ຊາວໝຸ່ມລາວ ເປັນກຳລັງປະຈັນບານໃນທຸກສະໜາມຮົບ
ເວລາອອກຂ່າວ: 2026-04-20 09:13:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 279 | ຄວາມນິຍົມ: ![]()
ຊາວໜຸ່ມແມ່ນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອວິລະກຳປະຫວັດສາດ ທີ່ຈົງຮັກພັກດີຂອງພັກ ແລະ ເປັນ
ກຳລັງປະຈັນບານຂອງການປະຕິວັດໃນການເຮັດສຳເລັດພາລະກຳປະຫວັດສາດໃນການຕໍ່ສູ້ປົດປ່ອຍຊາດ ກໍຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໃນວັນທີ 14 ເມສາ 1955 ຄະນະປະຈຳສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງສ້າງຕັ້ງສະມາຄົມຊາວໜຸ່ມຕະລຸມບອນຂຶ້ນ (ເຊິ່ງແມ່ນຕົ້ນກຳເນີດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນປັດຈຸບັນ) ໄດ້ກາຍເປັນບາດລ້ຽວອັນສຳຄັນທາງດ້ານປະຫວັດສາດໃນຊີວິດການເມືອງ-ສັງຄົມ ຂອງຂະບວນການຊາວໜຸ່ມ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນຊາວໜຸ່ມລາວໄດ້ຮັບການເຝິກຝົນຫຼໍ່ຫຼອມ ແລະ ນຳພາໂດຍກົງຈາກພັກປະຊາຊົນປະຕິວັດລາວ ຜ່ານຜ່າການທົດສອບທ່າມກາງແປວໄຟປະຕິວັດ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງນັບທັງດ້ານການເມືອງ-ແນວຄິດ ການຈັດຕັ້ງເປັນກ້າວໆມາ. ຊາວໜຸ່ມລາວແຕ່ລະຮຸ່ນໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດຂອງພັກ ຂອງຊາດໃນການເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມຖັນແຖວຊາວໜຸ່ມໄວໜຸ່ມປະຕິບັດພາລະບົດບາດເປັນ
ກຳລັງປະຈັນບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີມືຂອງພວກມັນ. ຊາວໜຸ່ມຫຼາຍສະຫາຍໄດ້ເສຍສະຫຼະຊີວິດ ອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາຂອງຕົນເພື່ອປົກປັກຮັກສາ ແລະ ກອບກູ້ເອົາ
ຜືນແຜ່ນດິນອັນແສນຮັກຂອງຕົນ ເພື່ອຄວາມເປັນເອກະລາດແຫ່ງຊາດ ຄວາມມີອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າຕາມຄຳຂວັນທີ່ວ່າ: “ຍອມຕາຍດີກວ່າເສຍເອກະລາດ ບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທຳລາຍ” ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ຖັນແຖວຊາວໜຸ່ມ-ໄວໜຸ່ມ ກໍໄດ້ເປັນເຈົ້າການປະກອບສ່ວນປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງຊາວໜຸ່ມຍາມໃດກໍໄດ້ສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າຂອງຕົນ ເປັນກຳລັງແຮງສຳຄັນໃນການພັດທະນາປະເທດຊາດ ເປັນແຂນຂວາຂອງພັກ ທັງເປັນຜູ້ສືບທອດທີ່ຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຕະຫຼອດມາ.
ຕະຫຼອດ 71 ປີທີ່ຜ່ານມາ, ຊາວໜຸ່ມລາວໄດ້ສ້າງພາລະກຳປະຫວັດສາດປະກອບສ່ວນເຂົ້າໃນມູນເຊື້ອປະຫວັດສາດຂອງຊາດ ພ້ອມທັງໄດ້ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນເຂົ້າໃນການຈັດຕັ້ງປະຕິບັັດແນວທາງປ່ຽນແປງໃໝ່ຂອງພັກ ມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມລາວທົ່ວປະເທດແຕ່ລະຄັ້ງ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມຕິດພັນກັບມະຕິ 3 ສ້າງຂອງກົມ
ການເມືອງສູນກາງພັກ.
ເພື່ອສືບທອດມູນເຊື້ອຂອງຊາວໜຸ່ມຮຸ່ນກ່ອນ ພວກເຮົາຊາວໜຸ່ມຮຸ່ນສືບທອດຕ້ອງໄດ້ອອກແຮງເສີມຂະຫຍາຍມູນເຊື້ອຂອງຊາວໜຸ່ມຮຸ່ນກ່ອນເຂົ້າໃນພຶດຕິກຳການເຄື່ອນໄຫວວຽກງານຕົວຈິງຂອງຊາວໜຸ່ມ ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຊາວໜຸ່ມ-ໄວໜຸ່ມມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ມີມານະຈິດອົດທົນ ມີຄຸນສົມບັດສິນທຳປະຕິວັດ ຮໍ່າຮຽນເອົາມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງຜູ້ນຳຮຸ່ນກ່ອນໃຫ້ກາຍເປັນຜູ້ສືບທອດທີ່ດີຂອງປະເທດຊາດ ເອົາໃຈໃສ່ປຸກລະ
ດົມເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາຢູ່ອ້ອມຂ້າງພັກ ນຳພາ-ຊີ້ນຳ ແລະ ປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ ມີຄວາມໜັກ ແໜ້ນເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ ສ້າງທຸກເງື່ອນໄຂໃຫ້ຊາວໜຸ່ມໄດ້ເຄື່ອນໄຫວຕາມພາລະບົດບາດຂອງເຂົາເຈົ້າຢ່າງຕໍ່ເນື່ອງ ຊາວໜຸ່ມແຕ່ລະຄົນຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ຂໍ້ກຳນົດກົດລະບຽບຂອງກອງທັບ ມະຕິຄຳສັ່ງຂອງຂັ້ນເທິງ ຂອງກົມກອງ ແລະ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດເພື່ອກຽມພ້ອມເຮັດສຳເລັດໜ້າທີ່ວຽກງານທີ່ຊາດ ແລະ ປະຊາຊົນມອບໝາຍ
ໃຫ້.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















