ເມືອງໜອງບົກ ປະກາດສ້າງຕັ້ງຕາແສງໜອງຜຳ
ເວລາອອກຂ່າວ: 2026-04-24 09:34:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 387 | ຄວາມນິຍົມ: ![]()
ພິທີປະກາດສ້າງຕັ້ງຕາແສງໜອງຜຳ ຊຶ່ງແມ່ນຕາແສງທຳອິດຂອງເມືອງໜອງບົກ ແລະ ເປັນຕາແສງທີ 7 ຂອງແຂວງຄຳມ່ວນໄດ້ຈັດຂຶ້ນໃນວັນທີ 22 ເມສາຜ່ານມາ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ ຜູ້ຊີ້ນຳວຽກງານການ ເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ສຸລິນ ພົມມະໄຊ ເລຂາຄະນະບໍລິຫານງານພັກເມືອງໜອງບົກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຕາແສງໜອງຜຳ ເປັນຕາແສງໜຶ່ງ ທີ່ຂຶ້ນກັບເມືອງໜອງບົກ, ພື້ນທີ່ເປັນເຂດທົ່ງພຽງ, ຕັ້ງຢູ່ທິດຕາເວັນອອກ ຫ່າງຈາກສຳນັກງານປົກຄອງເມືອງ 12 ກິໂລແມັດ, ປະກອບມີທັງໝົດ 15 ບ້ານຄື: ບ້ານປົ່ງກິ່ວ, ນາຫຼັກ, ນາຈຳປາ, ນາຫຸນ, ໂນນສີລາ, ໜອງຜຳ, ໂພນແພງ, ໂນນແຕ້, ດົງຄຸງ, ນານ້ອຍ, ດົງກະສິນ, ນາຄຳ, ນ້ຳພຸ, ດົງບູນ ແລະ ບ້ານໂນນຈິກ, ມີເນື້ອທີ່ທັງໝົດ 8,877 ແຮັກຕາ.
ໃນນັ້ນ, ມີດິນທຳການຜະລິດກະ ສິກຳ (ດິນນາ 5,658 ແຮັກຕາ, ຜະລິດເຂົ້າໄດ້ 16,974 ໂຕ່ນ, ສະເລ່ຍ 1,179 ກິໂລ/ຄົນ/ປີ, ມີພົນລະເມືອງທັງໝົດ 14.389 ຄົນ ຍິງ 7.177 ຄົນ, ມີ 2.417 ຄອບຄົວ, 2.937 ຫຼັງຄາເຮືອນ, ປະກອບມີ 3 ເຜົ່າຄື: ເຜົ່າລາວ 39.5%, ເຜົ່າມະກອງ 12.9%, ເຜົ່າຜູ້ໄທ 39.5%, ດ້ານໂຄງປະກອບການຈັດຕັ້ງ ປະກອບມີ ຄະນະພັກຮາກຖານຕາແສງ ແລະ ຄະນະກຳມະການປົກຄອງຕາແສງ.
ຂ່າວ: ກອງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















