ເສດຖະກິດ ເມືອງຊຽງຮ່ອນ ຂະຫຍາຍຕົວໃນລະດັບ 15,33%
ເວລາອອກຂ່າວ: 2019-09-30 09:47:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ: ![]()
ແຜນພັດທະນາເສດຖະກິດ- ສັງຄົມຂອງເມືອງຊຽງຮ່ອນ, ແຂວງ ໄຊຍະບູລີ ໃນປີນີ້ມີການ ຂະຫຍາຍຕົວຕໍ່ເນື່ອງຢູ່ໃນລະດັບ 15,33%, ທຽບໃສ່ແຜນ 5 ປີ ປະຕິບັດລື່ນ 1,33%, ລວມຍອດ ມູນຄ່າຜົນຜະລິດພາຍໃນບັນລຸ 532,49 ຕື້ກີບ, ທຽບໃສ່ແຜນ 5 ປີ ຍັງຈະສືບຕໍ່ປະຕິບັດໃຫ້ໄດ້ 32,51 ຕື້ກີບ ຈິ່ງຈະບັນລຸຕາມ ແຜນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 2,057 ໂດລາສະຫະລັດ.
ທ່ານ ສົມເພັດ ທໍາມະລາດ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງຊຽງ ຮ່ອນ ໄດ້ໃຫ້ ຮູ້ວ່າ: ໂຄງປະກອບ ເສດຖະກິດໄດ້ຫັນປ່ຽນໄປຕາມ ທິດອຸດສາຫະກໍາ ແລະ ທັນສະ ໄໝເຊິ່ງສະແດງອອກ: ໃນດ້ານ ກະສິກໍາເພີ່ມຂຶ້ນ 12,35%, ອຸດ ສາຫະກໍາເພີ່ມຂຶ້ນ 14,68% ແລະ ການບໍລິການເພີ່ມຂຶ້ນ 24,89%, ລວມຍອດມູນຄ່າການລົງທຶນ ເຂົ້າໃນການພັດທະນາປີ 2019 ສະພາອານຸມັດມີທັງໝົດ 15 ໂຄງ ການ, ມູນຄ່າ 34,56 ຕື້ກວ່າ ກີບ, ເຊິ່ງສະແດງອອກແຕ່ລະ ຂົງເຂດວຽກງານຄື: ວຽກງານ ກະສິກໍາ ແລະ ປ່າໄມ້ ໃນປີ 2019 ນີ້ ຈະຜະລິດເຂົ້າໃຫ້ໄດ້ 22.000 ໂຕນ, ໃນເນື້ອທີ່ທັງ ໝົດ 4.435,48 ເຮັກຕາ(ເນື້ອ ທີ່ເຂົ້ານາປີ, ນາແຊງ ແລະ ເຂົ້າ ເນີນສູງ), ສະເລ່ຍໃສ່ຫົວຄົນ ໜຶ່ງໄດ້ຮັບເຂົ້າເປືອກ 678 ກິ ໂລຕໍ່ຄົນຕໍ່ປີ, ບໍລິໂພກຊິ້ນປາ, ໄຂ່ໃຫ້ໄດ້ 65 ກິໂລຕໍ່ຄົນຕໍ່ປີ ແລະ ສົ່ງເສີມການປູກໄມ້ໃຫ້ ເປັນປ່າໃນອັດຕາປົກຫຸ້ມ 70%, ໄດ້ສົ່ງເສີມການລ້ຽງສັດແບບ ເປັນກຸ່ມເປັນຟາມ ແລະ ມີການ ຈັດລ້ຽງເປັນເຂດ, ປັດຈຸບັນມີສັດ ລ້ຽງທັງໝົດ 434.563 ໂຕ, ທຽບໃສ່ໄລະຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 7,72%,ໃນ ນັ້ນມີຊ້າງ 3 ໂຕ, ຄວາຍ1.916 ໂຕ, ງົວ11.796 ໂຕ, ໝູ7.854 ໂຕ, ແບ້ 1.216 ໂຕ, ໝາ1.542 ໂຕ, ແມວ 965 ໂຕ, ສັດປີກ 409.298 ໂຕ, ມີໜອງປາ 696 ໜອງ, ປ່ອຍປາທັງໝົດ 3 ລ້ານກວ່າໂຕ, ມາຮອດປະຈຸບັນ ມີຄອບຄົວທຸກຍາກປະເມີນຕາມ ດໍາລັດ384/ລບ ມີທັງໝົດ 1.096 ຄອບຄົວ, ເທົ່າກັບ 16,14% ຂອງຄອບຄົວທັງໝົດ, ລວມຍອດມູນຄ່າຜະລິດຕະພັນ ອຸດສາຫະກໍາ ແລະ ຫັດຖະກໍາ ປະຕິບັດໄດ້ 18,55 ຕື້ກີບ, ປັດ ຈຸບັນມີຫົວໜ່ວຍທຸລະກິດທີ່ຂຶ້ນ ທະບຽນ ແລະ ມີຕົວຕົນ 330 ຫົວໜ່ວຍ, ມີທຶນຈົດທະບຽນທັງ ໝົດ 53,59 ຕື້ກີບ, ມູນຄ່າສົ່ງອອກສິນຄ້າໄປຕ່າງປະເທດບັນລຸໄດ້ເກືອບ 4 ລ້ານໂດລາສະຫະ ລັດ, ສິນຄ້າຕົ້ນຕໍແມ່ນ ຜົນຜະລິດ ກະສິກໍາ, ສ່ວນມູນຄ່ານໍາເຂົ້າສິນ ຄ້າຈາກຕ່າງປະເທດ 1 ແສນກວ່າ ໂດລາສະຫະລັດ, ຮອດປັດຈຸບັນ ແຕ່ລະບ້ານແມ່ນມີໄຟຟ້າເຂົ້າ ເຖິງ 100%, ຄອບຄົວຊົມໃຊ້ໄຟ ຟ້າ 6.096 ຄອບຄົວ, ເທົ່າກັບ 93,13% ຂອງຈໍານວນຄອບ ຄົວທັງໝົດ, ດ້ານວຽກງານການ ເງິນ-ການທະນາຄານຕາມແຜນ ຄາດຄະເນລາຍຮັບຕົວເລກງົບ ປະມານໝົດປີ 11,10 ຕື້ກວ່າ ກີບ, 6 ເດືອນຕົ້ນປີ ປະຕິບັດໄດ້ 4,89 ຕື້ກວ່າກີບ, ເທົ່າກັບ 44%, ສາມາດລະດົມເງິນຝາກທາງທະ ນາຄານສົ່ງເສີມກະສິກໍາໜ່ວຍ ບໍລິການເມືອງຊຽງຮ່ອນໄດ້ 50,94 ຕື້ກວ່າກີບ ແລະ ປ່ອຍ ເງິນ ກູ້ໄດ້ 11,66 ຕື້ກວ່າກີບ, ວຽກງານວັດທະນະທໍາ-ສັງຄົມ ທົ່ວເມືອງມີ ໂຮງຮຽນທັງໝົດ 83 ແຫ່ງ, ໃນນີ້: ໂຮງຮຽນລ້ຽງ ເດັກ 9 ແຫ່ງ, ອານຸບານ 38 ແຫ່ງ, ມັດທະຍົມຕົ້ນ 4 ແຫ່ງ ແລະ ມັດທະຍົມສົມບູນ 6 ແຫ່ງ, ເດັກໃນເກນອາຍຸແມ່ນໄດ້ເຂົ້າ ໂຮງຮຽນ, ທົ່ວເມືອງມີຄອບຄົວ ແບບຢ່າງດ້ານສາທາລະນະສຸກ 32 ບ້ານ ແລະ 1 ກົມກອງ, ເທົ່າ ກັບ 76 %, ອັດຕາການຊົມໃຊ້ນໍ້າ ສະອາດ 83%, ວິດຖ່າຍ 94%, ມີບ້ານວັດທະນະທໍາ 30 ບ້ານ ແລະ 1 ກົມກອງ.
ໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















