ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ສະເຫຼີມສະຫຼອງວັນບຸນກະເຟສາກົນ 1 ຕຸລາ ຄົບຮອບ 5 ປີ
ເວລາອອກຂ່າວ: 2019-10-03 09:04:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 425 | ຄວາມນິຍົມ:



ຕອນເຊົ້າວັນທີ 1 ຕຸລາ 2019, ທີ່ບ້ານຫຼັກ 40 ເມືອງ ປາກຊ່ອງ ແຂວງຈໍາປາສັກ ໄດ້ ຈັດງານສະເຫຼີມສະຫຼອງວັນບຸນ ກາເຟສາກົນ 1 ຕຸລາ ຄົບຮອບ 5 ປີ (1 /10/2015-1 /10/ 2019) ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ບອນຄໍາ ເວີ່ນ ໂພຄໍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມ ເມືອງຕາງໜ້າການນໍາເມືອງ ປາກຊ່ອງ, ມີຄະນະສະມາຄົມ ກາເຟລາວ, ບໍລິສັດຄິວບິກ, ບໍລິ ສັດອາວສະແປນ, ຜູ້ຕາງໜ້າໂຄງ ການຮ່ວມມືລາວ-ເຢຍລະມັນ (GIZ ), ມີບັນດາສະມາຊິກສະ ຫະກອນກາເຟບ້ານຫຼັກ 40 ເມືອງປາກຊ່ອງເຂົ້າຮ່ວມ. ກິດຈະກໍາສະເຫຼີມສະຫຼອງ ວັນບຸນກາເຟສາກົນ 1 ຕຸລາ ປີນີ້,ຈັດຂຶ້ນເປັນຄັ້ງທໍາອິດຢູ່ເມືອງ ປາກຊ່ອງ ແຂວງຈໍາປາສັກ ແລະ ແມ່ນຄັ້ງທີ 2 ຂອງ ສປປ ລາວ ຖັດ ຈາກທີ່ໄດ້ຈັດຂຶ້ນໃນປີຜ່ານມາທີ່ ນະຄອນຫຼວງວຽງຈັນ, ສໍາລັບ ງານຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ປະຫວັດຄວາມເປັນມາຂອງວັນ ບຸນກາເຟສາກົນ, ຄວາມເປັນ ມາຂອງກາເຟລາວ, ກາເຟປາກ ຊ່ອງເຂດພູພຽງບໍລະເວນ, ມີ ການສົນທະນາແລກປ່ຽນບົດ ຮຽນການຜະລິດກາເຟ ແລະ ການ ຕະຫຼາດ, ຮັບຊົມຂັ້ນຕອນການ ຜະລິດກາເຟທີ່ມີຄຸນນະພາບ ແລະ ຍືນຍົງ, ການສາທິດວິທີການຂົ້ວ ກາເຟ, ຊົງກາເຟ, ຊີມລົດຊາດກາ ເຟຂອງແຕ່ລະພາກສ່ວນ. ພິເສດ ມີກິດຈະກໍາຫຼິ້ນເກມຮັບຂອງລາງ ວັນ ເຊັ່ນ: ຕໍາກາເຟ, ຝັດກາເຟ ແລະ ເລືອກຊື້ສິນຄ້າເອກະລັກຂອງ ຊາວເມືອງປາກຊ່ອງທີ່ນໍາມາ ວາງສະແດງ ແລະ ຈໍາໜ່າຍດ້ວຍ ລາຄາຜ່ອນນໍາອີກ. ຈຸດປະສົງການຈັດກິດຈະກໍາ ຄັ້ງນີ້ ກໍເພື່ອເຜີຍແຜ່ຄວາມເປັນ ມາຂອງກາເຟລາວ, ກາເຟໂລກ ແນໃສ່ສົ່ງເສີມການຜະລິດກາເຟ ໃຫ້ມີຄຸນນະພາບ ແລະ ກວ້າງ ຂວາງ, ຂະຫຍາຍການສົ່ງອອກ ໃຫ້ເພີ່ມຂຶ້ນ ເພື່ອສ້າງລາຍຮັບໃຫ້ ແກ່ຊາວສວນນັບມື້ນັບຫຼາຍ. ໂດຍ: ເກດສະໜາ ແກ້ວສຸວັນນະແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ