ຊາວໜຸ່ມກອງທັບ ຍາມໃດກໍໄດ້ຮັບການເຝິກຝົນຫຼໍ່ຫຼອມຈາກພັກ ແລະ ເຮັດສຳເລັດໜ້າທີ່ຂອງຕົນຢ່າງສົມກຽດ
ເວລາອອກຂ່າວ: 2026-04-08 09:08:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1059 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານສະຫະພັນຊາວໜຸ່ມລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ຄະນະນຳຫ້ອງການຊາວໜຸ່ມກອງທັບ ແລະ ພະນັກງານ-ສະມາຊິກຊາວໜຸ່ມໃນທົ່ວກອງທັບ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ (ວັນທີ 14 ເມສາ 1955-14 ເມສາ 2026) ນີ້ວ່າ: ຕະຫຼອດໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນ
ອັນແສນຮັກຂອງຕົນໄວ້ໄດ້ຢ່າງອົງອາດກ້າຫານ. ຊາວໜຸ່ມບໍ່ວ່າຈະຢູ່ໃນຍຸກສະໄໝໃດແມ່ນເປັນກຳລັງແຮງປະຈັນບານ, ມີບົດບາດສຳຄັນໃຫຍ່ຫຼວງ ແລະ ຕັດສີນຜົນໄດ້-ຜົນເສຍຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນແຕ່ລະຍຸກແຕ່ລະສະໄໝ. ດ້ວຍຄວາມເຊື່ອໝັ້ນຕໍ່ກຳລັງແຮງ, ຄວາມສາມາດ ແລະ ນ້ຳໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າ. ພັກປະຊາຊົນປະຕິວັດລາວໄດ້ຕົກລົງສ້າງຕັ້ງ “ຄະນະຊາວໜຸ່ມຕະລຸມບອນໃນຖັນແຖວກຳລັງປະກອບອາ
ວຸດຂຶ້ນໃນວັນທີ 14 ເມສາ 1955, ເຊິ່ງເປັນຕົ້ນກຳເນີດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນປັດຈຸບັນ ”. ການກຳເນີດເກີດຂຶ້ນສຸດທີ່ມີຄວາມໝາຍ ຄວາມສຳຄັນທາງປະຫວັດສາດຂອງຊາດລາວເຮົາ, ໄດ້ເປັນບາດລ້ຽວສຳ
ຄັນໃນຊີວິດການເມືອງ-ສັງຄົມຂອງຂະບວນການວຽກງານຊາວໜຸ່ມ.ນັບແຕ່ມີພັກນຳພາເປັນຕົ້ນມາ, ຊາວໜຸ່ມລາວໄດ້ຮັບການເຝິກຜົນຫຼໍ່ຫຼອມ-ຮໍ່າຮຽນ ແລະ
ໄວ້ວາງໃຈຈາກພັກປະຊາຊົນປະຕິວັດລາວຈົນໄດ້ນາມມະຍົດວ່າ: “ຊາວໜຸ່ມເປັນແຂນຂົວຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົ່ງຮັກພັກດີຕໍ່ພັກ” ຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ກາຍເປັນກຳລັງແຮງປະຈັນບານຂອງການປະຕິວັດ, ເປັນໂຮງຮຽນສຶກສາອົບຮົມອຸດົມການ ແລະ ເປັນຜູ້ສືບທອດທີ່ໄວ້ເນື້ອເຊື່ອໃຈຂອງພັກ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍຄືຊາວໜຸ່ມກອງທັບໄດ້ຜ່ານການເຝິກຝົນຫຼໍ່ຫຼອມ, ທົດສອບຢ່າງລະອິດລະອ້ຽວໃນເປວໄຟປະຕິວັດ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ. ຫຼາຍສະຫາຍໄດ້ເສຍສະຫຼະຊີວິດ, ເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການຕໍ່ສູ້ປົດປ່ອຍຊາດດ້ວຍຄຳຂວັນທີ່ວ່າ:“ ຍອມຕາຍດີກວ່າຍອມເສຍເອກະລາດ, ເດັດຂາດບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ ” ອັນນີ້ແມ່ນຄຳຂວັນຂອງຊາວໜຸ່ມລາວໃນໄລຍະຕໍ່ສູ້ປົດປ່ອຍຊາດ ກາຍເປັນມູນເຊື້ອແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ຈົນເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ສາຖາປານາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຈາກນັ້ນ ເປັນຕົ້ນມາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວລາວ ກໍໄດ້ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພັກ ເຊິ່ງເປັນມູນເຊື້ອຂອງຊາວໜຸ່ມທີ່ຕິດພັນກັບຊາວໜຸ່ມຮຸ່ນປັດຈຸບັນ ແລະ ຊາວໜຸ່ມກໍໄດ້ເປັນເຈົ້າການບຸກທະລຸຕະລຸມບອນເຂົ້າໃນທຸກວຽກງານ ພ້ອມກັນແຂ່ງຂັນປະຕິບັດຕາມຄຳຂວັນຂອງຊາວໜຸ່ມທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ສະເພາະຊາວໜຸ່ມກອງທັບພວກເຮົາ ໄດ້ເຮັດໜ້າທີ່ເປັນຮົ້ວຂອງຊາດຢ່າງແຂງແກ່ນໝັ້ນໜຽວ, ປົກປ້ອງອຳນາດອະທິປະໄຕ
ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງດ້ວຍຄຳຂວັນຂອງກອງທັບທີ່ວ່າ “ບໍລິສຸດຕໍ່ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດສຳເລັດທຸກໜ້າທີ່ ” ແລະ ຄຳຂວັນຂະບວນການຂອງຊາວໜຸ່ມກອງທັບ “ ຊາວໜຸ່ມກອງທັບເດັດດ່ຽວ, ອາດຫານ, ນຳໜ້າ, ສາມັກຄີ, ມິວິໄນ ແລະ ປະດິດສ້າງ”.
ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ສູນກາງຊາວໜຸ່ມປະຊາຊົນປະ
ຕິວັດລາວ. ຊາວໜຸ່ມກອງທັບ ໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງສົມກຽດ ແລະ ມີໄຊ; ຫ້ອງການຊາວໜຸ່ມກອງທັບ ໄດ້ສຸມໃສ່ຊີ້ນຳຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໄປພ້ອມກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ຂໍ້ແຂ່ງຂັນ “ ຮັກຊາດແລະພັດທະນາ ” ແລະ ມະຕິ “ ຫັນເສດຖະກິດເອກລາດເປັນເຈົ້າຕົນເອງ ” ມີສະມາຊິກຊາວໜຸ່ມກອງທັບນຳໜ້າ 4 ບຸກ ກວມເອົາ 96% ຂອງຈຳນວນສະມາຊິກຊາວໜຸ່ມທັງໝົດ, ມີການຈັດຕັ້ງຊາວໜຸ່ມນຳໜ້າ 4 ບຸກ ກວມເອົາ 95% ຂອງຈຳນວນການຈັດຕັ້ງທັງໝົດ
ແລະ ໜ່ວຍຊາວໜຸ່ມນຳໜ້າ 4 ບຸກ 1256 ໜ່ວຍ; ສຳເລັດການດຳເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ແລະ ໄດ້ວາງທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2025-2030; ໄດ້ເຄື່ອນໄຫວຫັນລົງຮາກຖານປັບປຸງການຈັດຕັ້ງຊາວໜຸ່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນ
ການເຮັດໃຫ້ສະພາບມີຄວາມສະຫງົບ ໂດຍສະເພາະເຂດຊາຍແດນ, ລະກັນດານ, ຫ່າງໄກສອກຫຼີກ, ໄດ້ຮ່ວມກັບຄະນະຊາວໜຸ່ມແຮກສ່ຽວບັນດາກະຊວງ, ອົງການຊຸກຍູ້ວັດຖຸປັດໃຈໃຫ້ອ້າຍນ້ອງທະຫານປະຕິບັດໜ້າທີ່
ຢູ່ເຂດພູຜາມົ່ນ ແຂວງບໍ່ແກ້ວ ມູນຄ່າ 257 ລ້ານກວ່າກີບ; ພ້ອມນັ້ນຍັງໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຕ່າງໆ ເວົ້າສະເພາະແມ່ນພະຍຸໝາກເຫັບຖະຫຼົ່ມເຂດເມືອງສີໂຄດຕະບອງ, ເມືອງນາ
ຊາຍທອງ, ນະຄອນຫຼວງວຽງຈັນ ໃນມູນຄ່າ 60 ລ້ານກວ່າກີບ ແລະ ປັດຈຸບັນແມ່ນຍັງສືບຕໍ່ຊ່ວຍເຫຼືອຟື້ນຟູ; ວຽກງານຂະບວນການເຝິກແອບຮ່ຳຮຽນກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ກໍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍສະເພາະການຮ່ວມ
ຫັດແອບສວນສະໜາມສະເຫຼີມສະຫຼອງວັນ ສປປ ລາວຄົບຮອບ 50 ປີ ມີສະຊິກຊາວໜຸ່ມກອງທັບເຂົ້າຮ່ວມກວມ 85% ຂອງຈຳນວນພົນທັງໝົດໃນແຕ່ລະກ້ອນ, ພ້ອມນັ້ນ ຍັງໄດ້ສົມທົບກັບຄະນະຊາວໜຸ່ມແຮກສ່ຽວ ແລະ ອົງການອື່ນໆປະກອບສ່ວນຊຸກຍູ້ວັດຖຸປັດໃຈໃຫ້ແກ່ກ້ອນສວນສະໜາມມູນຄ່າ 550 ລ້ານກວ່າ
ກີບ; ຂະບວນການແຮກສ່ຽວ, ຂະບວນການຕອບບຸນແທນຄຸນ, ຂະບວນການສິລະປະ-ວັນນະຄະດີ, ກິລາກໍໄດ້ດຳເນີນຢ່າງຕໍ່ເນື່ອງ; ຂະບວນການເພີ່ມພູນຜະລິດຜົນແກ້ໄຂຊີວິການເປັນຢູ່ ແລະ ສ້າງແຫຼ່ງລາຍຮັບກໍໄດ້ດຳເນີນຢ່າງ
ເປັນປົກກະຕິ ໄດ້ສ້າງແຫຼ່ງລາຍຮັບເຂົ້າກົມກອງຈາກການການປູກຝັງ-ລ້ຽງສັດ, ຫັດຖະກຳ ແລະ ບໍລິການອື່ນໆທີ່ບໍ່ຜິດກັບລະບຽບກົດໝາຍມີມູນຄ່າ 18 ຕື້ກວ່າກີບ ແລະ ມີກອງທຶນຊາວໜຸ່ມໃນຮູບແບບຕ່າງໆ 16 ຕື້ກວ່າກີບ.
ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອ ອັນສະຫງ່າລາສີຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮຸ່ນກ່ອນ ແລະ ມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນລາວ ກໍຄືເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຊາວໜຸ່ມກອງທັບໃນໄລຍະໃໝ່ ແລະ ທັງເປັນການສ້າງຂະບວນການ-ຜົນງານດ້ານຕ່າງໆ ຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມໃນຊຸມປີຕໍ່ໜ້າ ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ແລະ ສະມາຊິກຊາວໜຸ່ມກອງທັບແຕ່ລະສະຫາຍຕ້ອງສຸມໃສ່ວຽກງານສຳຄັນດັ່ງນີ້:
ໜຶ່ງ: ສືບຕໍ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ສະມາຊິກຊາວໜຸ່ມໃນກອງທັບ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ; ມີສະຕິຕໍ່ການຈັດຕັ້ງ, ຫັນເອົາມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ IX, ມະຕິກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວຄັ້ງທີ I ມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ການເມືອງຂອງຊາວໜຸ່ມໃຫ້ສອດຄ່ອງ ແລະ ປະກົດຜົນເປັນຈິງ.
ສອງ: ສຸມໃສ່ສ້າງພະນັກງານໜຸ່ມແໜ້ນເພື່ອສືບທອດປ່ຽນແທນໃນແຕ່ລະຂັ້ນນຳພາ-ບັນຊາ, ປັບປຸງ-ກໍ່ສ້າງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃນກອງທັບ ຮັບປະກັນທັງດ້ານປະລິມານ ແລະ ຄຸນະພາບ ໂດຍສະເພາະໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກທີ່ມີວິທະຍາສາດທັນຕາມທິດຫັນເປັນດີຈີຕອນ, ເອົາໃຈໃສ່ປັບປຸງ, ສ້າງນິຕິກຳວຽກງານຊາວໜຸ່ມ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານຊາວໜຸ່ມໃນທົ່ວກອງທັບ; ເຝິກອົບຮົມວຽກງານຊາວໜຸ່ມໃຫ້ເຂັ້ມແຂງໃນການບຳລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ ໄປຄຽງຄູ່ການປະຕິບັດກົດລະບຽບ ແລະ ລະບອບດຳເນີນຊີວິດການເມືອງ, ຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ; ຕ້ານລັດທິອາດຍາສິດ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ.
ສາມ: ຕັ້ງໜ້າປະກອບສ່ວນ ຈັດຕັ້ງເຄື່ອນໄຫວວຽກງານຂະບວນການ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ ແລະ ຂອງຊາວໜຸ່ມເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວໃນກອງທັບຕ້ອງຕິດພັນກັບເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ, 2 ວາລະແຫ່ງຊາດ, ຂໍ້ແຂ່ງຂັນ “ ຮັກຊາດ ແລະພັດທະນາ ” ຍູ້ແຮງການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດໃສ ປອດໄພ ປອດຄະດີ ແລະ ຂະບວນການສ້າງນັກຮົບວັດທະນະທຳ-ກອງວັດທະນະທຳໃນກອງທັບ. ເອົາໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄປພ້ອມກັບການຍົກສູງວຽກງານອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ກໍ່ສ້າງຮາກຖານການເມືອງ, ກອບກູ້ໄພພິບັດ, ຂະບວນການກິລາ-ສິລະປະວັນນະຄະດີ, ຂະບວນການຕອບບຸນແທນຄຸນ ແລະ ຊ່ວຍເຫຼືອສັງຄົມ, ຂະບວນການແຮກສ່ຽວ; ຂະບວນການເພີ່ມພູນຜະລິດຜົນສ້າງແຫຼ່ງລາຍຮັບ ແລະ ອື່ນໆ. ໃຫ້ປະກົດຜົນເປັນຈິງ.
ສີ່: ສືບຕໍ່ຮັກສາບົດບາດປະຈັນບານຂອງຊາວໜຸ່ມ, ຕະລຸມບອນເຂົ້າໃສໃນທຸກຂົງເຂດວຽກງານ, ປະພຶດຕົນໃຫ້ສົມກັບນາມມະຍົດ ຂອງປະທານໄກສອນ ພົມວິຫານ ຜູ້ນຳທີແສນເຄົາລົບຮັກ ໃຫ້ຊາວໜຸ່ມວ່າ: “ ຊາວໜຸ່ມຈົ່ງເປັນເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.” ພ້ອມກັນນີ້ກໍສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ, ຢຶດໝັ້ນຈິດໃຈຮັກຊາດ, ຄວາມເປັນເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກຳລັງແຮງສັງລວມ ສົມທົບກັບການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຍາດແຍ່ງເອົາການສະໜັບສະໜູນຈາກພາຍນອກ ຕາມແນວທາງການຕ່າງປະເທດຂອງພັກພາຍໃຕ້ການຊີີ້ນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ເຂົ້າຮ່ວມເຄື່ອນໄຫວວຽກງານຊາວໜຸ່ມກັບຕ່າງປະເທດຕາມການມອບໝາຍ ແລະ ຕົກລົງຈາກການຈັດຕັ້ງຂັ້ນເທິງ.
ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ ຂ້າພະເຈົ້າຕາງໜ້າໃຫ້ຄະນະນຳຫ້ອງການຊາວໜຸ່ມ, ພະນັກງານ ແລະ ສະມາຊິກຊາວໜຸ່ມໃນທົ່ວກອງທັບ ຂໍກ່າວອວຍພອນໄຊອັນປະເສີດ ແລະ ສະແດງຄວາມຮູ້ບຸນຄຸນມາຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພະນັກງານປະຕິວັດອາວຸໂສ-ບຳນານ, ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ສະມາຊິກຊາວໜຸ່ມທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນຕໍ່ວັນປະຫວັດສາດອັນສຳຄັນ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















