ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ຄອນເສີດ ການກຸສົນລະດົມທຶນ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມພາກໃຕ້
ເວລາອອກຂ່າວ: 2019-10-01 09:15:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ:



ວັນທີ 28 ກັນຍາ 2019, ບໍລິສັດ ສວນວັດທະນະທໍາຊຽງ ຄວນຈໍາກັດຜູ້ດຽວຮ່ວມກັບຄ້າຍ ເພງ K ຄົມຊະນະພ້ອມດ້ວຍກຸ່ມ ສິລະປິນລາວທີ່ມີຊື່ສຽງໃນປັດ ຈຸບັນໄດ້ຈັດງານຄອນເສີດຂຶ້ນ ຢູ່ທີ່ສວນວັດທະນະທໍາຊຽງຄວນ ພາຍໃຕ້ຫົວຂໍ້ “ຢຽວຢາຈິດໃຈຜູ້ ປະສົບໄພນໍ້າຖ້ວມທາງພາກ ໃຕ້” ໂດຍມີການນໍາເມືອງຫາດ ຊາຍຟອງ, ທ່ານ ຄົມຊະນະ ເຈົ້າ ຂອງຄ້າຍເພງ K ຄົມຊະນະ, ທ່ານ ບຸນເກີດ ໜູຫ່ວງ, ທ່ານກິ ດາວເພັດ ໜູຫ່ວງ ພ້ອມດ້ວຍສິ ລະປິນທີ່ມີຊື່ສຽງອີກຫຼາຍທ່ານ, ມີບັນດາສື່ມວນຊົນ ແລະ ມວນ ຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ. ທ່ານ ນາງ ສ້ອຍສຸດາ ອິນ ເມືອງໄຊ ປະທານ ບໍລິສັດ ສວນ ວັດທະນະທໍາຊຽງຄວນ ຈໍາກັດ ຜູ້ດຽວ ກ່າວວ່າ: ດ້ວຍຄວາມເປັນ ຫ່ວງເປັນໃຍຊີວິດການໍເປັນຢູ່ ຂອງພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງ ພາກໃຕ້ໃນຫວ່າງບໍ່ດົນມານີ້ ດັ່ງ ນັ້ນ. ພວກເຮົາຂໍເປັນສ່ວນໜຶ່ງໃນການຊ່ວຍເຫຼືອຜູ້ປະສົບໄພພິບັດ ຈຶ່ງໄດ້ຈັດງານຄອນເສີດຄັ້ງ ນີ້ຂຶ້ນ ເພື່ອເປັນການລະດົມທຶນ ນໍາພໍ່ແມ່ພີ່ນ້ອງປະຊາຊົນທຸກ ທົ່ວໜ້າທີ່ມີຈິດໃຈສັດທາ, ເອື້ອ ເຟື້ອເພື່ອແຜ່ ຢາກເປັນສ່ວນໜຶ່ງ ໃນການຊ່ວຍເຫຼືອຜູ້ທີ່ກໍາລັງຕົກ ທຸກໄດ້ຍາກ, ເວົ້າລວມເວົ້າສະ ເພາະກໍແມ່ນຊ່ວຍເຫຼືອຜູ້ປະສົບ ໄພນໍ້າຖ້ວມຢູ່ທາງພາກໃຕ້, ໂດຍ ງານຄອນເສີດຄັ້ງນີ້, ແມ່ນບໍ່ໄດ້ ເກັບຄ່າປີ້ເຂົ້າຊົມພຽງແຕ່ຜູ້ໃດ ຢາກຊ່ວຍເຫຼືອແມ່ນບໍລິຈາກໃສ່ ຕູ້ຮັບບໍລິຈາກຕາມຈຸດຕ່າງໆໃນ ສວນວັດທະນະທໍາຊຽງຄວນ, ຜູ້ທີ່ມາທ່ຽວສວນວັດທະນະທໍາ ຊຽງຄວນໃນມື້ນີ້ ນອກຈາກບໍ່ໄດ້ ເສຍຄ່າປີ້ເຂົ້າຊົມຄອນເສີດແລ້ວ ຖ້າແມ່ນຄົນລາວຈະບໍ່ໄດ້ເສຍຄ່າປີ້ເຂົ້າທ່ຽວຊົມສວນນໍາອີກ. ໂອກາດນີ້, ທ່ານ ຄົມຊະນະ ໄດ້ກ່າວວ່າ: ເງິນທຸກກີບທີ່ໄດ້ ຈາກການບໍລິຈາກໃນງານຄອນ ເສີດຄັ້ງນີ້, ຂ້າພະເຈົ້າເອງພ້ອມ ດ້ວຍທີມງານຈະນໍາໄປມອບ ໃຫ້ຜູ້ປະສົບໄພນໍ້າຖ້ວມຢ່າງທົ່ວ ເຖິງ ແລະ ເພື່ອຄວາມໂປ່ງໃສ ເງິນທັງໝົດທີ່ພວກເຮົາໄດ້ຈາກ ການບໍລິຈາກໄດ້ເອົາມາທ້ອນ ໂຮມຢູ່ເທິງເວທີ ເພື່ອໃຫ້ຫຼາຍໆ ຄົນໄດ້ເຫັນນໍາກັນ. ນອກຈາກ ງານຄັ້ງນີ້ແລ້ວພວກເຮົາຍັງຈະ ມີງານອີກຄັ້ງຕໍ່ໆ ໄປເພື່ອເປັນ ການຫາທຶນຊ່ວຍເຫຼືອແບ່ງເບົາ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າ ຖ້ວມພາກກາງ ແລະ ພາກໃຕ້. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ