ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ນາຍົກແອັດສະປາຍເລັງຈັບມືປອກຕຸຍການ - ມາຣົກຍື່ນປະມູນຈັດບານໂລກ 2030
ເວລາອອກຂ່າວ: 2018-11-25 12:38:57 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1649 | ຄວາມນິຍົມ:



ເມື່ອ​ວັນ​ທີ 19 ພະຈິກ 2018 ຜ່ານ​ມາ, ທ່ານ ເປ​ໂດຣ ຊານ​ເຊ​ສ (Pedro Sanchez) ນາຍົກລັດຖະມົນຕີ​ປະເທດແອັດ​ສະ​ປາຍ ລະບຸ​ວ່າ: ໄດ້​ສະເໜີ​ຄວາມ​ຄິ​ດຈະ​ຮ່ວມ​ກັບ​ປະເທດ​ປອກ​ຕຸຍ​ການ ແລະ ມາ​ຣົກ ຍື່ນ​ປະມູນ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ບານ​ໂລກ​ປີ 2030. ນາ ຍົກລັດຖະມົນຕີແອັດ​ສະ​ປາຍ ໄດ້​ ຍື່ນ​ຄຳ​ຂໍ​ໄປ​ແລ້ວຂັ້ນ​ທຳ​ອິດ​ຄື​ຍື່ນ​ຕໍ່​ລັດຖະບານຈາກ​ນັ້ນ​ຈຶ່ງ​ນຳ​ຂຶ້ນ​ສະເໜີ​ສົມເດັດ​ພະ​ຣາ​ຊາ​ທິ​ບໍດີ​ມູ​ຮຳ​ມັດ​ທີ 6 ແຫ່ງ ມາ​ຣົກ ເພື່ອ​ໃຫ້ ມາ​ຣົກ, ປອກ​ຕຸຍ​ການ ແລະ ແອັດ​ສະ​ປາຍ ຮ່ວມ​ກັນ​ຍື່ນ​ປະມູນ​ເປັນ​ເຈົ້າພາບ​ຈັດ​ບານ​ໂລກ​ປີ 2030 ນາຍົກລັດຖະມົນຕີແອັດ​ສະ​ປາຍ ກ່າວ​ວ່າ: ຫາກ​ແອັດ​ສະ​ປາຍ, ປອກ​ຕຸຍ​ການ ແລະ​ ມາ​ຣົກຕົກລົງ​ ຈະ​ຍື່ນ​ປະມູນ​ເປັນ​ເຈົ້າພາບ​ຈັດ ບານ​ໂລກ​ຮ່ວມ​ກັນນີ້​ຈະ​ເປັນ ​ຄັ້ງ​ທຳ​ອິດ​ຂອງ​ໂລກ​ທີ່​ມີ​ການ ​ຮ່ວມກັນ​ຍື່ນ​ປະມູນ​ແບບ 2 ທະ ວີບຄື ເອີ​ຣົບ ແລະ ອາ​ຟຣິ​ກາ. ທັງ ​ນີ້ຂະບວນ​ການ​ປະມູນ​ຢ່າງ​ເປັນ​ ທາງ​ການ​ຈະ​ເລີ່ມ​ຂຶ້ນ​ໃນ​ປີ2020.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ