ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຊາວໜຸ່ມກອງທັບ ຍາມໃດກໍໄດ້ຮັບການເຝິກຝົນຫໍ່ຫຼອມຈາກພັກ ແລະ ເຮັດສຳເລັດໜ້າທີ່ຂອງຕົນຢ່າງສົມກຽດ
ເວລາອອກຂ່າວ: 2026-04-13 10:29:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1779 | ຄວາມນິຍົມ:



ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານສະຫະພັນຊາວໜຸ່ມລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບໄດ້ຕາງໜ້າໃຫ້ຄະນະນຳຫ້ອງການຊາວໜຸ່ມກອງທັບ ແລະ ພະນັກງານ-ສະມາຊິກຊາວໜຸ່ມ ໃນທົ່ວກອງທັບ ໃຫ້ສຳພາດຕໍ່ສື່ມວນຊົນກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (ວັນ ທີ 14 ເມສາ 1955-14 ເມສາ 2026) ນີ້ວ່າ: ຕະຫຼອດໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ ຊາວໜຸ່ມຈຳນວນບໍ່ໜ້ອຍ ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນແສນຮັກຂອງຕົນ ໄວ້ໄດ້ຢ່າງອົງອາດກ້າຫານ. ຊາວໜຸ່ມບໍ່ວ່າຈະຢູ່ໃນຍຸກສະໄໝໃດ ແມ່ນເປັນກຳລັງແຮງປະຈັນບານ, ມີບົດບາດສຳຄັນໃຫຍ່ຫຼວງ ແລະ ຕັດສິນຜົນໄດ້-ຜົນເສຍຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນແຕ່ລະຍຸກແຕ່ ລະສະໄໝ. ດ້ວຍຄວາມເຊື່ອໝັ້ນຕໍ່ກຳລັງແຮງ, ຄວາມສາມາດ ແລະ ນ້ຳໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າ. ພັກປະຊາຊົນປະຕິວັດລາວ ໄດ້ຕົກລົງສ້າງຕັ້ງ “ຄະນະຊາວໜຸ່ມຕະລຸມບອນໃນຖັນແຖວກຳລັງປະກອບອາວຸດຂຶ້ນ ໃນວັນທີ 14 ເມສາ 1955, ເຊິ່ງເປັນຕົ້ນກຳເນີດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນປັດຈຸບັນ”. ການກຳເນີດເກີດຂຶ້ນ ສຸດທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດຂອງຊາດລາວເຮົາ, ໄດ້ເປັນບາດລ້ຽວສຳຄັນໃນຊີວິດການເມືອງ-ສັງຄົມ ຂອງຂະບວນການວຽກງານຊາວໜຸ່ມ. ນັບແຕ່ມີພັກນຳພາເປັນຕົ້ນມາ ຊາວໜຸ່ມລາວ ໄດ້ຮັບການເຝິກຝົນຫຼໍ່ຫຼອມ-ຮໍ່າຮຽນ ແລະ ໄວ້ວາງໃຈຈາກພັກປະຊາຊົນປະຕິວັດລາວ ຈົນໄດ້ນາມມະຍົດວ່າ: “ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສືບທອດມູນເຊື້ອ ແລະ ລະກຳປະຫວັດສາດທີ່ຈົງຮັກພັກດີ ຕໍ່ພັກ” ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກາຍເປັນກຳລັງແຮງປະຈັນບານຂອງການປະຕິວັດ, ເປັນໂຮງຮຽນສຶກສາອົບຮົມອຸດົມການ ແລະ ເປັນຜູ້ສືບທອດທີ່ໄວ້ເນື້ອເຊື່ອໃຈຂອງພັກ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍຄືຊາວໜຸ່ມກອງທັບໄດ້ຜ່ານການເຝິກຝົນຫຼໍ່ຫຼອມ, ທົດສອບຢ່າງລະອິດລະອ້ຽວ ໃນແປວໄຟປະຕິວັດ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ມາ. ຫຼາຍສະຫາຍໄດ້ ເສຍສະຫຼະຊີວິດ ເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ດ້ວຍຄຳຂວັນທີ່ວ່າ: “ຍອມຕາຍດີກວ່າຍອມເສຍເອກະລາດ, ເດັດຂາດບໍ່ຍອມໃຫ້ປະເທດຊາດ ຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ” ອັນນີ້ແມ່ນຄຳຂວັນຂອງຊາວໜຸ່ມລາວ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກາຍເປັນມູນເຊື້ອແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ຈົນເຮັດໃຫ້ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ສະຖາປານາ ເປັນ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຈາກນັ້ນເປັນຕົ້ນມາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພັກ ເຊິ່ງເປັນມູນເຊື້ອຂອງຊາໜຸ່ມທີ່ຕິດພັນກັບຊາວໜຸ່ມຮຸ່ນປັດຈຸບັນ ແລະ ຊາວໜຸ່ມກໍໄດ້ເປັນເຈົ້າການບຸກທະລຸຕະລຸມບອນ ເຂົ້າໃນທຸກວຽກງານ ພ້ອມກັນແຂ່ງຂັນປະຕິບັດຕາມຄຳຂວັນຂອງຊາວໜຸ່ມ ທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”. ສະເພາະຊາວໜຸ່ມກອງທັບພວກເຮົາ ໄດ້ເຮັດໜ້າທີ່ເປັນຮົ້ວຂອງຊາດຢ່າງແຂງແກ່ນ, ໝັ້ນໜຽວ, ປົກປ້ອງອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ ດ້ວຍຄຳຂວັນຂອງກອງທັບທີ່ວ່າ “ບໍລິສຸດຕໍ່ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສຳເລັດທຸກໜ້າທີ່” ແລະ ຄຳຂວັນຂະບວນການຂອງຊາວໜຸ່ມກອງທັບ “ຊາວໜຸ່ມກອງທັບເດັດດ່ຽວ, ອາດຫານ, ນຳໜ້າ, ສາມັກຄີ, ມີວິໄນ ແລະ ປະດິດສ້າງ”. ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊາວໜຸ່ມກອງທັບ ໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຢ່າງສົມກຽດ ແລະ ມີໄຊ; ຫ້ອງການຊາວໜຸ່ມກອງທັບ ໄດ້ສຸມໃສ່ຊີ້ນຳຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ໄປພ້ອມກັບ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແລະ ມະຕິ ຫັນເສດຖະກິດເອກລາດເປັນເຈົ້າຕົນເອງ, ມີສະມາຊິກຊາວໜຸ່ມກອງທັບ ນຳໜ້າ 4 ບຸກກວມເອົາ 96% ຂອງຈຳນວນສະມາຊິກຊາວໜຸ່ມທັງໝົດ, ມີການຈັດຕັ້ງຊາວໜຸ່ມນຳໜ້າ 4 ບຸກກວມເອົາ 95% ຂອງຈຳນວນການຈັດຕັ້ງຊາວໜຸ່ມທັງໝົດ ແລະ ໜ່ວຍຊາວໜຸ່ມນຳໜ້າ 4 ບຸກ 1.256 ໜ່ວຍ; ສຳເລັດການດຳເນີນກອງປະຊຸມ ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ແລະ ໄດ້ວາງທິດທາງແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ປີ 2025-2030; ໄດ້ເຄື່ອນໄຫວຫັນລົງຮາກຖານ ປັບປຸງການຈັດຕັ້ງຊາວໜຸ່ມ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການເຮັດໃຫ້ສະພາບມີຄວາມສະຫງົບ ໂດຍສະເພາະເຂດຊາຍແດນ, ທຸລະກັນດານ, ຫ່າງໄກສອກຫຼີກ, ໄດ້ຮ່ວມກັບຄະນະຊາວໜຸ່ມແຮກສ່ຽວບັນດາກະຊວງ, ອົງການຊຸກຍູ້ວັດຖຸປັດໄຈ ໃຫ້ອ້າຍນ້ອງທະຫານປະຕິບັດໜ້າທີ່ ຢູ່ເຂດພູຜາມົ່ນ ແຂວງບໍ່ແກ້ວ ມູນຄ່າ 257 ລ້ານກວ່າກີບ; ພ້ອມນັ້ນ ຍັງໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຕ່າງໆ ເວົ້າສະເພາະແມ່ນ ພະຍຸໝາກເຫັບຖະຫຼົ່ມ ເຂດເມືອງສີໂຄດຕະບອງ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນມູນຄ່າ 60 ລ້ານກວ່າກີບ ແລະ ປັດຈຸບັນ ແມ່ນຍັງສືບຕໍ່ຊ່ວຍເຫຼືອຟື້ນຟູ; ວຽກງານຂະບວນການເຝິກແອບຮ່ຳຮຽນ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ກໍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍ ສະເພາະການເຂົ້າຮ່ວມຫັດແອບສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີສະຊິກຊາວໜຸ່ມກອງທັບເຂົ້າຮ່ວມກວມ 85% ຂອງຈຳນວນພົນ ທັງໝົດໃນແຕ່ລະກ້ອນ, ພ້ອມນັ້ນ ຍັງໄດ້ສົມທົບກັບຄະນະຊາວໜຸ່ມແຮກສ່ຽວ ແລະ ອົງການອື່ນໆ ປະກອບສ່ວນຊຸກຍູ້ວັດຖຸປັດໄຈໃຫ້ແກ່ກ້ອນສວນສະໜາມ ມູນຄ່າ 550 ລ້ານກວ່າກີບ; ຂະບວນການແຮກສ່ຽວ, ຂະບວນການຕອບບຸນແທນຄຸນ, ຂະບວນການສິລະປະ-ວັນນະຄະດີ, ກິລາ ກໍໄດ້ດຳເນີນຢ່າງຕໍ່ເນື່ອງ; ຂະບວນການເພີ່ມພູນຜະລິດຜົນ ແກ້ໄຂຊີວິດການເປັນຢູ່ ແລະ ສ້າງແຫຼ່ງລາຍຮັບ ກໍໄດ້ດຳເນີນຢ່າງເປັນປົກກະຕິ ໄດ້ສ້າງແຫຼ່ງລາຍຮັບເຂົ້າກົມກອງ ຈາກການປູກຝັງ-ລ້ຽງສັດ, ຫັດຖະກຳ ແລະ ບໍລິການອື່ນໆ ທີ່ບໍ່ຜິດກັບລະບຽບ ກົດໝາຍ ມີມູນຄ່າ 18 ຕື້ກວ່າກີບ ແລະ ມີກອງທຶນຊາວໜຸ່ມໃນຮູບແບບຕ່າງໆ 16 ຕື້ກວ່າກີບ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າລາສີຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮຸ່ນກ່ອນ ແລະ ມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນລາວ ກໍຄື ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຊາວໜຸ່ມກອງທັບ ໃນໄລຍະໃໝ່ ແລະ ທັງເປັນການສ້າງຂະບວນການຜົນງານດ້ານຕ່າງໆ ຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມ ໃນຊຸມປີຕໍ່ໜ້າ ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ແລະ ສະມາຊິກຊາວໜຸ່ມກອງທັບແຕ່ລະສະຫາຍ ຕ້ອງສຸມໃສ່ວຽກງານສຳຄັນ ດັ່ງນີ້: ໜຶ່ງ: ສືບຕໍ່ສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມໃນກອງທັບ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ຫັນເອົາມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວ ຄັ້ງທີ I ມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ການເມືອງຂອງຊາວໜຸ່ມ ໃຫ້ສອດຄ່ອງ ແລະ ປະກົດຜົນເປັນຈິງ. ສອງ: ສຸມໃສ່ສ້າງພະນັກງານໜຸ່ມແໜ້ນ ເພື່ອສືບທອດປ່ຽນແທນໃນແຕ່ລະຂັ້ນນໍາພາ-ບັນຊາ, ປັບປຸງ-ກໍ່ສ້າງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃນກອງທັບ ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກທີ່ມີວິທະຍາສາດທັນສະໄໝ ຕາມທິດຫັນເປັນດີຈີຕອນ, ເອົາໃຈໃສ່ປັບປຸງ, ສ້າງນິຕິກໍາວຽກງານຊາວໜຸ່ມ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານຊາວໜຸ່ມໃນທົ່ວກອງທັບ; ເຝິກອົບຮົມວຽກງານຊາວໜຸ່ມໃຫ້ ເຂັ້ມແຂງ ດ້ວຍການບຳລຸງ-ກໍ່ສ້າງຢູຸ່ພາຍໃນ ແລະ ຕ່າງປະເທດ ໄປຄຽງຄູ່ການປະຕິບັດກົດ ລະບຽບ ແລະ ລະບອບດຳເນີນຊີວິດການເມືອງ, ຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ; ຕ້ານລັດທິອາດຍາສິດ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ໝົດໄປ. ສາມ: ຕັ້ງໜ້າປະກອບສ່ວນຈັດຕັ້ງເຄື່ອນໄຫວວຽກງານຂະບວນການ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ ແລະ ຂອງຊາວໜຸ່ມ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວໃນກອງທັບ ຕ້ອງຕິດພັນກັບເນື້ອໃນ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ, 2 ວາລະແຫ່ງຊາດ, ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຍູ້ແຮງການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດ, ໃສປອດ, ໄພປອດຄະດີ ແລະ ຂະບວນການສ້າງນັກຮົບວັດທະນະທຳ-ກອງ ວັດທະນະທຳໃນກອງທັບ. ເອົາໃຈໃສ່ຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄປພ້ອມກັບການຍົກສູງວຽກງານອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ກໍ່ສ້າງຮາກຖານການເມືອງ, ກອບກູ້ໄພພິບັດ, ຂະບວນການກິລາ-ສິລະປະວັນນະຄະດີ, ຂະບວນການຕອບບຸນແທນຄຸນ ແລະ ຊ່ວຍເຫຼືອສັງຄົມ, ຂະບວນການແຮກສ່ຽວ; ຂະບວນການເພີ່ມພູນຜະລິດຜົນສ້າງແຫຼ່ງລາຍຮັບ ແລະ ອື່ນໆ ໃຫ້ປະກົດຜົນເປັນຈິງ. ສີ່: ສືບຕໍ່ຮັກສາບົດບາດປະຈັນບານຂອງຊາວໜຸ່ມ, ຕະລຸມບອນເຂົ້າໃສ່ທຸກຂົງເຂດວຽກງານ, ປະພຶດຕົນໃຫ້ສົມກັບນາມມະຍົດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ໃຫ້ຊາວໜຸ່ມວ່າ “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ” ພ້ອມກັນນີ້ ກໍສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ, ຍຶດໝັ້ນຈິດໃຈຮັກຊາດ, ຄວາມເປັນເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກຳລັງແຮງສັງລວມ ສົມທົບກັບການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຍາດແຍ່ງເອົາການສະໜັບສະໜູນຈາກພາຍນອກ ຕາມແນວທາງການຕ່າງປະເທດຂອງພັກ ພາຍໃຕ້ການຊີ້ນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ເຂົ້າຮ່ວມເຄື່ອນໄຫວວຽກງານຊາວ ໜຸ່ມກັບຕ່າງປະເທດ ຕາມການມອບໝາຍ ແລະ ຕົກລົງຈາກການຈັດຕັ້ງຂັ້ນເທິງ. ເນື່ອງໃນໂອກາດວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ ຂ້າພະເຈົ້າ ຕາງໜ້າໃຫ້ຄະນະນຳຫ້ອງການຊາວໜຸ່ມ, ພະນັກງານ ແລະ ສະມາຊິກຊາວໜຸ່ມໃນທົ່ວກອງທັບ ຂໍອວຍພອນໄຊອັນປະເສີດ ແລະ ສະແດງຄວາມຮູ້ບຸນຄຸນ ມາຍັງ ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພະນັກງານປະຕິວັດອາວຸໂສ-ບຳນານ, ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ສະມາຊິກຊາວໜຸ່ມທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ