ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ມອບ-ຮັບ ໜ້າທີ່​ຫົວໜ້າ​ພະ​ແນກ​ກວດກາ ທະຫານ​ແຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2026-05-11 09:59:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ພິທີ​ມອບ-ຮັບ ໜ້າທີ່​ຫົວໜ້າ​ພະ​ແນກ​ກວດກາ ທີ່​ຂຶ້ນ​ກັບ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ລະຫວ່າງສະຫາຍ ພັນ​ໂທ ສີ​ໄລ ພົມ​ມະ​ສານຫົວໜ້າ​ພະ​ແນກ​ກວດກາ (ຜູ້​ເກົ່າ) ແລະ ສະຫາຍ ພັນ​ໂທ ແສນ​ທະວີ ແກ້ວ​ມະນີ ຫົວໜ້າ​ພະ​ແນກ​ກວດກາ (ຜູ້​ໃໝ່) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ພຶດສະພາ 2026, ໂດຍ​ມີ ສະຫາຍ ພັນ​ໂທ ບຸນ​ຍົງ ໄຊ​ຍະ​ຕະກຸນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື, ມີ​ບັນດາ ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ການເມືອງ ແລະ ພະແນກການ ທີ່​ຂຶ້ນ​ກັບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີ​ໄລ ພົມ​ມະ​ສານ ໄດ້​ລາຍ​ງານ​ສະພາບ​ການເຄື່ອນໄຫວ​ຕະຫຼອດ​ໄລຍະ​ຜ່ານ​ມາ,ໄດ້​ຍົກ​ໃຫ້​ເຫັນ​ທາງ​ດ້ານ​ທີ່​ພົ້ນ​ເດັ່ນ, ບາງ​ບັນຫາ​ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ໃນ​ການ​ເຮັດ​ໜ້າທີ່​ໃນ​ຫົວໜ້າ​ພະ​ແນກ​ກວດກາ​ໃນ​ໄລຍະ​ຜ່ານ​ມາ; ເຊິ່ງ​ໄດ້​ຮ່ວມ​ກັບ​ບັນດາ ຄະນະ​ຫ້ອງ​ການເມືອງ​ໃຫ້ ການ​ນຳພາ-ຊີ້​ນຳ ທຸກ​ວຽກ​ງານ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ; ຈາກ​ນັ້ນ, ສະຫາຍ ພັນ​ໂທ ແສນ​ທະວີ ແກ້ວ​ມະນີ ກໍ​ໄດ້​ມີ​ຄຳ​ເຫັນ ພ້ອມ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ພະຍາຍາມ​ຈັດ​ຕັ້ງ​ປະຕິບັດ​ນຳພາ-ຊີ້​ນຳ ວຽກ​ງານ​ກວດກາ​ຈົນ​ສຸດ​ຄວາມ​ສາມາດ, ສຸມ​ໃສ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ສືບຕໍ່​ປັບປຸງ​ກໍ່ສ້າງ​ວຽກ​ງານ​ກວດກາ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ໃນ​ທຸກ​ດ້ານ ແລະ ໄດ້​ພ້ອມ​ກັນ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ໜ້າທີ່ ຢ່າງ​ເປັນ​ທາງ​ການ. ໂດຍ: ແສງ​ຫຼ້າ ກຸ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ