ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ກົມໃຫຍ່ພະລາທິການກອງທັບ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງກອງຮາກຖານເຂັ້ມແຂງ - ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-09-23 10:11:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 821 | ຄວາມນິຍົມ:



ວັນທີ 18 ກັນຍາ 2019 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານຂະບວນ ການກໍ່ສ້າງກອງຮາກຖານເຂັ້ມ ແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ສົກ 2017-2018 ແລະ ທິດທາງ ແຜນການ ປະຈຳປີ 2019-2020, ໂດຍພາຍໃຕ້ການເປັນປະ ທານຂອງສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນ ປະເທດ ເລຂາຄະນະພັກອົງການ ກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກອົງ ການກົມໃຫຍ່, ເລຂາຄະນະພັກ ຮາກຖານ, ຄະນະພັກ-ຄະນະບັນ ຊາກົມກອງທີ່ຂຶ້ນກັບເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສົມວັນ ທຳມາໄຊ ກຳມະການຄະ ນະປະຈຳພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ ພະລາທິການກອງທັບ ໄດ້ຂຶ້ນ ຜ່ານບົດສະຫຼຸບຕີລາຄາຜົນໄດ້ ຮັບຂອງການກໍ່ສ້າງກອງຮາກ ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາ ຮອບດ້ານສົກ 2017-2018, ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ແບບແຜນການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ ໃນການປັບປຸງກໍ່ສ້າງ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອດ້ານ. ຜ່ານການຈັດຕັ້ງປະຕິບັດເຫັນ ໄດ້ວ່າທຸກກົມກອງ, ຄະນະພັກ- ຄະນະບັນຊາແຕ່ລະຂັ້ນໄດ້ມີ ຄວາມຮັບຮູ້, ເຊື່ອມຊຶມຕໍ່ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ, ຍົກ ສູງພາ ລະບົດບາດ ແລະ ໜ້າທີ່ການ ເມືອງຂອງກົມກອງ ໂດຍຖືເອົາ ວຽກງານໃຈກາງກາຍເປັນຂໍ້ ແຂ່ງຂັນຕິດພັນກັບການສ້າງ ກອງປອດໃສ, ປອດໄພ, ປອດຄະ ດີ, ການສ້າງກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ຊຸກຍູ້ ປຸກລະດົມຂະບວນການພາຍໃນ ກົມກອງໃຫ້ຟົດຟື້ນຕໍ່ເນື່ອງເຮັດ ໃຫ້ການຈັດຕັ້ງປະຕິບັດແຜນການ ປັບປຸງກໍ່ສ້າງກອງຮາກຖານເຂັ້ມ ແຂງ-ໜ່ວຍພັກຮູ້ນຳພາຮອບ ດ້ານກາຍເປັນຮູບປະທຳ ແລະ ມີ ຄຸນນະພາບດີຂຶ້ນ. ໃນສົກ 2017-2018 ຂັ້ນເທິງ ໄດ້ອະນຸມັດຮັບຮອງເປັນກອງ ຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານ ມີ 10 ຄະນະພັກ ຮາກຖານ ເທົ່າກັບ 52,63%, ມີ 125 ໜ່ວຍພັກ ເທົ່າກັບ 74,85%, ມີສະມາຊິກພັກແຂງ ຮູ້ນຳພາຮອບດ້ານ 3.013 ສະ ຫາຍ ເທົ່າກັບ 86,79%, ແຂງ 259 ສະຫາຍ ເທົ່າກັບ 7,41%, ກາງ 20 ສະຫາຍ ເທົ່າກັບ 0,57%, ອ່ອນ 4 ສະຫາຍ ເທົ່າ ກັບ 0,11%, ບໍ່ໄດ້ຕີລາຄາ 178 ສະຫາຍ. ຈາກດ້ານດີ ແລະ ຜົນ ງານທີ່ກ່າວມາຂ້າງເທິງນັ້ນສະ ແດງເຖິງການສືບຕໍ່ເສີມຂະ ຫຍາຍມູນເຊື້ອ 3 ເກັ່ງ, ໜ່ວຍພັກ 4 ຮູ້ຂອງກອງທັບເຮົາໃນເມື່ອ ກ່ອນ, ໃນນັ້ນ ມີ 5 ໜ່ວຍພັກຖືກ ຮັບຮອງເປັນຄັ້ງທີ 11 ຕິດຕໍ່ ກັນ, ມີ 9 ໜ່ວຍພັກ ຖືກຮັບຮອງ ເປັນຄັ້ງທີ 10 ຕິດຕໍ່ກັນ ແລະ ມີ 13 ກົມກອງ-ໜ່ວຍພັກໄດ້ທຸງ ໄຊ 5 ຄັ້ງຕິດຕໍ່ກັນ ແລະ 10 ຄັ້ງ ຕິດຕໍ່ກັນ ລວມມີ 7 ກົມກອງ ໜ່ວຍພັກທີ່ຂຶ້ນກັບກົມໃຫຍ່ພະລາ ທິການກອງທັບ, ໃນພິທີດັ່ງກ່າວ, ຄະນະພັກອົງການກົມໃຫຍ່ ແລະ ຄະນະພັກກົມກອງຮາກຖານ ກໍ ໄດ້ຂຶ້ນຈັບມືກັນຮັບຮອງເອົາເນື້ອ ໃນຂໍ້ແຂ່ງຂັນຂະບວນການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕິດພັນກັບເນື້ອ ໃນຂໍ້ແຂ່ງຂັນການສ້າງກອງ ປອດໃສ, ປອດໄພ, ປອດຄະດີ, ການສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ ເພື່ອ ພ້ອມກັນນຳໄປຈັດຕັ້ງປະຕິບັດຢູ່ ໃນຂັ້ນກົມກອງຂອງຕົນໃນຕໍ່ໜ້າ ໃຫ້ສຳເລັດ. ໂອກາດນີ້ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກໍໄດ້ມີຄຳ ເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ ຄະນະພັກ-ຄະນະບັນຊາກົມກອງ ໜ່ວຍພັກສາມາດຮັກສາໄດ້ນາມ ມະຍົດມູນເຊື້ອກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບ ດ້ານຫຼາຍສະໄໝຕິດຕໍ່ກັນ, ນີ້ສະ ແດງໃຫ້ເຫັນເຖິງຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ການເມືອງຂອງ ຄະນະພັກ-ຄະນະບັນຊາໃນການ ເປັນເຈົົ້າການຊີ້ນຳ-ນຳພາກົມ ກອງເຮັດສຳເລັດໜ້າທີ່ຕາມການ ຈັດຕັ້ງຂັ້ນເທິງມອບໝາຍຕໍ່ຜົນ ງານ ແລະ ຜົນສຳເລັດທີ່ພວກເຮົາ ຍາດມາໄດ້ນັ້ນຖ້າທຽບໃສ່ຄວາມ ຮຽກຮ້ອງຕ້ອງການໃນເງື່ອນໄຂ ສະພາບການໃໝ່ ແລະ ຄວາມຈຳ ເປັນໃນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນ ໄລຍະໃໝ່ເຫັນວ່າຍັງຈະຕ້ອງເລັ່ງ ທວງໃຫ້ພວກເຮົາຕ້ອງໄດ້ເບິ່ງ ຄືນໃຫ້ລະອຽດ ແລະ ພາວະວິໄສ ດ້ວຍຄວາມເປັນຈິງ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງຄະນະ ພັກທຸກຂັ້ນ ຈົ່ງພ້ອມກັນເອົາໃຈ ໃສ່ເພີ່ມທະວີວຽກງານສຶກສາອົບ ຮົມການເມືອງນຳພາແນວຄິດຕໍ່ ພະນັກງານ-ສະມາຊິກພັກ, ນັກ ຮົບຖືເປັນບັນຫາສຳຄັນໃນການ ດຳລົງຊີວິດ, ຍຶດໝັ້ນຕໍ່ອຸດົມການ ສັງຄົມນິຍົມ, ກຳແໜ້ນທາດແທ້ ແລະ ມູນເຊື້ອປະຕິວັດຂອງພັກ, ຂອງກອງທັບ, ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກວາງ ອອກ, ເພີ່ມທະວີປັບປຸງການຈັດ ຕັ້ງ, ປັບປຸງແບບແຜນວິທີນຳພາ-ແບບແຜນວິທີເຮັດວຽກ, ຍົກສູງ ສະຕິລະວັງຕົວ ຕອບຕ້ານທຸກກົນ ອຸບາຍມ້າງເພທຳລາຍຂອງອິດທິ ກຳລັງປໍລະປັກ, ເພີ່ມທະວີຄວາມ ສາມັກຄີເປັນເອກະພາບພາຍໃນ ພັກ,​ ຍົກສູງຄວາມສາມາດນຳ ພາ ແລະ ລັກສະນະນຳໜ້າຂອງ ພັກເຮົາ ຕາມຈິດໃຈກອງປະຊຸມ ໃຫຍ່ຄັ້ງທີ 10 ຂອງພັກ, ເຮັດໃຫ້ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຮັບການ ຮັບຮອງ ແລະ ຜັນຂະຫຍາຍໃຫ້ ມີຄຸນນະພາບອັນໃໝ່ ແລະ ພ້ອມ ກັນສືບຕໍ່ອອກແຮງແຂ່ງຂັນກັນ ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນ ປະເທດໃຫ້ມີຜົນສຳເລັດຢ່າງຈົບ ງາມ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ