ຮອງຜູ້ບັນຊາການທະຫານອາກາດ ຕ້ອນຮັບ ຮອງທີ່ປຶກສາທູດປ້ອງກັນຊາດຍີ່ປຸ່ນ
ເວລາອອກຂ່າວ: 2026-05-11 10:09:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ: ![]()
ໃນວັນທີ 8 ພຶດສະພາ 2026 ນີ້, ທ່ານ ພັນເອກ ວັນເພັດ ນາມວົງສັກ
ຮອງຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ພັນໂທ ມັດຊູຊາ ກິ ຣຽວ ຮອງທີ່
ປຶກສາທູດປ້ອງກັນຊາດ ຍີ່ປຸ່ນ ວ່າການ ສປປ ລາວ (ຜູ້ເກົ່າ) ແລະ ທ່ານ ພັນໂທ ກາມາ ຕະ ອັດຊູຊີ ຮອງທີ່ປຶກສາທູດປ້ອງກັນຊາດ ຍີ່ປຸ່ນ ວ່າການ ສປປ ລາວ (ຜູ້ໃໝ່), ທີ່ມີສຳນັກງານປະຈຳຢູ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ.
ຈຸດປະສົງ ແມ່ນເພື່ອເຂົ້າຢ້ຽມອຳລາຂອງທ່ານ ຮອງທີ່ປຶກສາທູດປ້ອງກັນຊາດ ຍີ່ປຸ່ນ ວ່າການ ສປປ ລາວ (ຜູ້ເກົ່າ) ແລະ ແນະwນຳສະເໜີຕົວ ທ່ານ ພັນໂທ ກາມາຕະ ອັດຊູຊິ ຮອງທີ່ປຶກສາທູດປ້ອງກັນຊາດ ຍີ່ປຸ່ນ ວ່າການ ສປປ ລາວ (ຜູ້ໃໝ່) ແລະ ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບການ ເສີມສ້າງວຽກງານການຮ່ວມມືສອງຝ່າຍລະຫວ່າງ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນ ລາວ ແລະ ກອງທັບອາກາດກອງກຳລັງປ້ອງກັນຕົນເອງ ຍີ່ປຸ່ນ.
ໂອກາດນີ້, ທ່ານ ພັນເອກ ວັນເພັດ ນາມວົງສັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຍີ່ປຸ່ນ ທີ່ນັບມື້ແຕກດອກອອກຜົນ, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຍີ່ປຸ່ນ ໃຫ້ມີໝາກຜົນຕົວຈິງ.
ຈາກນັ້ນ, ທ່ານ ພັນໂທ ມັດຊູຊາ ກິ ຣຽວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ພັນເອກ ວັນເພັດ ນາມວົງສັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ ພ້ອມທັງກ່າວຕື່ມວ່າ: ສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບ ຍີ່ປຸ່ນ-ລາວ ຈະສືບຕໍ່ເສີມຂະຫຍາຍໃຫ້ນັບມື້ ໄດ້ຮັບການພົວພັນທີ່ແໜ້ນແຟ້ນ ແລະ ເລິກເຊິ່ງ ສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໃນອະນາຄົດຍິ່ງຈະໄດ້ຮັບການເສີມຂະຫຍາຍ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















