ຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊ ມອບ-ຮັບ ໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ແລະ ທຸງໄຊນຳໜ້າ ປະຈຳປີ 2025
ເວລາອອກຂ່າວ: 2026-03-13 10:23:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 734 | ຄວາມນິຍົມ: ![]()
ໃນວັນທີ 12 ມີນາ 2026 ນີ້, ຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດ ພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ແລະ ທຸງໄຊນຳໜ້າປະຈຳປີ 2025 ໃຫ້ແກ່ໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງກອງບັນຊາການ, ໂດຍການເປັນປະທານຂອງສະຫາຍ ບຸນມີ ສຳລີບູນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນ 414, ໂຮງຮຽນ, ໂຮງໝໍ, ກົມກອງເອກະລາດອ້ອມຂ້າງ, ເລຂາໜ່ວຍ, ຄະນະໜ່ວຍຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວກອງບັນຊາການເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ໄຊຫຼ້າ ໄຊສົງຄາມ ຫົວໜ້າພະແນກຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວນການຂໍ້ແຂ່ງຂັ້ນ 4 ບຸກ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ພ້ອມທັງສະຫຼຸບຄືນດ້ານດີ, ດ້ານອອ່ນ ແລະ ບົດຮຽນທີ່ຖອດຖອນໄດ້, ຜ່ານການຈັດຕັ້ງປະຕິບັດວຽກງານ 4 ບຸກ ປະຈຳປີ 2025 ເຫັນວ່າມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນການເຄື່ອນໄຫວນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກຊາວຫນຸ່ມຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊໄດ້ນໍາເອົາເນື້ອໃນຂໍ້ແຂ່ງຂັນ 4 ບຸກ ມາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຮັດໃຫ້ການຈັດຕັ້ງຊາວຫນຸ່ມແຕ່ລະຂັ້ນໃນກົມກອງມີຄວາມເຂັ້ມແຂງທາງດ້ານການເມືອງ - ແນວຄິດ ພະນັກງານ, ສະມາຊິກຊາວໜຸ່ມ - ໄວໜຸ່ມແຕ່ລະສະຫາຍໄດ້ຮັບຮູ້ເຊື່ອມຊຶມ ເຂົ້າໃຈແຈ້ງ ແລະ ເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນຊຸມປີຜ່ານມາໄດ້ເຄື່ອນໄຫວຂະບວນການແຂ່ງຂັນຢ່າງຟົດຟື້ນ - ແຂງແຮງ, ກວ້າງຂວາງ ແລະ ໄດ້ຮັບໝາກຜົນ. ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງອຸດົມໄຊ ວ່າດ້ວຍການຍ້ອງຍໍສັນລະເສີນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ດີເດັ່ນ, ອີງຕາມກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຍ້ອງຍໍສັນລະເສີນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີ. ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຕົກລົງ ມອບໃບຍ້ອງຍໍຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ຄະນະຊາວໜຸ່ມຮາກຖານກອງບັນຊາການທະຫານແຂວງອຸດົມໄຊຈຳນວນ 749 ສະຫາຍ, ຍິງ 97 ສະຫາຍ, ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ. ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕົກລົງ ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ບັນດາໜ່ວຍຮາກຖານຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັ້ນ 4 ບຸກຂອງຊາວໜຸ່ມທີ່ໄດ້ຮັບນາມມະຍົດ 4 ບຸກ 3 ປີ ຕໍ່ເນື່ອງ ( 2022—2024)ຈຳນວນ 197 ໃບ, ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ວ່າດ້ວຍຮັບຮອງຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງແຂວງອຸດົມໄຊ ເປັນຄະນະຊາວໜຸ່ມ 4 ບຸກ ປະຈຳປີ 2025 ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຕົກລົງ ຮັບຮອງເອົາຄະນະຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊຈຳນວນ 19 ໜ່ວຍ 1 ພະແນກ ເປັນໜ່ວຍຊາວໜຸ່ມນໍາໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກຂອງຄະນະຊ່ວໜຸ່ມປະຊາຊົນປະຕິວັດລາວ ແລະ ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການມອບທຸງໄຊນຳໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ. ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຕົກລົງ ມອບທຸງໄຊນຳໜ້າໃຫ້ໜ່ວຍຊາວໜຸ່ມກອງບັນຊາການທະຫານແຂວງອຸດົມໄຊຈຳນວນ 5 ໜ່ວຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງ, ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຍາດມາໄດ້ໃນປີຜ່ານມາ. ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຊີ້ນໍາ - ນໍາພາພະນັກງານ, ສະມາຊິກຊາວໜຸ່ມ ເຮັດສໍາເລັດໜ້າທີ່ ທີ່ພັກ - ລັດມອບໝາຍໃຫ້ ແລະ ໄດ້ຮຽກຮ້ອງໃຫ້ສືບຕໍ່ປະຕິບັດໜ້າທີ່ວຽກງານ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດຂໍ້ກໍານົດກົດລະບຽບຂອງກົມກອງ, ກໍຄືຂອງກອງທັບ, ຂອງຊາວໜຸ່ມວາງອອກຢ່າງເຂັ້ມງວດ, ຕ້ານປາກົດການຫຍໍ້ທໍ້ຕ່າງໆ, ສຸມໃສ່ໃນການສ້າງໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມພາຍໃນກົມກອງໃຫ້ໄດ້ຕາມມາດຖານ, ເງື່ອນໄຂ ໃນການສ້າງຊາວໜຸ່ມຕົວແບບ, ໜ່ວຍຊາວໜຸ່ມຕົວແບບ 4 ບຸກ ຕິດພັນກັນການສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳໃນຕໍ່ຫນ້າ. ພ້ອມທັງຮຽກຮ້ອງມາຍັງໜ່ວຍຊາວໜຸ່ມແຕ່ລະກົມກອງເພີ່ມທະວີຄວາມສະຄີໃນທຸກວຽກງານເພື່ອສ້າງໃຫ້ໄດ້ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຕົວແບບ 4 ບຸກໃນຊຸມປີຕໍ່ໜ້າ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















