ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ລູກຫຼານຜູ້ປະສົບໄພເຂື່ອນແຕກຢູ່ເມືອງສະໜາມໄຊ ຈຳນວນ 44 ຄົນ ໄດ້ຮັບການເຝິກວິຊາຊີບ
ເວລາອອກຂ່າວ: 2019-10-01 09:16:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 445 | ຄວາມນິຍົມ:



ລູກຫຼານຜູ້ປະສົບໄພຈາກ ສັນເຂື່ອນໄຟຟ້າ ເຊປຽນ-ເຊນ້ຳ ນ້ອຍແຕກທີ່ເມືອງສະໜາມໄຊ, ແຂວງອັດຕະປື ຈຳນວນ44 ຄົນ ໄດ້ເຂົ້າເຝິກອົບຮົມໄລຍະສັ້ນ ຊັ້ນຕົ້ນ 3 ເດືອນຢູ່ໂຮງຮຽນເຕັກ ນິກວິຊາຊີບແບບປະສົມແຂວງ ອັດຕະປືລວມມີ 2 ຫຼັກສູດ ຄື: ຫຼັກສູດຕັດຫຍິບເສືອຜ້າໃຊ້ເວລາ ຮຽນ 528 ຊົ່ວໂມງ,ມີ 23 ຄົນ ແລະ ຫຼັກສູດສ້ອມແປງລົດ ໃຊ້ເວລາຮຽນ 528 ຊົ່ວ ໂມງ, ມີ 21ຄົນ ໃນນີ້ພາກທິດ ສະດີ 10% ແລະ ພາກປະຕິບັດ ຕົວຈິງ 90% ໂດຍ ໄດ້ຮັບທຶນສະ ໜັບສະໜູນຈາກບໍລິສັດຜູ້ພັດທະ ນານາໂຄງການກໍ່ ສ້າງເຂື່ອນ ໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC- SK). ການຈັດຕັ້ງ ເຝິກອົບຮົມໄລຍະສັ້ນແມ່ນຈະ ໄດ້ເລີ່ມແຕ່ ວັນທີ 25 ກັນຍາ-ເດືອນທັນວາ 2019. ພິທີເປີດຢ່າງເປັນທາງການ ໄດ້ຈັດຂຶ້ນ ໃນວັນທີ 27 ກັນ ຍາ 2019 ,ໂດຍມີ ທ່ານ ບຸນ ໂຮມ ພົມມະສານ ເຈົ້າເມືອງ ເມືອງ ສະ ໜາມໄຊ, ທ່ານ ຖາວອນ ສຸດດາວົງ ຜູ້ອຳນວນການໂຮງ ຮຽນເຕັກນິກວິຊາຊີບ, ມີຕາງ ໜ້າບໍລິສັດ PNPC-SK, ພາກ ສ່ວນກ່ຽວຂ້ອງ ແລະ ນັກຮຽນ ເຝິກອົບຮົມເຂົ້າຮ່ວມ. ທ່ານ ບຸນໂຮມ ພົມມະສານ ໄດ້ໂອ້ລົມຕໍ່ລູກຫຼານນັກຮຽນ ເຝິກອົບຮົມ ໃນເທື່ອນີ້ວ່າ:ການ ເຝິກຮຽນວິຊາຊີບແມ່ນການພັດ ທະນາຍົກລະດັບສີມືແຮງງານ ແລະ ການ ສົ່ງເສີມລູກຫຼານຄອບ ຄົວຜູ້ທີ່ປະສົບໄພພິບັດນັ້ນໄດ້ຮັບ ການພັດທະນາ ແລະ ນຳໃຊ້ວິ ຊາທີ່ ໄດ້ຜ່ານການເຝິກຄັ້ງນີ້ໄປ ນຳໃຊ້ເຂົ້າໃນການແກ້ໄຂຊີວິດ ການເປັນຢູ່ໃຫ້ດີຂຶ້ນ, ດັ່ງນັ້ນນັກ ເຝິກອົບຮົມຈົ່ງໄດ້ເອົາໃຈໃສ່ສຶກ ສາຮໍ່າຮຽນໃຫ້ສຳເລັດ ແລະ ປະ ຕິບັດລະບຽບການຂອງໂຮງ ຮຽນ ແລະ ຍາດແຍ່ງເອົາຄວາມຮູ້ ຈາກຄູ-ອາຈານໃຫ້ໄດ້ຕາມ ຄວາມຕ້ອງການໃນລະດັບທີ່ແນ່ ນອນ. ພາຍຫຼັງທີ່ໄດ້ມີຄວາມພະ ຍາມ ແລະ ເຫັນໄດ້ໃນຊີວິດການ ເປັນຢູ່ຂອງພໍ່ແມ່ປະຊາຊົນຜູ້ປະ ສົບໄພໃນໄລຍະຜ່ານມາເຊິ່ງພັກ ລັດຖະບານກໍໄດ້ມີຄວາມພະ ຍາມ ແລະ ເອົາໃຈໃສ່ຕໍ່ການຟື້ນ ຟູ ແລະ ເບິ່ງແຍງດູແລເພື່ອໃຫ້ ກ້າວສູ່ສະພາບປົກກະຕິສິ່ງສຳ ຄັນແມ່ນໄດ້ສົມທົບກັບບໍລິສັດຜູ້ ພັດທະນາໂຄງການຕ່າງກໍໄດ້ຮັບ ຜົນດີເປັນກ້າວໆ ມາເປັນຕົ້ນ ແມ່ນໄດ້ຊົດເຊີຍຜູ້ເສຍຊີວິດ, ຊົດເຊີຍເບິ່ງແຍງດູແລລູກກຳ ພ້າຈຳນວນ 28 ຄົນ, ຊົດເຊີຍ 50% ຜົນເສຍຫາຍເສດຖະກິດ ຄົວເຮືອນ, ສົ່ງເສີມລູກຫຼານທີ່ ຮຽນຈົບ ມ 7 ໄປສຶກສາຕາມ ສະຖາບັນແຫ່ງຕ່າງໆ ທາງດ້ານ ການສຶກສາ, ສົ່ງເສີມສ້າງສີມື ແຮງງານກັບທີ່ ແລະ ເອື້ອອໍາ ນວຍສິ່ງອື່ນໆຕາມຄວາມເໝາະສົມຢ່າງຕໍ່ເນື່ອງຕະຫຼອດມາ. ໂດຍ: ມາລາທິບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ