ເປີດງານວາງສະແດງລົດວຽງຈັນໂມໂຕເອັກໂປ 2019
ເວລາອອກຂ່າວ: 2019-10-02 08:55:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 457 | ຄວາມນິຍົມ: ![]()
+ ວັນທີ 30 ກັນຍາ 2019 ນີ້
ບໍລິສັດ ພີພີໄຊໂຍ ເອັນເຕີ ເທັນ ເມັນແອນ ອໍກາຍໄນເຊີ ຈໍາ ກັດຜູ້ດຽວ ຮ່ວມກັບກົມສົ່ງເສີມ ການຄ້າ, ກະຊວງອຸດສະຫະກໍາ ແລະ ການຄ້າ ຈັດພິທີເປີດງານ ວາງສະແດງລົດນາໆຊາດ (Vientiane Motor Expo 2019) ພາຍໃຕ້ຫົວຂໍ້ “ຖືກ, ປະຫຍັດ ແລະ ທັນສະໄໝ” ຂຶ້ນຢູ່ທີ່ສູນການຄ້າລາວ-ໄອເຕັກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາ
ທິການ ແລະ ຂົນສົ່ງ, ທ່ານ ສົມເພັດ
ນໍລະສິງ ຫົວໜ້າກົມສົ່ງເສີມ ການຄ້າກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພອນຈັນ
ເພັງສຸວັນ ຜູ້ອໍານວຍການ ບໍລິສັດ
ພີພີໄຊໂຍ ເອັນເຕີເທັນເມັນ ແອນ
ອໍກາຍໄນເຊີຈໍາກັດຜູ້ດຽວ, ມີບັນ
ດາແຂກຖືກເຊີນ, ພາກສ່ວນ ກ່ຽວຂ້ອງ, ສື່ມວນຊົນ ແລະ
ມວນຊົນຊາວນະຄອນຫຼວງ ວຽງຈັນເຂົ້າຮ່ວມ.
ທ່ານ ພອນຈັນ ເພັງສຸວັນ
ໄດ້ກ່າວວ່າ: ງານວາງສະແດງ ລົດນາໆຊາດວຽງຈັນ ຄັ້ງທີ
IV ເຊິ່ງຈຸດປະສົງຫຼັກຂອງການ
ຈັດງານ ເພື່ອເປັນການຕອບ ບັນຫາໃຫ້ກັບບັນດາບໍລິສັດ, ຫ້າງຮ້ານທີ່ຈໍາໜ່າຍລົດ ແລະ ຜະລິດຕະພັນຕົບແຕ່ງລົດລວມ
ໄປເຖິງການນໍາສະເໜີຄວາມ ທັນສະໄໝ, ນະວັດຕະກໍາໃໝ່ ທີ່ລໍ້າຍຸກ ຄືລົດໄຟຟ້າທີ່ປະຢັດ ພະລັງງານ ພ້ອມແລ້ວໃຫ້ທຸກ ທ່ານໄດ້ສໍາພັດ, ເຊິ່ງເປັນລົດ
ທີ່ນໍາໃຊ້ໄດ້ຕົວຈິງ ແລະ ສາມາດ
ທົດລອງຂັບໄດ້ໂດຍບໍ່ເສຍຄ່າ, ພ້ອມຕອບບັນຫາຕາມຄວາມ
ຮຽກຮ້ອງຕ້ອງການຂອງບັນດາ
ກຸ່ມລູກຄ້າທີ່ຊົມໃຊ້ ແລະ ສິ່ງສໍາ
ຄັນ ແມ່ນເພື່ອເປັນການຕໍ່ຍອດ
ໃຫ້ກັບວົງການລົດ ໂດຍອີງໃສ່ ຈາກການປະສົບຜົນສໍາເລັດ ຫຼາຍໆດ້ານໃນການຈັດງານວາງ ສະແດງລົດນາໆຊາດວຽງຈັນ ໂມໂຕເອັກໂປ ໃນປີທີ່ຜ່ານມາ.
ດັ່ງນັ້ນໃນງານຄັ້ງນີ້, ນອກຈາກ ຈະມີລົດໃໝ່ໆແລ້ວ ຍັງມີລົດ ບັນທຸກໜັກ ແລະ ລົດມື 2 ມາ ວາງສະແດງນໍາອີກ, ເພື່ອເອົາ
ໃຈລູກຄ້າຫຼາຍກຸ່ມ ໂດຍມີບໍລິ
ສັດ ສິນເຊື່ອດອກເບ້ຍຕໍ່າທີ່ຄອຍ
ໃຫ້ບໍລິການ ເປັນອີກໜຶ່ງ ທາງເລືອກໃຫ້ແກ່ລູກຄ້າ, ພ້ອມ
ທັງຮັບຟັງເງື່ອນໄຂຈາກບໍລິສັດ
ປະກັນໄພ, ງານຄັ້ງນີ້ ຈະໄດ້ດໍາ
ເນີນໄປເປັນເວລາ 9 ວັນ ລະ ຫວ່າງວັນທີ 28 ກັນຍາ ຫາ ວັນທີ 6 ຕຸລາ 2019, ໂດຍເລີ່ມແຕ່ເວລາ 11:00 ໂມງຂອງທຸກໆວັນ.
ພາຍໃນງານແມ່ນຈະມີກິດ ຈະກໍາຫຼາກຫຼາຍ, ເຊິ່ງຜູ້ທີ່ເຂົ້າ ມາຮ່ວມງານແມ່ນຈະມີສິດ ລຸ້ນຮັບໂຊກຂອງລາງວັນ ບໍ່ວ່າ
ຈະເປັນສາຍຄໍຄໍາ, ພວງກະແຈ,
ເສື້ອຍືດ, ບັດສ່ວນຫຼຸດເຄືອບແກ້ວ
ລົດ, ບັດລອຍນໍ້າ, ບັດຊົມຮູບ
ເງົາ ເມເຈີ້, ກາຈໍ້າເພື່ອແລກຂອງ
ລາງວັນ, ເກມໝູນວົງລໍ້, ມີຈຸດ ຖ່າຍຮູບສໍາລັບລູກຄ້າທີ່ເຂົ້າມາ ທ່ຽວຊົມງານ ແລະ ຂອງລາງວັນ ອື່ນໆ ອີກຢ່າງຫຼວງຫຼາຍ. ພິເສດ
ທຸກທ່ານທີ່ຊື້ ແລະ ຈ່ອງລົດພາຍ
ໃນງານ ແມ່ນຈະໄດ້ຮັບອັດຕາ ດອກເບ້ຍ 0,50% ຈາກສິນເຊື່ອ
ທະນາຄານ ມາຣູຮານ ຍີີ່ປຸ່ນ-
ລາວ, ເຄືອບແກ້ວລົດໂດຍບໍ່ໄດ້ ເສຍຄ່າ, ລຸ້ນຮັບສາຍຄໍຄໍາ ແລະ
ຍັງມີປະກັນໄພ ຈາກທິບພະຍະ
ປະກັນໄພ ໄວ້ຄອຍບໍລິການລູກ
ຄ້າ. ນອກນີ້ ໃນງານຍັງມີຄອນ ເສີດຈາກສິລະປິນທີ່ມີຊື່ສຽງຈາກພາຍໃນ ແລະ ປະເທດເພື່ອນບ້ານ (ເຂົ້າຊົມໂດຍບໍ່ໄດ້ເສຍຄ່າ) ພ້ອມ
ທັງໄດ້ຮ່ວມກິດຈະກໍາກັບບັນດາ
ເຫຼົ່າສິລະປິນ ແລະ ພິເສດໄປກວ່າ
ນັ້ນ ຜູ້ເຂົ້າຮ່ວມງານຍັງຈະໄດ້ຮັບ ຟັງນະໂຍບາຍພິເສດຈາກບັນດາ ຄ້າຍລົດແຕ່ລະຄ້າຍທີ່ມາເຂົ້າ ຮ່ວມງານ ແລະ ໄດ້ຮັບຊົມຜົນ ງານການປະດິດສິ່ງໃໝ່ຂອງຄົນ ລາວທີ່ບໍ່ເຄີຍສະແດງຢູ່ໃສມາ ກ່ອນ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















