
ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ເຂດ IV ປະຈຳໄຕມາດທີ III ປີ 2019
ເວລາອອກຂ່າວ: 2019-09-23 10:09:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6271 | ຄວາມນິຍົມ:
ກອງພັນ 432 ກອງບັນ ຊາການທະຫານ ແຂວງວຽງຈັນ ໄດ້ເປັນເຈົ້າພາບຈັດກອງປະຊຸມ ສ່ອງແສງລາຍງານວຽກງານ ຮອບດ້ານໃນທົ່ວກອງທັບປະຈຳ ໄຕມາດທີ III ແລະ ທິດທາງແຜນ ການປະຈຳ ໄຕມາດ IV ປີ 2019 ຂອງບັນດາກົມກອງ ເຂດ IV ໄດ້ຈັດຂຶ້ນໃນ ວັນທີ 18 ກັນຍາ ນີ້, ໂດຍພາຍໃຕ້ການເປັນປະ ທານຂອງ ສະຫາຍ ພົນຕີ ພູວົງ
ວົງພົມ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ເຊິ່ງມີຄະ ນະນຳຈາກກອງພົນທີ I, ກອງ ບັນຊາການທະຫານແຂວງ ໄຊ
ສົມບູນ, ກອງພັນໃຫຍ່ 497,
ກອງພັນໃຫຍ່ 941, ວິທະຍາ ຄານກົມມະດໍາ ແລະ ວິທະຍາຄານ ພະລາທິການກອງທັບເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ພົນຕີ ພູວົງ ວົງພົມ ໄດ້ມີຄຳເຫັນຊີ້ນຳ
ໃຫ້ແຕ່ລະກົມກອງລາຍງານ ສະພາບການຊີ້ນຳ-ນຳພາວຽກ ງານຮອບດ້ານຂອງແຕ່ລະກົມ ກອງ ເຊິ່ງກອງປະຊຸມໄດ້ຮັບຟັງ ການລາຍງານສະພາບການ ເຄື່ອນໄຫວວຽກງານຮອບດ້ານແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສັງຄົມກໍຄືຢູ່ກົມກອງໃນໄລຍະ ຜ່ານມາຂອງແຕ່ລະກົມກອງ, ເຊິ່ງໄດ້ຍົກໃຫ້ເຫັນສະພາບການ ຕ່າງໆທີ່ກົມກອງຮັບຜິດຊອບ ເຊິ່ງ ໂດຍລວມແລ້ວແຕ່ລະກົມກອງມີ ຄວາມສະຫງົບໂດຍພື້ນຖານ ທັງ ນີ້ກໍຍ້ອນຄະ ນະພັກ-ຄະນະບັນຊາ ກົມກອງໄດ້ຖືສຳຄັນວຽກງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດຕໍ່ຖັນແຖວພະນັກງານ ສະມາຊິກພັກ-ນັກຮົບ, ເອົາ ໃຈໃສ່ ວຽກງານກໍ່ສ້າງພັກ, ກໍ່ສ້າງພະ ນັກງານວຽກງານ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນໃນສັງຄົມກໍຄືຂອບເຂດ ກົມກອງຮັບຜິດຊອບໃຫ້ມີຄວາມ ສະຫງົບປອດໄພ 100 %, ມີ ຫຼາຍກົມກອງປະສົບຜົນສຳເລັດ ໃນການສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ແລະ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.
ໂອກາດນີ້ ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ໄດ້ມີ ຄຳ ເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງ ກ່ອນອື່ນ ສະຫາຍ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາກົມກອງຍາດມາໄດ້ໃນ ໄລຍະຜ່ານມາ ສະຫາຍ ໄດ້ຍົກໃຫ້ ສະພາບການຂອງໂລກ ແລະ ພາກ
ພື້ນທີ່ສົ່ງຜົນກະທົບ ໂດຍທາງ ກົງ ແລະ ທາງອ້ອມໃຫ້ແກ່ປະ ເທດລາວເຮົາ, ພວກເຮົາຢູ່ໃນກຳ
ລັງປະກອບອາວຸດຕ້ອງຢຶດໝັ້ນ ແລະ ໜັກແໜ້ນຕໍ່ການປະຕິວັດ ຊາດ, ເຮັດໃຫ້ປະເທດຊາດມີ ຄວາມສະຫງົບເວົ້າລວມ, ເວົ້າສະ ເພາະກໍຄືຂອບເຂດກົມກອງຕັ້ງ ທັບ. ພ້ອມທັງຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະກົມກອງ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບມີແນວຄິດອຸ່ນອຽນທຸ່ນ ທ່ຽງຫ້າວຫັນໃນການປະຕິບັດ ໜ້າທີ່ວຽກງານວິຊາສະເພາະຂອງຕົນປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການປັບປຸງກໍ່ສ້າງ ພັກ-ກໍ່ສ້າງພະນັກງານ ໃຫ້ມີ ຄວາມໜັກແໜ້ນທາງດ້ານການ ເມືອງແນວຄິດ ແລະ ເຂັ້ມແຂງ ທາງດ້ານການຈັດຕັ້ງພ້ອມກັນ ຕ້ານ ແລະ ສະກັດກັ້ນບັນດາປະ
ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ໃນ
ຕໍ່ໜ້າໃຫ້ທັນເວລາ, ສ້າງເງື່ອນ ໄຂ ແລະ ສິ່ງເອື້ອອຳນວຍ ຄວາມສະດວກໃຫ້ແກ່ກົມກອງ ແລະ ປະຊາຊົນບັນດາເຜົ່າໃນ ການສ້າງເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກເຮັດ ໃຫ້ປະເທດຊາດຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາຕາມຄາດ ໝາຍທີ່ວາງໄວ້ ແລະ ສ້າງຂະ ບວນການຂໍ່ານັບຮັບຕ້ອນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຂະບວນການຟົດຟື້ນແຂງ
ແຮງ. ໂອກາດເປີດກອງປະຊຸມ
ສ່ອງແສງວຽກງານຮອບດ້ານ ໃນທົ່ວກອງທັບປະຈຳໄຕມາດ III ແລະ ວາງທິດທາງແຜນ ການ ປະຈຳ ໄຕມາດ IV ປີ 2019, ຂອງ
ບັນດາກົມກອງເຂດ IV ຄັ້ງນີ້
ຂັ້ນເທິງຍັງໄດ້ ນໍາເອົາອຸປະກອນ ກີລາຈໍານວນໜຶ່ງມອບໃຫ້ກອງ
ພັນ 432, ທະຫານ ແຂວງວຽງ ຈັນຕື່ມອີກ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ