ຮອງຫົວໜ້າທະນາຄານສິນເຊື່ອ ປະຈຳແຂວງໄຊຍະບູລີ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 301 ກອງພົນທີ 3
ເວລາອອກຂ່າວ: 2026-03-13 09:04:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ: ![]()
ວັນທີ 4 ມີນາ 2026 ຜ່ານມານີ້, ທະນາຄານສິນເຊື່ອ ປະຈຳແຂວງໄຊຍະບູລີ ນຳໂດຍທ່ານ ຍຸດທະສັກ ທີແກ້ວ ຮອງຫົວໜ້າຫົວໜ້າທະນາຄານສິນເຊື່ອ ພ້ອມດ້ວຍທີມງານ ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍ ພອນ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 301 ຢູ່ທີ່ຫ້ອງການບັນຊາ. ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ເລຂາຄະນະພັກ, ຫົວໜ້າການເມືອງ, ມີສະຫາຍພັນໂທ ຄຳຮັກ ບຸນມາວົງ ຄະນະປະຈຳພັກ, ຫົວໜ້າພະແນກການເມືອງ ພ້ອມດ້ວຍຄະນະພັກ-ຄະ ນະບັນຊາ 5 ພະແນກການ ເຂົ້າຮ່ວມ.
ໃນນີ້, ທ່ານ ຍຸດທະສັກ ທີແກ້ວ ໄດ້ກ່າວຄຳອວຍພອນໄຊ ມາຍັງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 301 ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີນີ້, ທ່ານຮອງຫົວໜ້າທະນາຄານສິນເຊື່ອ ໄດ້ອວຍພອນໄຊອັນປະເສີດມາຍັງບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່
ພວມປະຕິບັດໜ້າທີ່ ຈົ່ງມີສຸຂະ ພາບເຂັ້ມ ແຂງ, ມີພະລານາໄມສົມບູນ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າທີ່ຊາດ ແລະ ປະຊາ ຊົນມອບໝາຍໃຫ້ ໃຫ້ມີຜົນສຳເລັດເປັນກ້າວໆ.
ໂອກາດນີ້, ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຍຸດທະສັກ ທີແກ້ວ ພ້ອມດ້ວຍທີມງານ ທີ່ໄດ້ນຳເອົາກະຕ່າຂອງຂວັນ ພ້ອມດ້ວຍຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ທົ່ວກອງໃຫຍ່ 301 ໃນຄັ້ງນີ້, ພ້ອມທັງອວຍພອນ ໃຫ້ທີມງານຈົ່ງມີແຕ່ສຸຂະພາບເຂັ້ມແຂງທັງຄອບຄົວ ແລະ ສ່ວນຕົວ, ມີພາລະນາໄມສົມບູນ, ປະ ສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ສ້າງທຸລະກິດທີ່ຂັ້ນເທິງມອບໝາຍໃຫ້ ໃຫ້ມີຜົນສຳ ເລັດ, ພ້ອມທັງເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ຫົວໜ່ວຍທຸລະກິດ ກັບກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກໍຄືກອງພັນໃຫຍ່ 301 ແລະ ທະນາຄານສິນເຊື່ອ ປະຈຳແຂວງໄຊຍະບູລີໃຫ້
ນັບມື້ມີຄວາມຜູກພັນແໜ້ນແຟ້ນ ຍິ່ງໆຂຶ້ນກວ່າເກົ່າ.
ໂດຍ: ຈອມແສງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















