ການນຳ ນວ ລົງຕິດຕາມສະພາບ ໄຟໄໝ້ລາມປ່າຢູ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ
ເວລາອອກຂ່າວ: 2026-04-23 09:32:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ: ![]()
ວັນທີ 17 ເມສາ 2026 ນີ້, ຄະນະກຳມະການປົກຄອງນະຄອນ ຫຼວງວຽງຈັນ (ນວ) ນຳໂດຍ ທ່ານ ສີລິລາດທົງສິງທອງເພັງ ປະທານຄະນະກຳມະການປົກຄອງ ນວ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການ ນວ ພ້ອມດ້ວຍບັນດາເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ ແລະ ເມືອງປາກງື່ມ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະວິຊາການກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນລົງພື້ນທີ່ເພື່ອຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ເມືອງໄຊທານີ ແລະ ເມືອງປາກງື່ມ.
ໃນການລົງພື້ນທີ່ຄັ້ງນີ້ຄະນະດັ່ງກ່າວໄດ້ນຳໃຊ້ເຄື່ອງບິນຂອງກອງບັນຊາການທະຫານອາກາດ ເພື່ອບິນສຳຫຼວດເຂດພື້ນທີ່ປ່າໄມ້ ປະເມີນສະພາບໄຟໄໝ້ລາມປ່າ ແລະ ກຳນົດຂອບເຂດການເສຍຫາຍຢ່າງລະອຽດ ຜ່ານການສຳຫຼວດພົບວ່າໄຟໄໝ້ລາມປ່າໄດ້ແຜ່ກະຈາຍ ເນື່ອງຈາກສະພາບອາກາດແຫ້ງແລ້ງ ແລະ ມີລົມ ແຮງສົ່ງຜົນໃຫ້ການຄວບຄຸມໄຟເກີດຄວາມຫຍຸ້ງຍາກ.
ຈາກນັ້ນຄະນະໄດ້ຮ່ວມປຶກສາຫາລື ແລະ ກຳນົດມາດຕະການດ່ວນ ເພື່ອສະກັດກັ້ນ ແລະ ດັບມອດໄຟປ່າ ໂດຍເປັນເອກະພາບປະຕິບັດ 4 ມາດຕະການຄວບຄູ່ກັນໃນໄລຍະສັ້ນອັນຮິບດ່ວນດັ່ງນີ້: ໃຫ້ກົມປ່າໄມ້ ນຳໃຊ້ໂດຣນ (Drone) ເພື່ອສຳຫຼວດ ແລະ ກຳນົດພິກັດຈຸດໄຟໄໝ້ ພ້ອມທັງສົ່ງຂໍ້ມູນໃຫ້ຈຸບິນຂອງກອງບັນຊາການທະຫານອາກາດ ເພື່ອດຳເນີນການມອດໄຟ ໃຫ້ກອງບັນຊາການທະຫານອາກາດ ນຳໃຊ້ເຄື່ອງບິນ ເພື່ອດັບມອດໄຟ ນຳໃຊ້ກອງກຳລັງພາກພື້ນດິນ ເຂົ້າຄວບຄຸມ ແລະ ດັບມອດໄຟໃນຈຸດສຳຄັນ ແລະ ສືບຕໍ່ການໂຄສະນາ ແລະ ເຜີຍແຜ່ໃຫ້ປະຊາຊົນ ເຂົ້າໃຈເຖິງຜົນເສຍຫາຍຂອງໄຟໄໝ້ລາມປ່າ ແລະ ຮ່ວມ ມືໃນການປ້ອງກັນຢ່າງທົ່ວເຖິງ.
ໃນໂອກາດລົງພຶ້ນຕົວຈິງຄັ້ງນິ້ຄະນະນຳ ນວ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນນ້ຳດື່ມ ແລະ ເງິນຈຳນວໜຶ່ງໃຫ້ອຳນາດການປົກຄອງເມືອງໄຊທານີ ແລະ ເມືອງປາກງື່ມເພື່ອນຳໃຊ້ເຂົ້າໃນການມອດໄຟລາມປ່າຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















