ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງເຊກອງ ສະຫຼຸບຖອດຖອນບົດຮຽນວຽກງານລະດົມພົນ
ເວລາອອກຂ່າວ: 2019-10-01 08:49:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ທ້າຍເດືອນ ກັນຍາ ຜ່ານມານີ້,ກອງບັນຊາການທະຫານແຂວງ ເຊກອງໄດ້ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນວຽກງານລະດົມພົນຊຸດທີ 32 ປະຈຳປີ 2018 ແລະ ເຊື່ອມຊຶມທິດທາງແຜນ ການລະດົມພົນຊຸດທີ 33 ປີ 2019 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ກຳມະການຄະນະປະຈໍາພັກແຂວງ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງ, ແຂວງເຊກອງ. ມີບັນດາ ສະຫາຍຄະນະປະຈໍາພັກແຂວງ,ຄະນະພັກກອງບັນຊາການ, ຄະນະຫ້ອງ 5 ຫ້ອງ, ກອງບັນຊາການທະຫານເມືອງ 4 ເມືອງ,ພະແນກການທີ່ກ່ຽວຂ້ອງອ້ອມ ຂ້າງແຂວງເຂົ້າຮ່ວມ. ສະຫາຍ ພັນເອກ ທອງສີ ກຸນສະນະ ກຳມະການຄະນະປະຈໍາ ພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງວ່າດ້ວຍ ການແຕ່ງຕັ້ງຄະນະອະນຸກຳມະ ການຊີ້ນຳວຽກງານລະດົມພົນແນ ໃສ່ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວປະສົບຜົນສຳເລັດຕາມ ແຜນການຄາດໝາຍທີ່ວາງໄວ້. ຈາກນັ້ນ ສະຫາຍ ພັນໂທ ຫຼອດ ນັນທະວົງ ກຳມະການຄະນະພັກ ກອງບັນຊາການທະຫານແຂວງ ເຊກອງກໍໄດ້ຜ່ານບົດສະຫຼຸບຕີລາ ຄາຄືນໃນການຈັດຕັ້ງປະຕິບັດ ວຽກງານລະດົມພົນຊຸດທີ 32 ປະ ຈຳປີ 2018 ແລະ ຜ່ານທິດທາງ ແຜນການລະດົມພົນຊຸດທີ 33 ປະ ຈຳປີ 2019 ເຫັນວ່າ: ພະນັກງານ ແຕ່ລະສະຫາຍ, ປະຕິບັດໄດ້ຕາມຂໍ້ກຳນົດກົດລະບຽບຂອງກອງ ທັບມະຕິຕົກລົງຂອງກົມໃຫຍ່ເສນາທິການກອງທັບວາງອອກໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງ ກັນປະເທດວາງອອກ. ຄາດໝາຍ ສູ້ຊົນໃນຊຸມປີຕໍ່ໜ້າວຽກງານລະດົມພົນຊຸດທີ 33 ປະຈຳປີ 2019 ນີ້ກອງບັນຊາການທະຫານ ແຂວງຈະສືບຕໍ່ປັບປຸງແບບແຜນວິທີນໍາພາຂອງຄະນະພັກ, ຍົກສູງ ປະສິດທິພາບໃນການປະຕິບັດ ວຽກງານວິຊາສະເພາະໃຫ້ໄປ ຕາມລະບຽບແບບແຜນຂອງ ກອງທັບວາງອອກຢ່າງຈະແຈ້ງ ເລິກເຊິ່ງ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ສົມທອງ ດອນກັນນ້ອຍ ໄດ້ ເນັ້ນໜັກໃຫ້ບັນດາພະແນກການ ທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ຈັດຕັ້ງ ປະຕິບັດວຽກງານລະດົມພົນປີ ນີ້ໃຫ້ໄປຕາມລະບຽບແບບແຜນ ຂອງກະຊວງປ້ອງກັນປະເທດ ວາງອອກ ໂດຍສະເພາະພະນັກ ງານແຕ່ລະສະຫາຍຕ້ອງມີຄຸນ ທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດໜັກແໜ້ນເຂັ້ມ ແຂງ ກໍາແໜ້ນບັນດາກົດລະບຽບ ຂອງພັກ ແລະ ກົດໝາຍຂອງລັດ ຢ່າງເລິກເຊິ່ງ, ເປັນເຈົ້າການໃນ ການເພີ່ມທະວີຄວາມຮັບຜິດຊອບ ແລະ ການນໍາພາຂອງພະນັກ ງານທຸກຂັ້ນຕໍ່ການຄັດເລືອກເອົາ ບຸກຄາລະກອນພົນທະຫານໃຫ້ ໄດ້ຕາມມາດຖານເງື່ອນໄຂຄົບ ຖ້ວນ ແລະ ຖືກຕ້ອງຕາມຈໍານວນ ພົນທີ່ຊາດຮຽກຮ້ອງຕ້ອງການ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ ພັກ-ລັດກໍານົດໄວ້ໃຫ້ປະກົດຜົນ ເປັນຈິງ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ