ກອງພັນໃຫຍ່ 621 ສ້າງຂະບວນການ ຍ່າງອອກກຳລັງກາຍເພື່ອສຸຂະພາບ
ເວລາອອກຂ່າວ: 2026-03-13 09:02:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ວັນທີ 8 ມີນາ 1910 ເປັນວັນທີ່ແມ່ຍິງທົ່ວໂລກ ໄດ້ຮັບສິດເສລີພາບຢ່າງເທົ່າທຽມກັບເພດຊາຍເພື່ອສ້າງຜົນງານຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນເປັນຂະບວນກວ້າງຂວາງ. ໃນວັນທີ 3 ມີນາ 2026 ທີ່ຜ່ານມາ, ກອງພັນໃຫຍ່ 621 ໄດ້ຈັດຕັ້ງສ້າງຂະບວນການຍ່າງອອກ ກຳລັງກາຍເພື່ອສຸຂະພາບ. ໂດຍການເປັນປະທານ ແລະ ກ່າວເປີດຂະບວນການສ້າງກິດຈະກຳໂດຍ ສະຫາຍ ພັນໂທ ຄຳຜຸຍ ຄຳສະຫວັດ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່, ມີຄະນະພັກ-ຄະນະບັນຊາ ກອງ ພັນໃຫຍ່, ພະແນກການ, ກົມກອງ, ພະນັກງານ-ນັກຮົບ ທັງຍິງແລະ ຊາຍ ທົ່ວກອງພັນໃຫຍ່ ພ້ອມ
ດ້ວຍສະຫະພັນແມ່ຍິງທີ່ສ້າງເສດຖະກິດຄອບຄົວເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ບົວພັນ ພູມບັນດິດ ຫົວໜ້າຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 621 ໄດ້ຜ່ານແຜນການຈັດຕັ້ງເຄື່ອນໄຫວການສ້າງກິດຈະກຳໃນຄັ້ງນີ້. ໂດຍອີງຕາມແຈ້ງການແນະນຳ ຂອງຫ້ອງການສະຫະ ພັນກອງທັບ, ທິດຊີ້ນຳຂອງຄະ ນະພັກ-ຄະນະບັນຊາກອງພັນໃຫຍ່. ໃນນັ້ນ, ໄດ້ຈັດຕັ້ງຍ່າງອອກ
ກຳລັງກາຍເພື່ອສຸຂະພາບ ໂດຍການຍ່າງອ້ອມເດີ່ນບານ 3 ຮອບ, ອອກແຮງງານລວມໝູ່ຕາມສະ ຖານທີ່ຄ້າຍຄູ, ຫ້ອງການ ແລະ ຍັງມີການແຂ່ງຂັນກິລາມວນຊົນຕ່າງໆ. ທັງນີ້, ກໍເພື່ອທົບທວນຄືນປະຫວັດມູນເຊື້ອ ແລະ ການເຄື່ອນ
ໄຫວຂະບວນການຂອງແມ່ຍິງທົ່ວໂລກ, ພາກພື້ນອາຊຽນ ແລະ ການເຂົ້າຮ່ວມເຄື່ອນໄຫວໃນຂະບວນການດັ່ງກ່າວຂອງສະຫະ ພັນແມ່ຍິງລາວ, ແມ່ຍິງກອງທັບ ໃນແຕ່ລະໄລ ຍະ, ເພື່ອປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ, ແມ່ຍິງໃນທົ່ວກອງທັບ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງລາວ, ແຜນພັດທະນາແມ່ຍິງກອງທັບ, ຕິດພັນກັບຂະບວນການເຄື່ອນໄຫວຂອງສະຫະພັນແມ່ຍິງໃນຂັ້ນຂອງຕົນ, ຕິດພັນກັບຂະບວນການຂອງກົມກອງ ພ້ອມທັງເປັນການສ້າງຜົນງານຂໍ່ານັບຮັບຕ້ອນຜົນສຳເລັດຂອງການປ່ອນບັດເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາຂັ້ນແຂວງ, ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 51 ປີ ແລະ ວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ, ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານ-ນັກຮົບ ພາຍໃນກົມກອງ ແລະ ສະຫະພັນແມ່ຍິງບ້ານ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ພູທອນ ສີພູວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















