ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບວຽກງານປ້ອງກັນພາຍໃນ ປະຈຳປີ 2025
ເວລາອອກຂ່າວ: 2026-05-05 15:17:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1815 | ຄວາມນິຍົມ:



ໃນວັນທີ 30 ເມສາ 2026 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ພ້ອມທັງມອບໃບຢັ້ງຢືນກອງປອດໃສ, ປອດໄພ ແລະ ປອດຄະດີ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອໍານວຍການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ສະຫາຍ ພັນໂທ ບຸນທະວີ ບຸດສາ ຫົວໜ້າພະແນກປ້ອງກັນພາຍໃນໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ: ດ້ານການເມືອງ-ແນວຄິດ: ພະນັກງານ-ລັດຖະກອນ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ. ດ້ານການປ້ອງກັນກຳລັງ: ໄດ້ມີການຕິດຕາມ, ກວດກາ ແລະ ຄຸ້ມຄອງພະນັກງານຢ່າງໃກ້ຊິດ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂຶ້ນພາຍໃນກົມກອງ. ດ້ານການຮັກສາຄວາມລັບ: ໄດ້ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງເອກະສານທາງການ ແລະ ຂໍ້ມູນຂ່າວສານທີ່ສຳຄັນ ບໍ່ໃຫ້ຮົ່ວໄຫຼອອກສູ່ພາຍນອກ. ດ້ານຄວາມສະຫງົບ: ຮັບປະກັນໄດ້ຄວາມປອດໄພຂອງສະຖານທີ່ເຮັດວຽກ, ຊັບສິນຂອງລັດ ແລະ ເສີມສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ. ໃນຕອນທ້າຍ ຄະນະປະທານໄດ້ມອບໃບຢັ້ງຢືນ ກອງປອດໃສ, ປອດໄພ ແລະ ປອດຄະດີ" ປະຈຳປີ 2025 ໃຫ້ແກ່ບັນດາກົມກອງທີ່ມີຜົນງານດີເດັ່ນ ໃນນີ້, ປະເພດ 1 ໄດ້ຈຳນວນ 3 ຫ້ອງ ແລະ 33 ພະແນກ; ປະເພດ 2 ໄດ້ຈຳນວນ 10 ພະແນກ. ໂອກາດນີ້, ສະຫາຍປະທານ ໄດ້ກ່າວເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ແລະ ພະນັກງານທຸກສະຫາຍ ຈົ່ງຖືເອົາວຽກງານປ້ອງກັນພາຍໃນເປັນ "ວຽກງານຍຸດທະສາດ" ທີ່ສຳຄັນ ແລະ ຕິດພັນກັບທຸກຂົງເຂດວຽກງານວິຊາສະເພາະ, ພ້ອມທັງຮຽກຮ້ອງໃຫ້ຍົກສູງຄວາມຮັບຜິດຊອບ, ມີຄວາມຈົ່ງຮັກພັກດີ, ຮັກສາຈັນຍາບັນ-ຈັນຍາທຳ ເພື່ອສ້າງກົມກອງໃຫ້ມີຄວາມປອດໃສ, ປອດໄພ ແລະ ປອດຄະດີ ຢ່າງແທ້ຈິງ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ