ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ມອບ-ຮັບ ປື້ມ ລະຫວ່າງ ຫໍສະໝຸດ​ກອງທັບ ກັບ ຫໍສະໝຸດ​ແຫ່ງ​ຊາດ
ເວລາອອກຂ່າວ: 2026-03-13 09:13:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ພິທີ ມອບ-ຮັບ ປື້ມ ລະຫວ່າງ ຫໍສະໝຸດ​ກອງທັບ ກັບ ຫໍສະໝຸດ​ແຫ່ງ​ຊາດ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ12 ມີນາ 2026 ນີ້, ທີ່​ຫໍສະໝຸດ​ກອງທັບ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ໄຊຊະນະ ສະເຫຼີມ​ສັກ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ສຳລານ ຫຼວງ​ອາ​ໄພ ອຳນວຍ​ການ​ຫໍສະໝຸດ​ແຫ່ງ​ຊາດ, ສະຫາຍ ພັນ​ໂທ ນາງ ຄູນ​ທອງ ທຳ​ມະ​ວົງ ອຳນວຍ​ການ​ຫໍສະໝຸດ​ກອງທັບ, ມີ​ພະນັກງານ​ວິຊາ​ການ ທັງ​ສອງ​ຫໍສະໝຸດ ເຂົ້າ​ຮ່ວມ. ສະຫາຍ ສຳລານ ຫຼວງ​ອາ​ໄພ ໄດ້​ຕາງໜ້າ​ໃຫ້​ຄະນະ​ນຳ​ຂອງ​ກະຊວງ​ວັດທະນະທຳ ແລະ ພະນັກງານ ຂອງ​ຫໍສະໝຸດ​ແຫ່ງ​ຊາດ ກ່າວ​ມອບ​ປື້ມ​ໃຫ້​ຫໍສະໝຸດ​ກອງທັບວ່າ: ມີ​ຄວາມ​ຮູ້ສຶກ​ພາກພູມ​ໃນ ແລະ ດີໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສົ່ງເສີມ​ວັດທະນະທຳ​ການ​ອ່ານ ແລະ ຊ່ວຍ​ສະໜັບສະໜູນ​ພັດທະນາ​ການ​ສຶກ​ສາ​ໃນ​ຂົງເຂດ​ກອງທັບ ໃຫ້​ມີ​ຂໍ້​ມູນ​ທີ່​ຫຼາກ​ຫຼາຍ​ວິຊາ​ເພື່ອ​ຮຽນ​ຮູ້ ແລະ ດີ​ຂຶ້ນ​ເປັນ​ກ້າວໆ. ເຊິ່ງ​ປື້ມ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້, ປະກອບ​ມີ ປື້ມ​ປະຫວັດສາດ, ວິທະຍາສາດ, ກົດໝາຍ, ເສດຖະກິດ, ວາ ລະສານ, ວັນນະຄະດີ, ນິທານ ແລະ ອື່ນໆ ລວມ​ທັງ​ໝົດ 274 ຫົວ, 48 ລາຍການ, ລວມ​ມູນ​ຄ່າ 35.000.000 ກີບ. ເຊິ່ງ​ປື້ມ​ຈຳນວນ​ດັ່ງກ່າວ ແມ່ນ​ເປັນ​ການ​ປະກອບສ່ວນ ຂອງ​ຫໍສະໝຸດ​ແຫ່ງ​ຊາດ ແລະ ໄດ້​ມາ​ຈາກ​ການ​ຂົນຂວາຍ​ນຳ​ພາກສ່ວນ​ຕ່າງໆ ເພື່ອ​ນຳ​ມາ​ປະກອບສ່ວນ​ເພີ່ມ​ເຂົ້າ​ໃນ​ຄັງ​ສາງ​ຂໍ້​ມູນ​ທາງ​ດ້ານ​ປັນຍາ ຂອງ​ຫໍສະໝຸດ​ກອງທັບ ໃຫ້​ມີ​ຂໍ້​ມູນ​ທີ່​ອຸດົມສົມບູນ ແລະ ມີ​ຄວາມ​ຫຼາກ​ຫຼາຍ ເພື່ອ​ໃຫ້​ນາຍ ແລະ ພົນທະຫານ ຜູ້​ທີ່​ມີ​ຄວາມ​ສົນໃຈ​ໃນ​ການ​ຮຽນ​ຮູ້, ຄົ້ນຄວ້າ ແລະ ໃຊ້​ບໍລິການ ໃນ​ການ​ສົ່ງເສີມ​ວັດທະນະທຳ​ການ​ອ່ານ​ໃນ​ຫໍສະໝຸດ​ກອງທັບ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ໂອກາດ​ນີ້, ສະຫາຍ ພັນ​ໂທ ນາງ ຄູນ​ທອງ ທຳ​ມະ​ວົງ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ພະນັກງານ-ນັກຮົບ ຫໍສະໝຸດ​ກອງທັບ ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ເປັນ​ຢ່າງ​ສູງ​ຕໍ່​ອຳນວຍ​ການ​ຫໍສະໝຸດ​ແຫ່ງ​ຊາດ ພ້ອມ​ຄະນະ ທີ່​ໄດ້​ນຳ​ເອົາ​ປື້ມ ມາ​ມອບ​ໃຫ້​ແກ່​ຫໍສະໝຸດ​ກອງທັບ ເຊິ່ງ​ປື້ມ​ຈຳນວນ​ດັ່ງກ່າວ ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ເປັນ​ຊັບ​ສິນ​ທາງ​ປັນຍາ ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ ເປັນ​ການ​ປະກອບສ່ວນ​ອັນ​ໃຫ​​ຍ່​ຫຼວງ​ຕໍ່​ການ​ພັດທະນາ​ຫໍສະໝຸດ​ກອງທັບ ໃຫ້​ມີ​ບາດກ້າວ​ອັນ​ໃໝ່. ພວກ​ເຮົາ​ຂໍ​ຊົມເຊີຍ ແລະ ຂໍ​ຮັບ​ເອົາ​ດ້ວຍ​ຄວາມ​ຈິງ​ໃຈ. ພ້ອມ​ທັງ ຈະ​ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ ເພື່ອ​ໄວ້​ໃຫ້​ລູກ​ຫຼານ​ຜູ້​ເກີດ​ໃໝ່​ໃຫ​​ຍ່​ລຸນ​ໄດ້​ຄົ້ນຄວ້າ​ສຶກ​ສາ​ຮ່ຳຮຽນ. ຈາກ​ນັ້ນ, ກໍ​ໄດ້​ຈັດ​ຕັ້ງ ມອບ-ຮັບ ຢ່າງ​ເປັນ​ທາງ​ການ. ພ້ອມ​ທັງ ມອບ​ໃບ​ສົມ​ມະ​ນາ​ບຸນຄຸນ ໃຫ້​ຫໍສະໝຸດ​ແຫ່ງ​ຊາດ ໂດຍ​ການ​ຂຶ້ນ​ມອບ​ຂອງ ສະຫາຍ ພັນ​ເອກ ໄຊຊະນະ ສະເຫຼີມ​ສັກ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ ຢ່າງ​ສົມ​ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ