ປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2026-05-11 10:08:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ: ![]()
ວັນທີ 7 ພຶດສະພາ 2026 ນີ້, ພະແນກຊາວໜຸ່ມ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026), ໂດຍການເປັນປະທານຂອງສະຫາຍ ພັນເອກ ຫົງທອງ ສີຊານົນ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດ, ພະແນກການ ແລະ ສະມາຊິກຊາວໜຸ່ມ ທົ່ວຫ້ອງວ່າການ ເຂົ້າຮ່ວມ.
ກ່ອນການປາຖະກະຖາ, ສະຫາຍ ພັນໂທ ນາງ ບົວລີ ສິດທິວົງ ຫົວໜ້າພະແນກຊາວໜຸ່ມ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ IX, ໄດ້ຍົກໃຫ້ເຫັນບັນດາຄາດໝາຍສູ້ຊົນທີ່ສຳຄັນ ໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນ ການເພີ່ມທະວີເຂົ້າໃນການສຶກສາອົບຮົມການເມືອງ-ແນວຄິດຊາວໜຸ່ມ ແລະ ເຍົາວະຊົນໃຫ້ໄດ້ 80%
ຂອງຈຳນວນທັງໝົດ. ພ້ອມກັນນັ້ນ, ກໍຕ້ອງສຸມໃສ່ປັບປຸງການຈັດຕັ້ງຊາວໜຸ່ມ ແລະ ເຍົາວະຊົນໃຫ້ເຂັ້ມແຂງ ໂດຍຂະຫຍາຍສະມາຊິກຊາວໜຸ່ມໃຫ້ໄດ້ 10% ຂອງຈຳນວນຊາວໜຸ່ມທັງໝົດ ແລະ ກໍ່ສ້າງສະມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ໄດ້ 10%.
ຈາກນັ້ນ, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ທີ່ຕິດພັນສະໜິດແໜ້ນ ກັບມູນເຊື້ອອັນອົງອາດກ້າຫານຂອງຊາດລາວ ແລະ ການນຳພາຂອງພັກ. ເຊິ່ງເລີ່ມຕົ້ນມາຈາກການຈັດຕັ້ງ "ຊາວໜຸ່ມຕະລຸມບອນ" ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 14 ເມສາ 1955 ເພື່ອເປັນກຳລັງປະຈັນບານ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ຕະຫຼອດໄລຍະ 71 ປີຜ່ານມາ, ຊາວໜຸ່ມລາວໄດ້ສືບທອດມູນເຊື້ອອັນດີງາມຈາກບັນພະບູລຸດ ແລະ ວີລະຊົນຂອງຊາດ, ພັກໄດ້ຂະໜານນາມໃຫ້ຊາວໜຸ່ມວ່າ "ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ", ຜ່ານຂະບວນການຕໍ່ສູ້ອັນລະອິດລະອ້ຽວ, ຊາວໜຸ່ມໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮັກຊາດອັນດູດດື່ມ, ຄວາມເສຍສະຫຼະ ແລະ ບົດບາດປະຈັນບານ ໃນທຸກສະໜາມຮົບ ພາຍໃຕ້ຄຳຂວັນ "ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ". ທັງນີ້, ກໍເພື່ອແນໃສ່ສຶກສາອົບຮົມ ໃຫ້ສະມາຊິກຊາວໜຸ່ມ ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນຕື່ມມູນເຊື້ອຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທັງເປັນການປຸກລະດົມກຳລັງແຮງສັງລວມຂອງຊາວໜຸ່ມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ໃຫ້ຊາວໜຸ່ມໃນກອງທັບ ກາຍເປັນຜູ້ສືບທອດພາລະກິດຂອງພັກ ໃນໄລຍະໃໝ່ຢ່າງໜັກແໜ້ນ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















