ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການຢ້ຽມຂ່ຳນັບອຳລາຂອງຜູ້ຊ່ວຍທູດຝ່າຍທະຫານໄທ ປະຈຳ ສປປ ລາວ
ເວລາອອກຂ່າວ: 2019-10-03 08:56:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 366 | ຄວາມນິຍົມ:



ວັນທີ 2 ຕຸລາ ນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບ ອຳລາ ຂອງ ທ່ານ ພັນເອກ ສົມ ຊາຍ ໂກລາຕີ ຜູ້ຊ່ວຍທູດຝ່າຍທະ ຫານໄທປະຈໍາ ສປປ ລາວ. ໃນ ໂອກາດສຳເລັດໜ້າທີ່ຜູ້ຊ່ວຍທູດ ຝ່າຍທະຫານໄທ ປະຈຳ ສປປ ລາວ. ທ່ານ ພັນເອກ ສົມຊາຍ ໂກລາຕີ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ກະຊວງປ້ອງກັນປະເທດ ທີ່ ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືທີ່ດີຕະຫຼອດໄລ ຍະທີ່ປະຕິບັດໜ້າທີ່ເປັນຜູ້ຊ່ວຍ ທູດຝ່າຍທະຫານໄທ ປະຈໍາລາວ ອັນເປັນການປະກອບສ່ວນອັນ ສໍາຄັນເຂົ້າໃນການພົວພັນຮ່ວມ ມື, ຊ່ວຍເຫຼືອລະຫວ່າງສອງກອງທັບ ລາວ-ໄທ ໃນດ້ານຕ່າງໆ ດ້ວຍດີຕະຫຼອດມາ. ທ່ານ ພົນຕີ ອ່ອນສີ ແສນສຸກ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜູ້ຊ່ວຍ ທູດຝ່າຍທະຫານໄທ ປະຈຳ ລາວ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ທາງການທູດທະຫານໃນຕະ ຫຼອດໄລຍະ 3 ປີ ຜ່ານມາ ເຊິ່ງ ໄດ້ປະສົບຜົນສໍາເລັດໃນຫຼາຍ ດ້ານປະກອບສ່ວນເຂົ້າໃນການ ເສີມສ້າງສາຍພົວພັນມິດຕະ ພາບຖານບ້ານໃກ້ເຮືອນຄຽງ ທີ່ມີ ມາແຕ່ຍາວນານລະຫວ່າງສອງ ກອງທັບ ແລະ ປະຊາຊົນທັງສອງ ຊາດ ລາວ-ໄທ ໃຫ້ນັບມື້ຂະຫຍາຍ ຕົວ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນ. ໃນວັນດຽວກັນນີ້, ທ່ານ ພັນເອກ ສົມຊາຍ ໂກລາຕີ ຜູ້ຊ່ວຍ ທູດຝ່າຍທະຫານໄທ ປະຈໍາ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບອຳ ລາ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນ ຕ່າງປະເທດ ກະຊວງປ້ອງກັນ ປະເທດ ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນ ປະເທດ ປະດັບຫຼຽນກາມິດຕະ ພາບກອງທັບປະຊາຊົນລາວໃຫ້ ແກ່ທ່ານ ພັນເອກ ສົມຊາຍໂກ ລາຕີ ໃນໂອກາດທີ່ສໍາເລັດໜ້າ ທີ່ຜູ້ຊ່ວຍທູດຝ່າຍທະຫານໄທຢູ່ ສປປ ລາວ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ