
ປະກາດການແຕ່ງຕັ້ງຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ເວລາອອກຂ່າວ: 2019-10-03 08:50:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີ ປະກາດການຈັດຕັ້ງຂັ້ນວິທະຍາຄານປ້ອງກັນຊາດ ໄກສອນ ພົມ ວິຫານ ຂຶ້ນໃນ ວັນທີ 2 ຕຸລາ 2019 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາ ວົງ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ. ຄະນະພັກ-ຄະ ນະອຳນວຍການ ວປກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກ ງານກົມໃຫຍ່ການເມືອງກອງ ທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບ ເລກທີ 3265/ກປທ ລົງວັນທີ07/08/2019, ວ່າດ້ວຍການ ແຕ່ງຕັ້ງຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມ
ວິຫານ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ ເປັນ ຮອງຫົວໜ້າການເມືອງ ທັງເປັນ
ຫົວໜ້າກົມການເມືອງວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ ວິຫານ.
ໂອກາດດັ່ງກ່າວ ສະຫາຍ ພົນຕີ
ສອນທອງ ພົມລາວົງ ໄດ້ມີຄໍາ ເຫັນຊີ້ນຳຫຼາຍບັນຫາສໍາຄັນ ວ່າ: ການປັບປຸງບູລະນະການ ຈັດຕັ້ງໃນຄັ້ງນີ້ແມ່ນຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ຂອງກົມ ກອງ ສະນັ້ນສໍາລັບຜູ້ທີ່ໄດ້ຮັບ ການແຕ່ງຕັ້ງໃໝ່ຕ້ອງເພີ່ມທະ ວີບົດບາດການນຳພາຂອງຕົນ ຕໍ່ທຸກຂົງເຂດວຽກງານ, ເອົາໃຈ ໃສ່ວຽກງານການເມືອງ-ແນວ
ຄິດສອດຫ້ອຍເຂົ້າກັບທຸກຂົງ ເຂດວຽກງານ, ກຳແໜ້ນພາລະ ບົດບາດສິດ ແລະ ໜ້າທີ່ຂອງຕົນ, ມີການປະສານກັບຄະນະພັກ ເຮັດ ວຽກຢ່າງມີວິທະຍາສາດ, ບຸກ ຄົນຮັບຜິດຊອບເພື່ອພ້ອມກັນປັບ ປຸງກໍ່ສ້າງວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ ໃຫ້ນັບ ມື້ເຕີບໃຫຍ່ເຂັ້ມແຂງ ສົມເປັນວິ ທະຍາຄານສູງສຸດຂອງກອງທັບ ປະຊາຊົນລາວ.
ໂດຍ: ດາວວີນ ໂສພາພອນ
ພາບ: ສາວີວັນ ວົງຄຳຊາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ