ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ເຜີຍແຜ່​ຄວາມ​ຮູ້​ພື້ນຖານ ກ່ຽວ​ກັບ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ກຳມະບານ ຢູ່​ບໍລິສັດ ເບ​​ສ ເທ​ເລ​ຄອມ
ເວລາອອກຂ່າວ: 2026-05-11 10:06:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ໃນ​ວັນ​ທີ 7 ພຶດສະພາ 2026 ນີ້, ຫ້ອງການ​ກຳມະບານ​ກອງທັບ ນຳພາ​ໂດຍ ສະຫາຍ ພັນ​ໂທ ສອນ​ທະນູ ແສງ​ບົວ​ລົມ ຮອງ​ຫົວໜ້າ​ຫ້ອງການ​ກຳມະບານ​ກອງທັບ ພ້ອມ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ເຜີຍແຜ່​ຄວາມ​ຮູ້​ພື້ນຖານ ກ່ຽວ​ກັບ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ກຳມະບານ ຢູ່​ບໍລິສັດ ເບ​​ສ ເທ​ເລ​ຄອມ, ໂດຍ​ມີ​ສະຫາຍ ພັນ​ໂທ ແກ້ວ​ລະຄອນ ຈັນ​ນີ​ພອນ ຮອງ​ອຳນວຍ​ການ​ບໍລິສັດ ເບ​​ສ ເທ​ເລ​ຄອມ ພ້ອມ​ດ້ວຍ​ຄະນະ ໃຫ້ການ​ຕ້ອນຮັບ. ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້, ໄດ້​ເຜີຍແຜ່​ຄວາມ​ຮູ້​ພື້ນຖານ ກ່ຽວ​ກັບ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ກຳມະບານ ເພື່ອ​ເປັນ​ການ​ເສີມ​ສ້າງ​ຄວາມ​ຮູ້ ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຜູ້​ອອກແຮງ​ງານ, ໂດຍ​ມີ​ເປົ້າ​ໝາຍ​ສຳຄັນ ເພື່ອ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ "5 ເປັນ​ເຈົ້າ" ຂອງ​ສະຫະພັນ​ກຳມະບານ​ລາວ ໃຫ້​ປະກົດ​ຜົນ​ເປັນ​ຈິງ, ທັງ​ເປັນ​ການ​ປຸກລະດົມ​ໃຫ້​ພະນັກງານ-ກຳມະກອນ ຢູ່​ບໍລິສັດ ເບ​​ສ ເທ​ເລ​ຄອມ ໄດ້​ກຳ​ແໜ້ນ​ດ້ານ​ແນວທາງ​ການເມືອງ, ຮັບ​ຮູ້​ແຈ້ງ​ເຖິງ​ສິດ, ພັນທະ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນ​ເອງ. ພ້ອມ​ກັນ​ນີ້, ຍັງ​ໄດ້​ເນັ້ນ​ໃຫ້​ພະນັກງານ ໃນ​ບໍລິສັດ ດຸໝັ່ນ​ຊອກ​ຮຽນ​ຮູ້​ຮ່ຳຮຽນ ເພື່ອ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ດ້ານ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ມີ​ລະບຽບ​ວິໄນ ໃນ​ການ​ອອກແຮງ​ງານ ແລະ ມີ​ຈິດໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກ​ທີ່​ປອດ​ໄພ, ມີ​ຄວາມ​ຍຸດຕິ​ທຳ ແລະ ຊຸກຍູ້​ໃຫ້​ພະນັກງານ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ເຂົ້າ​ເປັນ​ສະມາຊິກ​ກຳມະບານ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ. ເນື່ອງ​ໃນ​ໂອກາດ ສະເຫຼີມສະຫຼອງ​ວັນ​ກຳມະກອນ​ສາກົນ ຄົບຮອບ 140 ປີ, ສະຫາຍ ພັນ​ໂທ ແກ້ວ​ລະຄອນ ຈັນ​ນີ​ພອນ ໄດ້​ຕາງໜ້າ​ໃຫ້​ຄະນະ​ຜູ້​ບໍລິຫານ ແລະ ພະນັກງານ​ທົ່ວ​ບໍລິສັດ ອວຍພອນ​ໄຊ​ອັນ​ປະເສີດ ແລະ ມອບ​ຂອງ​ທີ່​ລະນຶກ ໃຫ້​ແກ່​ຫ້ອງການ​ກຳມະບານ​ກອງທັບ ຕື່ມ​ອີກ. ໂດຍ: ໄພລິນ ບຸນ​ຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ