຊີ້ນຳວຽກງານຮອບດ້ານແຂວງ ໄຊສົມບູນ ໄດ້ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຮວງ ກຳມະການສູນກາງພັກ, ເລຂາພັກແຂວງ; ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ; ມີບັນດາ ຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງ, ພະແນກການ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 101 ເຂົ້າຮ່ວມ.
ຕະຫຼອດໄລຍະປີ 2025 ຜ່ານມາ ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳຕ່າງໆ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຢ່າງເປັນຂະບວນກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງເປົ້າໝາຍ, ນໍາພາສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 10 ບ້ານ ເທົ່າກັບ 200% ຂອງແຜນປີ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 11 ບ້ານ ເທົ່າກັບ 137,5% ຂອງແຜນປີ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ເປັນຕົ້ນ: ການຕັ້ງສະໝໍ່າໄຮ-ຄັງສັດຢູ່ເຂດຫວງຫ້າມ, ລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ອາວຸດບໍ່ຖືກຕ້ອງ, ບັນຫາອຸປະຕິເຫດ ແລະ ອື່ນໆ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ພ້ອມກັນນັ້ນ, ໄດ້ເປັນເຈົ້າການສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ; ເອົາໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ຂອງລັດຖະບານ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ປະຈຳປີ 2025 ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດດຳລັດ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢ່າງມີແຜນການ, ມີຈຸດສຸມລະອຽດ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ຕາມທິດຫັນເປັນທັນສະໄໝ, ເຊິ່ງລວມຍອດຜະລິດຕະພັນພາຍໃນ (GDP) ຢູ່ໃນລະດັບ 7,6%, ສະເລ່ຍໃສ່ຫົວຄົນ ບັນລຸໄດ້ 27,97 ລ້ານກີບ; ເອົາໃຈໃສ່ນໍາພາຄຸ້ມຄອງການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສັນຍາ, ໄປພ້ອມກັບການປັບ ປຸງລະບອບ, ລະບຽບການ, ກົນໄກການຄຸ້ມຄອງ ແລະ ສົ່ງເສີມການຄ້າ, ການລົງທຶນ ມີຄວາມສະດວກ, ວ່ອງໄວຂຶ້ນກວ່າເກົ່າ, ອັນໄດ້ເຮັດໃຫ້ການລົງທຶນ ຂອງເອກະຊົນ ຢູ່ພາຍໃນແຂວງ ນັບມື້ເພີ່ມຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດທີ່ແຂວງ ໄດ້ມີຄວາມພະຍາຍາມບຸກບືນ ຕະຫຼອດໄລຍະຜ່ານມາ ພ້ອມທັງ ໄດ້ເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ: ໃຫ້ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ; ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ຈັດຕັ້ງເຊື່ອມຊຶມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ວຽກງານຕົວຈິງ; ປັບປຸງກໍ່ສ້າງພະນັກງານ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີນໍ້າໃຈພິລະອາດຫານ, ເສຍສະຫຼະສູງ; ໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານສືບທອດ ໃຫ້ມີຄວາມຕໍ່ເນື່ອງ; ເປັນເຈົ້າການກຳສະພາບ ຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍປະເທດຊາດ; ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນພາຍໃນ; ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ເພື່ອດຶງດູດການລົງທຶນຢູ່ແຂວງ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















