ສື່ມວນຊົນ ລາວ-ຈີນ ເຂົ້າຮ່ວມເກັບກຳຂ່າວລຽບຕາມແລວທາງລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2026-04-23 09:29:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ: ![]()
ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ນຳພາສື່ມວນຊົນຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມກິດຈະກຳເກັບກຳຂ່າວກ່ຽວກັບບັນຍາກາດລຽບຕາມແລວທາງລົດໄຟ ລາວ-ຈີນ ໃນຫົວຂໍ້ “ຮ່ວມສຳຜັດບັນຍາກາດຕາມເສັ້ນທາງລົດໄຟ ລາວ-ຈີນ” ເນື່ອງໃນໂອກາດເປີດດຳເນີນງານຂະບວນລົດໄຟຂ້າມແດນ ຄົບຮອບ 3 ປີ ຂຶ້ນວັນທີ 15-18 ເມສາ 2026.
ໂອກາດນີ້, ສື່ມວນຊົນ ລາວ-ຈີນ ກໍໄດ້ໄປສຳພາດກ່ຽວກັບການເຄື່ອນໄຫວປະຕິບັດວຽກງານຢູ່ສະຖານີຫຼວງພະບາງສູນບຳລຸງຮັກສາຫຼວງພະບາງ ແລະ ປະຊາຊົນ ທີ່ອາໄສຢູ່ທ້ອງຖິ່ນ ກ່ຽວກັບສະພາບການປ່ຽນແປງຂອງແຂວງຫຼວງພະບາງ ຫຼັງຈາກທີ່ມີລົດ ໄຟ ລາວ-ຈີນ ການເຄື່ອນໄຫວປະຕິບັດວຽກງານຢູ່ສະຖານີລົດ ໄຟນະຄອນຫຼວງວຽງຈັນ, ສະຖານີວຽງຈັນໃຕ້ ຈຸດຄ່ຽນຖ່າຍວຽງຈັນໃຕ້ ແລະ ເຂົ້າຮ່ວມກອງປະຊຸມເລົ່າເລື່ອງລາວທາງລົດໄຟ ລາວ-ຈີນ ຫົວຂໍ້ “ສ້າງເສັ້ນທາງສາຍທອງຄຳ ອຳນວຍປະໂຫຍດໃຫ້ປະຊາຊົນ ລາວ-ຈີນ” ໃນນີ້ໄດ້ຮັບຟັງການ ປະກອບຄຳຄິດເຫັນຈາກຜູ້ອຳນວຍການໃຫຍ່ບໍລິສັດ ທາງລົດໄຟ ລາວ-ຈີນ ກຸ່ມລົດໄຟແຫ່ງຊາດຈີນ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ພະແນກສົ່ງເສີມການເຜີຍແຜ່ໂຄສະນາອົບຮົມສູນກາງພັກຈີນ ຕົວແທນສື່ມວນຊົນລາວ ແລະ ຈີນ ພະນັກງານທາງລົດ ໄຟ ລາວ-ຈີນ ສູນຄຸ້ມຄອງການດຳເນີນງານນະຄອນຫຼວງວຽງຈັນ ພະນັກງານຂັບລົດໄຟ ສູນບຳ ລຸງຮັກສາຫຼວງພະບາງ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ແລະ ບໍລິ ສັດຂົນສົ່ງ.
ເສັ້ນທາງລົດໄຟ ລາວ-ຈີນ ພາກສ່ວນຢູ່ລາວ ເລີ່ມແຕ່ດ່ານບໍ່ເຕ່ນ ເຊິ່ງເປັນເຂດຊາຍແດນລະຫວ່າງສອງປະເທດ ຜ່ານແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງ ພະບາງ, ວຽງຈັນ ແລະ ສິ້ນສຸດ ຢູ່ນະຄອນຫຼວງວຽງຈັນ ເຊິ່ງອອກແບບກໍ່ສ້າງ ແລະ ດຳເນີນການຕາມມາດຕະຖານຂອງຈີນ ມີຄວາມຍາວ 422,4 ກິໂລ ແມັດ ຄວາມໄວອອກແບບ 160 ກິໂລແມັດຕໍ່ຊົ່ວໂມງ ໄດ້ເປີດໃຫ້ບໍລິການເປັນທາງການໃນວັນທີ 3 ທັນວາ 2021 ພາຍໃຕ້ການ ເປັນສັກຂີພິຍານຂອງການນຳສູງສຸດ ລາວ ແລະ ຈີນ ເຊິ່ງໄດ້ເປີດສັກກະຫຼາດໃໝ່ໃຫ້ການຂົນ ສົ່ງທາງລົດໄຟຂອງ ສປປ ລາວ ປ່ຽນແປງຮູບແບບການຂົນສົ່ງຂອງລາວຢ່າງເລິກເຊິ່ງ ແລະ ໄດ້ບັນລຸຄວາມປາດຖະໜາຂອງ ລາວ ທີ່ຈະຫັນປ່ຽນຈາກ “ປະເທດບໍ່ມີທາງອອກສູ່ທະເລ” ເປັນ “ປະເທດເຊື່ອມກັບພາກພື້ນທາງ ບົກ” ວັນທີ 13 ເມສາ 2023 ທາງລົດໄຟ ລາວ-ຈີນ ໄດ້ເປີດໃຫ້ບໍລິການລົດໄຟໂດຍສານຂ້າມແດນເປັນທາງການ ເຮັດໃຫ້ການເດີນທາງລະຫວ່າງນະຄອນຄຸນໝິງ-ນະຄອນຫຼວງວຽງຈັນ ສາມາດໄປຮອດໄດ້ພາຍໃນມື້ດຽວ.
ນັບແຕ່ທາງລົດໄຟ ລາວ-ຈີນ ເປີດໃຫ້ບໍລິການເປັນຕົ້ນມາ ລົດໄຟ “ຂະບວນຟູຊິງ” ແລະ “ຂະ ບວນລ້ານຊ້າງ” ໄດ້ດຳເນີນການແລ່ນດ້ວຍຄວາມປອດໄພ ເປັນມິດກັບສິ່ງແວດລ້ອມ ວ່ອງໄວ ແລະ ສະດວກສະບາຍ ສາມາດຫຼຸດຜ່ອນໄລຍະຫ່າງລະຫວ່າງຕົວເມືອງຕ່າງໆຕາມແລວທາງລົດໄຟ ໄດ້ຢ່າງຫຼວງຫຼາຍ ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງສອງປະເທດ ແລະ ກາຍ ເປັນທາງເລືອກອັນດັບຕົ້ນໆໃນການເດີນທາງ ມາຮອດວັນທີ 9 ເມສາ 2026 ທາງລົດໄຟ ລາວ-ຈີນ ພາກສ່ວນຈີນ ສະເລ່ຍແລ່ນລົດ ໄຟໂດຍສານ 42 ຄູ່ຕໍ່ມື້ ສູງສຸດ 65 ຄູ່ຕໍ່ມື້ ສົ່ງຜູ້ໂດຍ ສານສູງສຸດ 74.000 ຄົນຕໍ່ມື້ ລວມຍອດການສົ່ງຜູ້ ໂດຍສານ 11,76 ລ້ານຄົນ ມີການບໍລິການດ້ວຍຫຼາຍພາສາ ແລະ ມີຮູບແບບການຂາຍປີ້ແບບໃໝ່ ທາງລົດໄຟ ລາວ-ຈີນ ພາກສ່ວນລາວ ສະເລ່ຍແລ່ນລົດໄຟໂດຍສານ 10 ຄູ່ຕໍ່ມື້ ສູງສຸດ 12 ຄູ່ຕໍ່ມື້ ສົ່ງຜູ້ ໂດຍສານສູງສຸດ 10,197 ຄົນຕໍ່ມື້ ມີການແລ່ນລົດໄຟ EMU ແລະ ລົດໄຟຄວາມໄວທຳມະດາຮ່ວມກັນ ລວມຍອດການ ສົ່ງຜູ້ໂດຍສານ 2,17 ລ້ານຄົນ ພ້ອມທັງໄດ້ເປີດສະຖານີໂດຍສານກາສີ ເມືອງງາ ນາໝໍ້ ແລະ ອື່ນໆ ເຮັດໃຫ້ສະຖານີທີ່ໃຫ້ບໍລິການຜູ້ໂດຍສານ ເພີ່ມຈາກ 7 ສະຖານີ ໃນໄລຍະເລີ່ມຕົ້ນ ເປັນ 10 ສະຖານີ ໃນປັດຈຸບັນ ນອກນີ້ຍັງໄດ້ເປີດນຳໃຊ້ລະບົບຂາຍປີ້ຜ່ານອິນເຕີເນັດ ແອັບ LCR Ticket ເຮັດໃຫ້ຜູ້ໂດຍສານ ສາມາດຊື້ປີ້ ປ່ຽນປີ້ ແລະ ວາງແຜນການເດີນທາງ ຜ່ານລະບົບອອນລາຍ ແລະ ເປີດຈຸດຂາຍປີ້ຕາມເມືອງໃຫຍ່ຕ່າງໆ ແລະ ຂະຫຍາຍເວລາຈອງປີ້ລ່ວງໜ້າ ເຊິ່ງອຳນວຍຄວາມສະ ດວກຢ່າງຫຼວງຫຼາຍໃຫ້ປະຊາຊົນລາວ ໃນການຊື້ປີ້ ແລະ ເດີນ ທາງດ້ວຍລົດໄຟ.
ທາງລົດໄຟ ລາວ-ຈີນ ຍັງໄດ້ສ້າງເສັ້ນທາງຂົນສົ່ງສາກົນ ທີ່ສະດວກສະບາຍ ລະຫວ່າງຈີນ ແລະ ອາຊຽນ ເວລາການຂົນສົ່ງ ແລະ ຄ່າໃຊ້ຈ່າຍດ້ານການຂົນສົ່ງ ຖືກຫຼຸດລົງຢ່າງຫຼວງຫຼາຍເຮັດ ໃຫ້ຄວາມຕ້ອງການດ້ານການ ຂົນສົ່ງ ມີສູງຂຶ້ນເລື້ອຍໆ ປະລິ ມານການຂົນສົ່ງສິນຄ້າຂ້າມປະ ເທດ ຂອງທາງລົດໄຟ ລາວ-ຈີນ ໄດ້ສ້າງສະຖິຕິໃໝ່ຢ່າງຕໍ່ເນື່ອງ ເຊິ່ງມາຮອດວັນທີ 9 ເມສາ 2026 ຍອດການຂົນສົ່ງສິນຄ້າຂ້າມແດນສະສົມແມ່ນ 359 ລ້ານໂຕນ ນອກນີ້ທາງລົດໄຟ ລາວ-ຈີນ ຍັງໄດ້ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງດ້ານການຂົນສົ່ງສິນຄ້າ ສະຖານີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ໄດ້ກໍ່ສ້າງສຳເລັດ ແລະ ເປີດໃຊ້ງານ ເຮັດໃຫ້ທາງລົດໄຟ ລາວ-ຈີນ-ໄທ ສາ ມາດເຊື່ອມໂຍງ-ເຊື່ອມຈອດກັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















