
ປະກາດບົ່ງຕົວແຕ່ງຕັ້ງເພີ່ມເຕີມ ກຳມະການຄະນະພັກ ຄະນະປະຈຳພັກ ສະໄໝທີ V ຢູ່ກອງພັນໃຫຍ່ 497
ເວລາອອກຂ່າວ: 2019-09-25 09:54:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 646 | ຄວາມນິຍົມ:
ພິທີປະກາດຮັບຮອງການບົ່ງ ຕົວແຕ່ງຕັ້ງເພີ່ມເຕີມກຳມະການ ຄະນະພັກ-ຄະນະປະຈຳພັກຂອງ ກອງພັນໃຫຍ່ 497 ສະໄໝທີ V ໄດ້ຈັດຂຶ້ນ ວັນທີ 20 ກັນຍາ 2019 ນີ້, ໂດຍພາຍໃຕ້ການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ມີ ບັນດາຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 497 ແຂກທີ່ຖືກ ເຊີນຈາກກົມກອງອ້ອມຂ້າງຕະ ຫຼອດຮອດຄະນະພັກອຳນາດ ການປົກຄອງເມືອງອ້ອມຂ້າງ ແລະ ພະນັກງານສະມາຊິກພັກ ໃນກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າກົມຈັດ ຕັ້ງພັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະພັກກະຊວງປ້ອງກັນປະ ເທດ, ວ່າດ້ວຍການປະກາດບົ່ງ ຕົວແຕ່ງຕັ້ງເພີ່ມເຕີມກຳມະການ ຄະນະພັກ-ຄະນະປະຈຳພັກກອງ ພັນໃຫຍ່ 497 ສະໄໝທີ V ໂດຍ ອີງຕາມກົດລະບຽບຂອງພັກປະ ຊາຊົນປະຕິວັດລາວ ສະໄໝທີ X ໝວດທີ II ມາດຕາທີ 13 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງກຳມະການ ຄະນະພັກ ແລະ ອີງຕາມໜັງສື ສະເໜີ ສະບັບເລກທີ 47/ຄພຍ ລົງວັນທີ 27/8/2019 ກ່ຽວກັບ ການບົ່ງຕົວແຕ່ງຕັ້ງເພີ່ມເຕີມກຳ ມະການຄະນະພັກ-ຄະນະປະຈຳ ພັກກອງພັນໃຫຍ່ 497 ສະໄໝທີ V ດັ່ງນັ້ນຄະນະພັກກະຊວງປ້ອງ ກັນປະເທດຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ບຸນຈອນ ອ່ອນ ພະຈັນ ເປັນກຳມະການຄະນະ ພັກ, ສະຫາຍ ພັນໂທ ຄຳຈັນ ວົງ ສາຍເຊ ເປັນກຳມະການຄະນະ ພັກ, ສະຫາຍ ພັນເອກ ຄຳເພັງ ແກ້ວວົງສາ ເປັນຄະນະປະຈຳພັກ, ສະຫາຍ ພັນເອກ ຄຳສຸກ ໄຊມວນ ສິນ ເປັນຄະນະປະຈຳພັກ, ສະ ຫາຍ ພັນໂທ ນານ ວັນທອງ ເປັນ ຄະນະປະຈຳພັກ.
ໂອກາດເຂົ້າຮ່ວມພິທີດັ່ງກ່າວ ສະຫາຍ ພົນຕີ ຈັນທອງ ສອນຕະ ອາດ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະ ຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດຂອງກອງ ປະຊຸມປະກາດຮັບຮອງບົ່ງຕົວ ແຕ່ງຕັ້ງກຳມະການຄະນະພັກ- ຄະນະປະຈຳພັກຂອງກອງພັນ ໃຫຍ່ 497 ສະໄໝທີ V ເຊິ່ງໄດ້ ສຳເລັດລົງດ້ວຍໝາກຜົນອັນຈົບ ງາມ, ພ້ອມທັງຮຽກຮ້ອງໃຫ້ຄະ ນະພັກກອງພັນໃຫຍ່ 497 ສະໄໝ ທີ V ສືບຕໍ່ປະຕິບັດໜ້າທີ່ການ ເມືອງຂອງກົມກອງດ້ວຍຄວາມ ຮັບຜິດຊອບສູງ, ເຊື່ອມຊຶມກຳ ແໜ້ນແນວທາງຂອງພັກຕິດພັນ ກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍຖືເອົາວຽກ ງານສຶກສາອົບຮົມການເມືອງນຳ
ພາແນວຄິດເປັນກົກ ສອດຫ້ອຍ ເຂົ້າໃນທຸກຂົງເຂດວຽກງານຂອງ
ກົມກອງ, ເສີມຂະຫຍາຍມູນເຊື້ອ
ອັນດີງາມຂອງກອງທັບໃນການ ພົວພັນຮ່ວມມືແລກປ່ຽນສະພາບ ການກັບອົງການປົກຄອງທ້ອງ ຖິ່ນ ເພື່ອເຮັດໃຫ້ຂອບເຂດຮັບຜິດ ຊອບມີຄວາມສະຫງົບ, ພ້ອມນີ້ກໍ ຕັ້ງໜ້າເຕົ້າໂຮມຄວາມສາມັກຄີ ຄືພາຍໃນພັກ-ພາຍນອກກົມກອງ ໃຫ້ເປັນປຶກແຜນແໜ້ນໜາ ແລະ ພ້ອມກັນປັບປຸງກໍ່ສ້າງກຳລັງ, ກໍ່ ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ດີຂຶ້ນເທື່ອລະກ້າວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ