ຊົນຊັ້ນກຳມະກອນ ແມ່ນກຳລັງແຮງຫຼັກ ໃນການ ພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ໃຫ້ມີການຂະຫຍາຍຕົວ
ເວລາອອກຂ່າວ: 2026-05-11 10:14:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ວັນກຳມະກອນສາກົນ ຄົບຮອບ 140 ປິ (1 ພຶດສະພາ 1886-1 ພຶດສະພາ 2026) ນີ້, ສະຫາຍ ຮ້ອຍເອກ ນາງ ອາລີ ສອນແພງ ຮອງປະທານຮາກຖານກຳມະບານກອງຜະລິດເຂົ້າແຫ້ງກອງທັບ ໄດ້ສະແດງທັດສະນະຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ວັນທີ 1 ພຶດສະພາ ແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຈາກພວກນາຍທຶນ, ໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ມີຫຼາຍປະເທດໃນເອີຣົບ ແລະ ອາເມຣິກາ ໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ບັນດາປະເທດເຫຼົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ, ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ. ຈາກການຢູ່ພາຍໃຕ້ການປົກຄອງຂອງພວກນາຍທຶນ ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຍ້ອນສາເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນ ຢູ່ບັນດາປະເທດທຶນນິຍົມ ໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດ ເອົາວັນທີ 1 ພຶດສະພາໃນທຸກໆປີ ເປັນວັນກຳມະກອນສາກົນ.
ໃນນີ້, ເວົ້າສະເພາະຢູ່ໃນຮາກຖານກຳມະບານ ກອງຜະລິດເຂົ້າແຫ້ງກອງທັບ ແມ່ນຮາກຖານກຳມະບານເອກະລາດ ມີສາຍຕັ້ງຂຶ້ນກັບພະແນກກຳມະບານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ສາຍຂວາງຂຶ້ນກັບ ຄະນະພັກ-ຄະນະບັນຊາ ກອງຜະລິດເຂົ້າແຫ້ງກອງທັບ ໃນເບື້ອງຕົ້ນມີຈຳນວນພົນ 12 ສະຫາຍ, ມາຮອດປັດຈຸບັນ ມີສະມາຊິກກຳມະບານ ເພີ່ມຂຶ້ນ 30 ສະຫາຍ, ນັບແຕ່ສ້າງຕັ້ງຮາກຖານກຳມະບານມາ ຮອດປັດຈຸບັນ ຄະນະປະທານກຳມະບານແມ່ນ ເປັນສະໄໝທີ 7 ເອີ້ນ ວ່າ ຮາກຖານກຳມະບານກອງ ຜະລິດເຂົ້າແຫ້ງກອງທັບ, ຕະຫຼອດໄລຍະຜ່ານມາ ຮາກຖານກຳມະບານໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ສູນກາງສະຫະພັນກຳມະບານລາວວາງອອກ ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກ ຄື: ວຽກງານນະໂຍບາຍ ກຳມະບານກອງຜະ ລິດເຂົ້າແຫ້ງ ໄດ້ເຂົ້າຮ່ວມຄົ້ນຄວ້າວຽກງານນະໂຍບາຍຂອງ ກົມກອງ ເຊັ່ນ: ການຍ້ອງຍໍ, ເລື່ອນຊັ້ນ, ການຍົກລະດັບດ້ານວິຊາສະເພາະ, ການລາພັກ ແລະ ການຢ້ຽມຢາມ ພະນັກງານ-ນັກຮົບ ທີ່ເຈັບເປັນນອນໂຮງໝໍ ແລະ ອື່ນໆ.
ເນື່ອງໃນໂອກາດ ວັນກຳມະກອນສາກົນ ຄົບຮອບ 140 ປີນີ້, ສະຫາຍ ຮ້ອຍເອກ ນາງ ອາລີ ສອນແພງ ໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງສູງ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານກຳມະບານ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນເລື້ອຍໆ, ເຖິງແມ່ນວ່າຮາກຖານກຳມະບານພວກເຮົາ ເປັນຫົວໜ່ວຍທີ່ນ້ອຍ ແຕ່ກໍມີຄວາມບຸກບືນຫ້າວຫັນ ຈັດຕັ້ງປະຕິບັດ ພາລະບົດບາດ, ສິດ, ໜ້າທີ່ຂອງກຳມະບານ ຢ່າງເຕັມເມັດເຕັມໜ່ວຍ, ເນື່ອງໃນໂອກາດວັນສຳຄັນດັ່ງກ່າວນີ້ ຕາງໜ້າໃຫ້ກຳມະບານກອງຜະລິດເຂົ້າແຫ້ງກອງທັບ ຂໍອວຍພອນໄຊໃຫ້ຄະນະນຳສະຫະພັນກຳມະບານທຸກຂັ້ນ ຈົ່ງ ໃຫ້ມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໜ້າທີ່ອັນມີກຽດ ຂອງອົງການກຳມະບານ, ສືບຕໍ່ຊີ້ນຳຮາກຖານກຳມະບານ ກອງຜະລິດເຂົ້າແຫ້ງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳໄຕ ຈັນນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















