ໄຊຊະນະບັ້ນຮົບ ດຽນບຽນຝູ ມີຄວາມໝາຍສຳຄັນ ທາງດ້ານການທະຫານ, ການເມືອງ ແລະ ການຕ່າງປະເທດ
ເວລາອອກຂ່າວ: 2026-05-11 10:16:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ: ![]()
ກ່ອນໜ້ານີ້ 72 ປີ, ພາຍຫຼັງທີ່ຈັກກະພັດຝຣັ່ງ ໄດ້ກັບຄືນມາຮຸກຮານອິນດູຈີນອີກຄັ້ງໃໝ່ ໃນປີ 1946, ປະຊາຊົນສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ພ້ອມກັນລຸກຂຶ້ນເພື່ອສືບຕໍ່ ຕໍ່ສູ້ຕ້ານກັບພວກຈັກກະພັດຜູ້ຮຸກຮານ. ສະເພາະປະຊາຊົນຫວຽດນາມ ກໍໄດ້ສືບຕໍ່ ຕໍ່ສູ້ພາຍໃຕ້ການນຳພາຂອງພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມໃນປັດຈຸບັນ) ໂດຍແມ່ນປະທານ ໂຮ່ຈິມິງ ເປັນຜູ້ ນຳພາ.
ການຕໍ່ສູ້ຕ້ານຈັກກະພັດຝຣັ່ງ ໄດ້ດຳເນີນເປັນເວລາ 8 ປີ, ດ້ວຍທາດແທ້ກະຫາຍສົງຄາມ, ພວກເຂົາໄດ້ສ້າງແຜນການ ນາວາ ເພື່ອຫວັງຈະບຽດຍຶດເອົາປະເທດຫວຽດນາມ ພາຍໃນ 18 ເດືອນ ດ້ວຍການທ້ອນໂຮມກຳລັງ, ສ້າງ
ຖານທີ່ໝັ້ນທີ່ເຂັ້ມແຂງຢູ່ ດຽນບຽນຝູ ໂດຍໃຊ້ກຳລັງ 21 ກອງ ພັນ, ມີອາວຸດຍຸດໂທປະກອນຄົບຊຸດທີ່ທັນສະໄໝ ພ້ອມທັງຈັດວາງກຳລັງຕາມຈຸດປ້ອມໝັ້ນ 49 ແຫ່ງ ຢູ່ 3 ເຂດ ຄື: ເຂດເໜືອ, ເຂດໃຕ້ ແລະ ເຂດໃຈກາງ ເພື່ອຊ່ວຍໜູນເຊິ່ງກັນ ແລະ ກັນ ຫວັງປິດລ້ອມດິນແດນທັງໝົດຂອງ ສສ ຫວຽດນາມ ແລະ ດັບສູນກຳລັງຫຼວງຂອງກອງທັບປະຊາຊົນຫວຽດນາມ ກ້າວໄປເຖິງການຫັນປ່ຽນຫວຽດນາມ ໃຫ້ກາຍເປັນຖານທີ່ໝັ້ນທາງການທະຫານ ຂອງພວກລ່າເມືອງຂຶ້ນຢ່າງຖາວອນ, ສ້າງດຽນບຽນຝູ ໃຫ້ກາຍເປັນຖານທັບທີ່ເຂັ້ມແຂງ ເພື່ອຄວບຄຸມອາຊີຕາເວັນອອກສ່ຽງໃຕ້.
ຈັກກະພັດຝຣັ່ງ ແລະ ຈັກກະພັດອາເມຣິກາ ໄດ້ຖືເອົາດຽນບຽນຝູ ເປັນແປ້ນຢັນ ເພື່ອບຽດຢຶດເອົາພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ, ພາກເໜືອຂອງລາວ ເປັນການບັນທອນ ແລະ ດັບມອດກຳລັງປະກອບອາວຸດຂອງຫວຽດນາມ. ໂດຍເຫັນໄດ້ກົນອຸບາຍອັນເລິກແລບຂອງພວກຈັກກະພັດຝຣັ່ງ, ເຫັນໄດ້ໂອກາດທີ່ສຸກງອມມາເຖິງ ແລະ ບົນພື້ນຖານການວິເຄາະ, ຕີລາຄາສະພາບການຂອງໂລກ ກໍຄືພາຍໃນປະເທດ, ຕົ້ນເດືອນທັນວາ ປີ 1953 ກົມການເມືອງສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງເປີດບັ້ນຮົບດຽນບຽນຝູ, ໂດຍປະທານ ໂຮ່ ຈິມິງ ໄດ້ຊີ້ນຳວ່າ: ບັ້ນຮົບດຽນບຽນຝູ ເປັນບັ້ນຮົບທີ່ມີຄວາມໝາຍສຳຄັນທາງດ້ານການທະຫານ, ການເມືອງ ແລະ ການຕ່າງປະເທດ ສະນັ້ນ, ຕ້ອງຕີໃຫ້ຊະນະ ແລະ ຕ້ອງໄດ້ຮັບໄຊຊະນະຢ່າງແນ່ນອນ. ປະຕິບັດຈິດໃຈຊີ້ນຳຂອງປະທານ ໂຮ່ ຈິມິງ, ກຳລັງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ດ້ວຍການລະດົມກຳລັງຄົນ, ກຳລັງຊັບຂອງປະຊາຊົນທົ່ວປະເທດ ເພື່ອເຄື່ອນທັບຂຶ້ນສູ່ບັ້ນຮົບດຽນບຽນຝູ ເພື່ອຕີເອົາຊະນະຈັກກະພັດຝຣັ່ງຜູ້ຮຸກຮານ. ພາຍຫຼັງກະກຽມແລ້ວ, ວັນທີ 13 ມີນາ 1954 ກອງທັບປະຊາຊົນຫວຽດນາມ ໄດ້ເລີ່ມຕົ້ນບຸກໂຈມຕີຢູ່ວົງນອກໃນເຂດຈຸດ ຮີມລາມ, ດົກເລິບ, ບ້ານແກ້ວ ເຊິ່ງພາຍຫຼັງ 5 ວັນສູ້ຮົບຢ່າງດຸເດືອດຂ້ຽວຂາດ ແລະ ພິລະອາດຫານ, ກອງທັບປະຊາຊົນຫວຽດນາມ ສາມາດດັບສູນທີ່ໝັ້ນຂອງສັດຕູຢູ່ວົງນອກສຳເລັດ, ເປັນການເປີດປະຕູເຂົ້າສູ່ວົງໃຈກາງ ໂດຍໄດ້ສັງຫານ ແລະ ຈັບທະຫານຝຣັ່ງໄດ້ 2.000 ກວ່າຄົນ.
ການຕໍ່ສູ້ລະຫວ່າງກອງທັບຫວຽດນາມ ແລະ ທະຫານຝຣັ່ງ ຢູ່ສະໜາມຮົບດຽນບຽນຝູ ໄດ້ແກ່ຍາວມາເປັນເວລາ 56 ວັນ, ກຳລັງກອງທັບຫວຽດນາມ ສາມາດຍຶດໄດ້ສະໜາມບິນເມືອງແທ່ງ ເຊິ່ງເປັນການຕັດທາງລຳລຽງຂົນສົ່ງທາງອາກາດຂອງພວກສັດຕູ, ເຮັດໃຫ້ພວກຝຣັ່ງຂາດເຂີນທັງອາວຸດ, ຍຸດໂທປະກອນ, ຢາປົວພະຍາດ, ສະບຽງອາຫານ ແລະ ອື່ນໆ. ປະຕິບັດຕາມຄຳສັ່ງຂອງກອງບັນຊາການດ້ານຮົບ ໂດຍແມ່ນ ພົນເອກ ວໍ້ຫງວຽນຢາບ ເປັນຜູ້ຊີ້ນຳ ແລະ ບັນຊາໂດຍກົງ, ໃນວັນທີ 1 ພຶດສະພາ 1954 ກອງກຳລັງທະຫານຫວຽດນາມ ໄດ້ບຸກໂຈມຕີເຂົ້າທັງ 3 ດ້ານຄື: ດ້ານຕາເວັນອອກ, ຕາເວັນຕົກ ແລະ ຕາເວັນອອກສ່ຽງເໜືອ. ມາຮອດຕອນທ່ຽງຂອງວັນທີ 7 ພຶດສະພາ ກອງທັບຫວຽດນາມ ໄດ້ເປັນເຈົ້າການ ທົ່ວສະໜາມຮົບ, ຮອດຕອນແລງຂອງວັນທີ 7 ພຶດສະພາ ດຽນບຽນຝູ ໄດ້ຮັບການປົດປ່ອຍຢ່າງສົມບູນ, ສາມາດດັບສູນ ແລະ ຈັບທະຫານຝຣັ່ງ ໄດ້ເປັນໝື່ນກວ່າຄົນ, ນັບທັງຜູ້ບັນຊາການດ້ານຮົບຂອງຝຣັ່ງ ນາຍພົນ ເດີກາດຕຣີ ແລະ ອື່ນໆ.
ໄຊຊະນະດຽນບຽນຝູ ເປັນເຫດການທີ່ດັງກ້ອງກັງວານ ແລະ ສັ່ນສະເທືອນໄປທົ່ວໂລກ ແລະ ມີຄວາມໝາຍສຳຄັນໃນປະຫວັດສາດຂອງມວນມະນຸດຄື: ໄຊຊະນະດຽນບຽນຝູ ເປັນເຫດການທີ່ມີຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມວິລະຊົນ, ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກຳລັງແຮງ ມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນ ຕໍ່ສັນຕິພາບ ແລະ ເອກະລາດແຫ່ງຊາດ ທັງເປັນການສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ, ຄວາມອົງອາດກ້າຫານ ບໍ່ຍອມຈຳນົນຂອງກອງກຳລັງປະກອບອາວຸດ ຫວຽດນາມ ກໍຄື ການເສຍສະຫຼະຂອງທົ່ວປວງຊົນ, ພິເສດແມ່ນປະຊາຊົນໃນພາກຕາເວັນຕົກສ່ຽງເໜືອຂອງປະເທດຫວຽດນາມ.
ໄຊຊະນະດຽນບຽນຝູ ເປັນການສະແດງເຖິງຄວາມສະຫຼາດສ່ອງໃສ ໃນການນຳພາຂອງພັກແຮງງານຫວຽດນາມ ທີ່ມີປະທານ ໂຮ່ ຈິມິງ ເປັນຜູ້ນຳໃນ ການວາງແນວທາງຕໍ່ສູ້ຍາວນານ, ຮອບດ້ານ, ປະດິດສ້າງ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ, ອີງໃສ່ກຳລັງພາຍ ໃນເປັນຕົ້ນຕໍ, ຍາດແຍ່ງ ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນ, ຮູ້ສົມທົບລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ ທັງສະແດງໃຫ້ເຫັນເຖິງຄວາມເກັ່ງກ້າປີຊາສາມາດ, ມີໄຫວພິກຂອງຜູ້ບັນຊາການດ້ານຮົບຄື: ພົນເອກ ວໍ້ຫງວຽນຢາບ ໃນການຫັນປ່ຽນຍຸດທະວີິທີການທະຫານ “ຈາກການຕີໄວ, ແກ້ໄຂໄວ” ມາເປັນ “ການຕີຢ່າງໜັກແໜ້ນ, ກ້າວຂຶ້ນຢ່າງໜັກແໜ້ນ” ຂອງກອງທັບປະຊາຊົນຫວຽດນາມ ເຊິ່ງເປັນກົນລະຍຸດ ການທະຫານທີ່ສຳຄັນ ປະກອບສ່ວນເຂົ້າໃນການປົດປ່ອຍບັ້ນຮົບດຽນບຽນຝູ ໄດ້ຮັບໄຊຊະນະຢ່າງສະຫງ່າງາມ.
ໄຊຊະນະດຽນບຽນຝູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ, ດັງກ້ອງກັງວານໃນປະ ຫວັດສາດຂອງມວນມະນຸດ, ທີ່ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມວິລະຊົນທີ່ມີກຽດສະຫງ່າ ເຊິ່ງໄດ້ຖືກບັນທຶກເຂົ້າໃນໜ້າປະຫວັດສາດຂອງໂລກຢູ່ໃນສັດຕະວັດທີ 20 ທີ່ໄດ້ທັບມ້າງລະບົບຫົວເມືອງຂຶ້ນ ຂອງລັດທິຈັກກະພັດໃຫ້ພັງທະລາຍລົງ, ໄດ້ພິສູດເຖິງສັດຈະທຳທີ່ວ່າ “ຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນ ບໍ່ກວ້າງໃຫຍ່, ປະຊາກອນບໍ່ຫຼາຍ, ເສດຖະກິດຫຼ້າຫຼັງ ແລະ ຂະຫຍາຍຕົວຊ້າ, ກຳລັງທະຫານອ່ອນນ້ອຍ, ພາຫະນະ, ອຸປະກອນຫຼ້າຫຼັງ, ແຕ່ເມື່ອມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນຳ-ນຳພາຢ່າງຖືກຕ້ອງ, ສະຫຼາດສ່ອງໃສ ແລະ ມີໄຫວພິບຂອງພັກກອມມູນິດ ແລະ ປະທານ ໂຮ່ຈີມິງ ຜູ້ນຳທີ່ຍິ່ງໃຫຍ່, ຮູ້ນຳໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ ກໍສາມາດຕີເອົາໄຊຊະນະສັດຕູຜູ້ຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານ ທີ່ເຂັ້ມແຂງ ແລະ ທັນສະໄໝກວ່າຫຼາຍເທົ່າໄດ້ສຳເລັດ”.
ໄຊຊະນະດຽນບຽນຝູ ແມ່ນໄຊຊະນະແຫ່ງຄວາມສາມັກຄີ, ຮ່ວມຂຸມຄອງດຽວກັນ ໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ, ອັນເປັນການປະກອບສ່ວນທັບມ້າງລັດທິລ່າເມືອງຂຶ້ນແບບເກົ່າ ໃຫ້ພັງທະລາຍລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ ທັງເປັນແວ່ນແຍງທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ, ເພື່ອລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງຂອງຫົວເມືອງຂຶ້ນແບບເກົ່າຢູ່ຫຼາຍບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດ ເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດທີ່ກ້າວໜ້າ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.
ໄຊຊະນະດຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ, ແຕ່ຍັງເປັນການສະແດງເຖິງ ໄຊຊະນະຂອງກ້ອນກຳລັງສາມັກຄີ, ການຮ່ວມສຳພັນສູ້ຮົບ ແລະ ຄຽງບ່າຄຽງໄຫລ່ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານກັບສັດຕູ ໂຕດຽວກັນ ເພື່ອປົດປ່ອຍຕົນເອງ. ໄຊຊະນະດັ່ງກ່າວ ໄດ້ດັບມອດເຈດຈຳນົງ ການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນໃນປີ 1954, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງ ທັງເປັນແນວຫຼັງທີ່ແໜ້ນແກ່ນ ໃຫ້ແກ່ການດຳເນີນການຕໍ່ສູ້ຕ້ານຈັກກະພັດອາເມຣິກາ ຢູ່ພາກໃຕ້ຂອງຫວຽດນາມໃນເວລາຕໍ່ມາ.
ໄຊຊະນະດຽນບຽນຝູ ເປັນ ຄວາມເອກອ້າງທະນົງໃຈຂອງປະຊາຊົນ ຫວຽດນາມ, ລາວ ແລະ ກຳປູເຈຍ ໃນພາລະກິດຕໍ່ສູ້ເພື່ອເອກະລາດຂອງຕົນໃນຊຸມປີຕໍ່ມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ດຳເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ເຖິງວ່າວັນເວລາໄດ້ຜ່ານໄປເປັນເວລາ 72 ປີກໍຕາມ, ແຕ່ມານະຈິດຂອງບັ້ນຮົບດຽນບຽນຝູ ຍັງໃສແຈ້ງ ແລະ ເປັນກຳລັງອັນແຮງກ້າ ປຸກລະດົມຈິດໃຈຢ່າງໃຫຍ່ຫຼວງຂອງປະຊາຊົນ ສາມຊາດອິນດູຈີນ ຕະຫຼອດມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















