ເຮັດທຸລະກິດໄປນຳຊຸກຍູ້ຊ່ວຍເຫຼືອສັງຄົມໄປພ້ອມ
ເວລາອອກຂ່າວ: 2019-09-26 08:21:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ: ![]()
ນັກທຸລະກິດລາວທ່ານໜຶ່ງ, ເຊິ່ງເປັນຜູ້ທີ່ ໄດ້ຮັບນາມມະຍົດ “ນັກ ພັດທະນາດີເດັ່ນ ແຫ່ງຊາດ” ຈາກ ລັດຖະບານເມື່ອບໍ່ດົນມາ ນີ້, ໄດ້ທຸ່ມເທສະຕິປັນຍາ, ເຫື່ອ ແຮງ ແລະ ເວລາລວມທັງຊັບສິນ
ຈຳນວນຫຼວງຫຼາຍເພື່ອຫັນປ່ຽນ ຄວາມຄິດ ແລະ ຊີວິດຄວາມເປັນ ຢູ່ຂອງປະຊາຊົນ 400 ກວ່າຄົນ
ທີ່ເຄີຍຢຶດອາຊີບຂໍທານຫາລ້ຽງ
ຊີບ, ລ້ຽງຄອບຄົວເປັນເວລາ ຫຼາຍສິບປີ, ມາເຮັດນາຈົນສາ
ມາດພົ້ນທຸກໄດ້ໂດຍພື້ນຖານ ແລະ
ຢຸດຕິພຶດຕິກຳຂໍທານຢ່າງສິ້ນ ເຊີງ.
ນັກພັດທະນາດີເດັ່ນແຫ່ງ ຊາດ ທ່ານນີ້ມີຊື່ວ່າ ທ່ານ ເກຍ ອູ໊ສິດທິເດດ, ເຊິ່ງເປັນເຈົ້າຂອງ ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ປະທານບໍລິ ສັດອຸດົມຊັບກໍ່ສ້າງຂົວທາງ ແລະ ບໍລິສັດ ອຸດົມຊັບ ແຮ່-ຊາຍຢູ່ ແຂວງສະຫວັນນະເຂດໂດຍໄດ້ ມີແນວຄິດລິເລີ່ມ ໃຫ້ການຊ່ວຍ ເຫຼືອບັນດາຄອບຄົວທຸກຍາກ ຈຳນວນ ທັງໝົດ 77 ຄອບຄົວ ລວມມີ 400 ກວ່າຄົນ ຢູ່ບ້ານ ຄໍາປ່າແໜ ແລະ ບ້ານ ປ່າກ້ວຍ ເມືອງ ຈຳພອນ ແຂວງສະຫວັນນະ ເຂດທີ່ບໍ່ມີລາຍຮັບ, ບໍ່ມີວຽກ ເຮັດງານທຳ, ບໍ່ມີໄຮ່ນາ, ຮົ້ວ ສວນທີ່ສາມາດທຳການຜະລິດ ໄດ້ ຫຼື ແມ່ນແຕ່ເຂົ້າກິນໃນແຕ່ລະ ວັນ.
ຈາກນັ້ນ, ໄດ້ມີການປະສານ ສົມທົບກັບອຳນາດ ການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຈຶ່ງເກີດມີໂຄງການລຶບລ້າງ ຄວາມທຸກຍາກ (ລຶບລ້າງຄອບ ຄົວຄົນຂໍທານ)ຂຶ້ນ ໃນປີ 2016 ໂດຍນັກທຸລະກິດ ທ່ານນີ້ ໄດ້ທຸ່ມເທສະຕິປັນຍາ, ເງິນ, ເຫື່ອແຮງ ແລະ ເວລາເພື່ອ ຈັດສັນທີ່ດິນປຸກເຮືອຢູ່ອາໄສ ແບບເຄິ່ງຖາວອນ, ສະໜອງ ເຂົ້າກິນ, ຈັດສັນເນື້ອທີ່ດິນ ທຳການຜະລິດປູກຝັງ, ລ້ຽງ ສັດ, ສະໜອງແນວພັນພືດພັນ ສັດ, ປັບປ່ຽນລະບົບນິເວດໃນ ຂອບເຂດຂອງບ້ານ, ເຝິກອົບ ຮົມທາງດ້ານເຕັກນິກ, ພັດທະ ນາແນວຄິດ, ນຳພາປະຊາຊົນ ລົງມືເຮັດຕົວຈິງ ແລະ ອື່ນໆ ຈົນເຮັດໃຫ້ປະຊາຊົນເຫຼົ່ານີ້ມີ ຊີວິດທີ່ດີຂຶ້ນ, ສາມາດເຂົ້າເຖິງ ການສຶກສາ ແລະ ສາທາລະນະ ສຸກ, ຫັນຈາກແນວຄິດຂໍທານ ມາທຳມາຫາກິນດ້ວຍຕົນເອງ ກ້າວໄປສູ່ການມີອາຊີບທີ່ໝັ້ນຄົງ ແລະ ມີສະພາບແວດລ້ອມທີ່ອຸດົມ ສົມບູນ ພາຍໃນໄລຍະ 3 ປີ.
ສໍາລັບການເຮັດທຸລະກິດ ຜະລິດນ້ໍາດື່ມ ແລະ ນ້ໍາກ້ອນ ໂລມາຄໍາ ທ່ານ ເກຍ ອູ໊ສິດທິເດດ ເລົ່າໃຫ້ຜູ້ຂຽນຟັງວ່າ: ການດໍາ ເນີນທຸລະກິດຕ້ອງເປັນຄອບ ຄົວໃຫຍ່ຄືກັນກັບອ້າຍກັບນ້ອງ ຮ່ວມສາຍຍາດດຽວກັນນັບແຕ່ ຂັ້ນນ້ອຍເຖິງຂັ້ນໃຫຍ່ ທຸກຄົນມີ ສິດເທົ່າທຽມກັນ ແລະ ພ້ອມກັນ ເປັນຄອບຄົວໃຫຍ່ເຮັດທຸລະກິດໄປນໍາຄຽງຄູ່ກັບການຊຸກຍູ້ສົ່ງ ເສີມຊ່ວຍເຫຼືອສັງຄົມໄປພ້ອມ.ນັບແຕ່ໂຮງງານແຫ່ງນີ້ ຖືກສ້າງ ຕັ້ງຂຶ້ນໃນປີ 1957 ໂດຍແມ່ນ ທ່ານ ລີເຊນກີ ເປັນເຈົ້າຂອງ ໂຮງ ງານໃນເມື່ອກ່ອນທໍາການຜະ ລິດນໍ້າກ້ອນ ແລະ ນໍ້າອັດລົມ, ປີ 1975 ເຈົ້າຂອງໂຮງງານໄດ້ ຍົກຍ້າຍໄປຢູ່ຕ່າງປະເທດ ແລະ ລັດໄດ້ເຂົ້າມາຄຸ້ມຄອງຮັກສາ ໂດຍແມ່ນພະນັກງານຂອງລັດ ເປັນຜູ້ບໍລິຫານຈັດການ, ມາ ເຖິງປີ 1989 ໂດຍປະຕິບັດ ຕາມນະໂຍບາຍຫັນປ່ຽນກົນ ໄກບໍລິຫານເກື້ອກູນໄປສູ່ກໍາມະ ສິດອື່ນ ອໍານາດການປົກຄອງ ແຂວງສະຫວັນນະເຂດ ຈຶ່ງໄດ້ ຂາຍໂຮງງານນີ້ໃຫ້ແກ່ຂ້າພະ ເຈົ້າ ແລະ ໄດ້ຟື້ນຟູຂະຫຍາຍໂຮງ ງານຜະລິດນ້ໍາກ້ອນ, ຊື້ເຄື່ອງ ຈັກຜະລິດ ທີ່ທັນສະໄໝຜະລິດໄດ້ ຫຼາຍຂຶ້ນເພື່ອຕອບສະໜອງນໍ້າກ້ອນແຕ່ລະຊະນິດໃຫ້ແກ່ສັງຄົມ ແລະ ທ້ອງຕະຫຼາດ, ມາຮອດປີ 2006 ໄດ້ຂະຫຍາຍການຜະລິດ ໂດຍ ລົງທຶນຊື້ເຄື່ອງຈັກຜະລິດນໍ້າ ດື່ມ ເຊິ່ງມື້ໜຶ່ງຜະລິດນໍ້າດື່ມໄດ້ 15.000 - 20.000 ລິດ ແລະ ໃສ່ເຄື່ອງໝາຍນໍ້າດື່ມກາປາໂລ ມາຄໍາ ມາໃນໄລຍະໜຶ່ງ ເມື່ອເຫັນ ວ່າມີຄວາມຕ້ອງການບໍລິໂພກນໍ້າ ດື່ມທີ່ສະອາດປອດໄພນັບມື້ເພີ່ມ ຂຶ້ນຂ້າພະເຈົ້າ ຈຶ່ງໄດ້ຂະຫຍາຍ ໂຮງງານຊື້ເຄື່ອງຈັກຜະລິດນໍ້າ ດື່ມຂະໜາດໃຫຍ່ ແລະ ທັນສະ ໄໝເຂົ້າມາຕິດຕັ້ງເພີ່ມໃນປີ 2012 ຈົນມາຮອດ ປັດຈຸບັນ ສາມາດຜະລິດນໍ້າດື່ມ ໄດ້ມື້ລະ 480.000 ລິດ, ສ່ວນນໍ້າກ້ອນ ແທ່ງ ແລະ ຫຼອດຜະລິດ ໄດ້ 240 ໂຕນຕໍ່ວັນ, ມີພະນັກງານ ກໍາມະກອນປະຈໍາທັງໝົດ 139 ຄົນ, ຍິງ 76 ຄົນ ໂດຍ ເຮັດທຸ ລະກິດແບບຄອບຄົວໃຫຍ່, ທຸກ ຂັ້ນ, ທຸກຂະແໜງກໍຄືພະນັກ ງານຜູ້ທີ່ຜະລິດຕ້ອງມີສິດເທົ່າ ທຽມກັນຕາມແນວທາງຂອງ ບໍລິສັດທີ່ມີນະໂຍບາຍຕໍ່ກັບພະ ນັກງານ, ມີເງິນແຮງງານ, ເບີກ ຈ່າຍເງິນເດືອນແຮງງານທຸກ ວັນທີ 1 ຂອງເດືອນຕາມກົດ ໝາຍແຮງງານ ແລະ ສະຫວັດ ດີສັງຄົມການເປັນປົກກະຕິ ເຊິ່ງຄ່າແຮງ ງານຜູ້ຜະລິດຕໍ່າ ສຸດ 1,5 ລ້ານ ກີບ ແລະ ສູງ ສຸດ 3,5 ລ້ານກີບ ຈົນມາຮອດ ປັດຈຸບັນໂຮງງານດັ່ງກ່າວໄດ້ຮັບ ຄວາມນິຍົມ ແລະ ມີຊື່ສຽງໃນ ການເຮັດທຸລະກິດ ແລະ ການປະ ກອບສ່ວນຊ່ວຍເຫຼືອສັງຄົມ ດ້ວຍ ທຶນມະຫາສານຂອງຕົນເອງ ເຊິ່ງ ໂຮງງານແຫ່ງນີ້ນອກຈາກ ຈະເຮັດທຸລະກິດຜະລິດນ້ໍາດື່ມ ນ້ໍາກ້ອນຂາຍແລ້ວ ຍັງໃຫ້ຄວາມ ສໍາຄັນໃນການສ້າງວຽກເຮັດ ງານທໍາໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ທີ່ດ້ອຍໂອກາດຫຼາຍຮ້ອຍຄົນ ກໍຄື ໃຫ້ໂອກາດຜູ້ທີ່ມີທຶນໜ້ອຍ ສາມາດເຮັດທຸລະກິດກັບ ບໍລິສັດ ໂລມາຄໍາໄດ້ ແນໃສ່ການເຮັດ ທຸລະກິດໃຫ້ປະສົບຜົນສໍາເລັດ ພ້ອມກັນແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຜູ້ດ້ອຍໂອກາດໃຫ້ນັບມື້ດີຂຶ້ນ.
ທ່ານ ເກຍ ອູ໊ສິດທິເດດ ປະ ທານໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາບອກຕື່ມວ່າ: ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ໄດ້ເອົາໃຈ ໃສ່ໃນການຜະລິດທີ່ສະອາດຖືກກັບຫຼັກອະນະໄມ ແລະ ໃຫ້ຄວາມສໍາຄັນຕໍ່ສຸຂະພາບຂອງຜູ້ບໍລິໂພກ ເຊິ່ງໂຮງງານແຫ່ງນີ້ ເປັນໂຮງງານຜະລິດນ້ໍາດື່ມ, ນ້ໍາ ກ້ອນແຫ່ງທໍາອິດໃນ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນມາດຕະຖານ ສາກົນ ISO 22000 ກ່ຽວ ກັບລະບົບການຈັດການຄວາມ ປອດໄພອາຫານ (FSMS food safetg Mana – gementem) ໃບຢັ້ງຢືນເລກທີ BGK 6019186, ນອກນັ້ນ ຍັງໄດ້ຮັບໃບຢັ້ງຢືນມາດຕະຖານ ແຫ່ງຊາດ ເລກທີ ມລ 63-2006 ແລະໃບຢັ້ງຢືນ ອຢ ເລກ ທີ 021505 ກອຢ/ຜນ ເຊິ່ງນໍ້າ ດື່ມໂລມາຄໍາແມ່ນໃຊ້ແຫຼ່ງນໍ້າ ຈາກທໍາມະຊາດເຂົ້າສູ່ຂະບວນ ການຜະລິດດ້ວຍຫຼາຍຂັ້ນຕອນ. ຈົນເຮັດໃຫ້ ໂຮງງານແຫ່ງນີ້ຖືກຄັດເລືອກໃຫ້ເປັນຕົວແບບ ຂອງແຂວງ ໄດ້ຮັບໃບຢັ້ງຢືນ ຄຸນນະພາບຈາກລັດຖະບານ ສປປ ລາວ ແລະ ອົງການທີ່ຢັ້ງ ຢືນຮັບຮອງ ຈາກສາກົນ, ທັງ ໝົດນີ້ກໍຍ້ອນທຸກຄົນ, ທຸກຂະ ແໜງການມີຄວາມພ້ອມພຽງກັນ ແລະ ພະຍາຍາມອົດທົນທຸ້ມເທ ເຫື່ອແຮງສະຕິປັນຍາເຮັດທຸ ລະ ກິດໄປພ້ອມໆກັນ ເພື່ອແນໃສ່ຊຸກຍູ້ສົ່ງເສີມຊ່ວຍເຫຼືອສັງຄົມໄປນໍາ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















